ກອງທັບລາວ-ຣັດເຊຍຮ່ວມການເຝິກອົບຮົມ ຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຮັດເຊຍ ລາໂຣດ 2026 “ ທີ່ ສປປ ລາວ

ກອງທັບລາວ-ຣັດເຊຍຮ່ວມການເຝິກອົບຮົມ ຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຮັດເຊຍ ລາໂຣດ 2026 “ ທີ່ ສປປ ລາວ

ສອງກອງທັບລາວ-ຣັດເຊຍ, ກອງທັບ ສ ຣັດເຊຍ ໄດ້ສົ່ງຄະນະຊ່ຽວຊານ ແລະ ຄູເຝິກ ເຂົ້າຮ່ວມການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຮັດເຊຍ ລາໂຣດ 2026 “ ທີ່ ສປປ ລາວ ເມື່ອມໍ່ໆມານີ້ ເຊິ່ງໃນນັ້ນກໍມີຄູເຝິກວິຊາສະເພາະເຫຼົ່າຮົບຊ່າງແສງ ທີ່ມາຖ່າຍຖອດບົດຮຽນໃຫ້ແກ່ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ.

ຄູເຝິກກອງທັບ ສ.ຣັດເຊຍ ໃຫ້ຮູ້ວ່າ: ຊ່ຽວຊານ ແລະ ຄູເຝິກກອງທັບ ສ.ຣັດເຊຍ ໄດ້ນໍາເອົາບົດຮຽນທີ່ຖອດຖອນໄດ້ຕົວຈີງຈາກປະສົບການການສູ້ຮົບ ແລະ ປະຕິບັດການພິເສດຕ່າງໆ ທີ່ກອງທັບ ສ.ຣັດເຊຍ ໄດ້ເຂົ້າປະຕິບັດການຕົວຈີງ ເພື່ອນໍາມາຖ່າຍທອດໃຫ້ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ພ້ອມດ້ວຍບຸກຄະລາກອນເຮັດໜ້າທີ່ວິຊາສະເພາະຂອງກອງທັບປະຊາຊົນລາວ.

ໂດຍສະເພາະແມ່ນເຫຼົ່າຮົບຊ່າງແສງທີ່ມີໜ້າທີ່ສໍາຄັນໜຶ່ງຂອງກອງທັບ ເປັນຕົ້ນແມ່ນວຽກງານກວດກູ້ສະໜາມ, ກວດລະເບີດ, ທໍາລາຍລະເບີດ, ມິນ ໃນໜ້າສະໜາມ ເພື່ອສ້າງເງື່ອນໄຂໃຫ້ບັນດາເຫຼົ່າຮົບອື່ນໆ ເຂົ້າເຮັດໜ້າທີ່ດ້ວຍຄວາມປອດໄພ ລວມເຖີງການຕິດຕັ້ງ, ວາງລະເບີດ, ມິນ ຊະນິດຕ່າງໆ ດ້ວຍບຸກຄົນເຊັ່ນ: ມິນສັງຫານບຸກຄົນ, ມິນທໍາລາຍລົດຕັງ ໃຫ້ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ໃຫ້ມີຄວາມຮູ້ຄວາມສາມາດຍິ່ງຂຶ້ນ ຮັບຮູ້ເຂົ້າໃຈກ່ຽວກັບລະບົບ, ການເຮັດວຽກຂອງລະເບີດ, ມິນແຕ່ລະຊະນິດ ສາມາດກວດກູ້, ທໍາລາຍ ຕະຫຼອດຮອດສາມາດນໍາໃຊ້ລະເບີດຊະນິດຕ່າງໆ ໄດ້ດ້ວຍຄວາມຊໍານິຊໍານານ ຮັບປະກັນໃຫ້ແກ່ໜ້າທີ່ພາກສະໜາມ ໃນສະເພາະໜ້າ ແລະ ຍາວນານ.

ຄູເຝິກກອງທັບຣັດເຊຍ ຍັງໃຫ້ຮູ້ຕື່ມອີກວ່າ: ນອກຈາກບົດຮຽນທິດສະດີຫຼັກການ, ຂັ້ນຕອນການນໍາໃຊ້ລະເບີດ, ທໍາລາຍລະເບີດ ແລະ ວາງມິນຊະນິດຕ່າງໆ ດ້ວຍບຸກຄົນແລ້ວ ທາງກອງທັບຣັດເຊຍ ຍັງໄດ້ນໍາເອົາຍານພາຫະນະລົດວາງມິນຕໍ່ຕ້ານ, ທໍາລາຍລົດຕັງ ແບບໄຮ້ຄົນຂັບ ມາສະແດງ ເພື່ອໃຫ້ນາຍ, ພົນທະຫານ ກອງທັບປະຊາຊົນລາວ ໄດ້ຮຽນຮູ້ໜ້າທີ່ບົດບາດຂອງພະຫະນະໄຮ້ຄົນຂັບ ໃນສົງຄາມຍຸກໃໝ່ ທີ່ເຫຼົ່າຮົບຊ່າງແສງນໍາໃຊ້ ປະຕິບັດໜ້າທີ່ໃນສົງຄາມຕົວຈີງອິກດ້ວຍ.

ໃນການເຝິກອົບຮົມ-ຫັດແອບຕີພິເສດ “ໃຕ້ຝຸ່ນ 2026 ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣດ 2026” ໃນຄັ້ງນີ້ ກອງທັບປະຊາຊົນລາວ ໄດ້ຄັດເລືອກນາຍ ແລະ ພົນທະຫານ ຈາກຫຼາຍກົມກອງຂອງເຫຼົ່າຮັບຕີພິເສດ.

ທີ່ມາ: Lao people’s Army News

Related Articles

Leave a Reply