ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສປປ ລາວ ໄດ້ມອບຕົວຜູ້ຖືກຫາ 106 ຄົນ (ຍິງ 51 ຄົນ) ທີ່ເປັນຄົນໄທໄດ້ຫຼິ້ນການພະນັນຕ້ອງຫ້າມຢູ່ ລາວໃຫ້ເຈົ້າໜ້າທີ່ໄທ ເມື່ອມໍ່ໆມານີ້ ເພື່ອນໍາຕົວພວກກ່ຽວກັບໄປດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຢູ່ປະເທດໄທ.
ການມອບຜູ້ຖືກຫາດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄໍາໄຊ ໃນວັນທີ 27 ພຶດສະພາ 2026 ທີ່ຜ່ານມາຕາງໜ້າເຊັນມອບໂດຍ ທ່ານ ພັທ ສຸກສາຄອນ ພົງວິຈິດ ຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ແລະ ຕາງໜ້າເຊັນຮັບໂດຍ ທ່ານ ພັອ ຈະຕຸພອນ ເນວະມາດ ຜູ້ກຳກັບການກວດຄົນເຂົ້າ-ອອກເມືອງ ແຂວງບຶງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສໍາລັບຜູ້ຖືກຫາສັນຊາດໄທ ຈຳນວນດັ່ງກ່າວ ແມ່ນໄດ້ຖືກກັກຕົວ ຈາກປະຕິບັດການກວດລ້າງກຸ້ມແກ້ງກະທຳຜິດກົດໝາຍ ຂອງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຢູ່ແຂວງບໍລິຄຳໄຊ ໃນວັນທີ 19 ພຶດສະພາ 2026 ຜ່ານມາ, ຊຶ່ງເຈົ້າໜ້າທີ່ໄດ້ລົງກວດເຄຫາສະຖານຢູ່ 4 ຈຸດຄື: ຫ້ອງການຫວຍພັດທະນາລາວ TF-LVE; ໂຮງແຮມແສງຮຸ່ງເຮືອງ; ໂຮງແຮມວົງເດືອນ ແລະ ເຮືອນພັກດາວນິນ. ຜ່ານການກວດຄົ້ນຕົວຈິງ ຢູ່ໂຮງແຮມວົງເດືອນ ແລະ ໂຮງແຮມແສງຮຸ່ງເຮືອງ ແມ່ນເປັນບ່ອນພັກເຊົາຂອງກຸ່ມແກ້ງດັ່ງກ່າວ, ສ່ວນອຸປະກອນປະກອບເຂົ້າໃນການກະທໍາຜິດ ແມ່ນພົບເຫັນຢູ່ບໍລິສັດຫວຍພັດທະນາລາວ TF-LVE ຕັ້ງຢູ່ບ້ານຫົງໄຊ ແລະ ເຮືອນພັກດາວນິນ ຕັ້ງຢູ່ບ້ານຊະນະໄຊ ພ້ອມຢືດອຸປະກອນທີ່ນໍາໃຊ້ເຂົ້າໃນການກະທໍາຜິດ ມີຄອມພິວເຕີຕັ້ງໂຕະ 164 ເຄື່ອງ, ຄອມພິວເຕີໂນດບຸກ 149 ເຄື່ອງ, ໂທລະສັບມືຖື 119 ເຄື່ອງ, ຫົວຄອມ 21 ໜ່ວຍ, ເຄື່ອງພິມເອກະສານ 03 ໜ່ວຍ.
ພວກຖືກຫາດັ່ງກ່າວ ໄດ້ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ກ່ອນຈະມາເຮັດວຽກຢູ່ ບໍລິສັດ ຫວຍພັດທະນາລາວ TF-LVE ແມ່ນໄດ້ເຫັນໂຄສະນາທາງເຟສບຸກ ແລະ ໄດ້ຮັບການຊັກຊວນຈາກຄົນຮູ້ຈັກ ວ່າບໍລິສັດຕ້ອງການພະນັກງານຈໍານວນຫຼາຍ ໂດຍສະເພາະ ແມ່ນຕຳແໜ່ງແອັດມີ້ນ ແລະ ມີເງິນເດືອນສູງ ຈຶ່ງໄດ້ສະໝັກມາເຮັດວຽກຜ່ານທາງເວບໄຊ ແລ້ວເດີນທາງມາເຮັດວຽກຢູ່ປະເທດລາວ ໂດຍແຝງໂຕມາໃນນາມນັກທ່ອງທ່ຽວ.
ຜ່ານການສືບສວນ-ສອບສວນກວດກາບັນດາຂໍ້ມູນ, ຫຼັກຖານ, ເອກະສານຕ່າງໆຂອງເຈົ້າໜ້າ ທີ່ເຫັນວ່າ: ບໍລິສັດຫວຍ ພັດທະນາລາວ TF-LVE ແມ່ນໄດ້ຮັບອະນຸຍາດດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ, ຊຶ່ງບໍລິສັດດັ່ງກ່າວ ແມ່ນຍັງບໍ່ທັນໄດ້ເປີດເປັນທາງການເທື່ອ ແຕ່ລັກລອບເປີດໃຫ້ບໍລິການຫຼິ້ນການພະນັນອອນລາຍ.
ແຫຼ່ງຂ່າວຈາກ ປກສ ແຂວງບໍລິຄຳໄຊ

