ເປີດນຳໃຊ້! ຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດ ກ່ອນການສົ່ງອອກ

ເປີດນຳໃຊ້! ຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດ ກ່ອນການສົ່ງອອກ

ໃນວັນທີ 29 ພຶດສະພາ 2026 ຜ່ານມາ, ກະຊວງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ຈັດກອງປະຊຸມເຜີຍ ແຜ່ແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງທົ່ວປະເທດ ຊຶ່ງທັງໝົດມີ 32 ດ່ານໃນທົ່ວປະເທດ. ໃນນີ້, ສຳລັບຢູ່ແຂວງຄຳມ່ວນ ແລະ ແຂວງ ສາລະວັນ ແມ່ນຢູ່ 3 ຈຸດຄື: ຢູ່ດ່ານສາກົນນາເພົ້າ, ດ່ານສາກົນຂົວມິດຕະພາບ 3 ແລະ ດ່ານສາກົນລະໄລ.

ຈຸດປະສົງ, ກໍ່ເພື່ອເຜີຍແຜ່ແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ຊຶ່ງໃນໄລຍະຜ່ານມາເຫັນວ່າການຄຸ້ມຄອງກວດກາຄຸນນະພາບ ແລະ ມາດຕະຖານການສົ່ງອອກແຮ່ທາດຍັງບໍ່ທັນຮັດກຸມ, ການຄຸ້ມຄອງການເກັບກໍາຂໍ້ມູນການສົ່ງອອກແຮ່ທາດແຕ່ລະຊະນິດຍັງບໍ່ທັນລວມສູນ ແລະ ຍັງບໍ່ທັນມີພາກສ່ວນໃດໆ ເຮັດໜ້າທີ່ໃນການຄຸ້ມຄອງວຽກງານດັ່ງກ່າວຢູ່ປາຍທາງ (ດ່ານພາສີສາກົນ ທົ່ວປະເທດ ແລະ ຈຸດສະຖານີລົດໄຟ).

ສະນັ້ນ, ການສ້າງຕັ້ງຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກປະຈໍາຢູ່ດ່ານສາກົນ ແລະ ສະຖານີລົດໄຟນັ້ນກໍເພື່ອແນໃສ່ການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການກວດກາວິໄຈ ແລະ ຢັ້ງຢືນແຮ່ທາດ ແລະ ແຮ່ຫາຍາກອື່ນໆ…ຕາມທິດການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ເປັນການປະກອບສ່ວນ ເຂົ້າໃນວຽກງານການຄຸ້ມຄອງ, ການສົ່ງອອກຜະລິດຕະພັນແຮ່ທາດ ແລະ ຮັບປະກັນຄວາມຖືກຕ້ອງ, ຄວາມໂປ່ງໃສ ຂອງການຢັ້ງຢືນການກວດສອບວິໄຈແຮ່ທາດຢູ່ປາຍທາງ ດ້ວຍການນໍາໃຊ້ເຄື່ອງມືເຕັກໂນໂລຊີ ທີ່ທັນສະໄໝ, ຮັບປະກັນຄວາມຖືກຕ້ອງໃນການສົ່ງອອກແຮ່ທາດ, ເພື່ອຮັບປະກັນເຮັດໃຫ້ລັດຖະບານໄດ້ຮັບຜົນປະໂຫຍດສູງສຸດຈາກ ການເກັບລາຍຮັບເຂົ້າງົບປະມານ, ໂດຍສອດຄ່ອງກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ຄໍາສັ່ງຂອງລັດຖະບານ ແລະ ສ້າງລາຍຮັບໃຫ້ປະເທດຊາດຢ່າງຍືນຍົງ.

ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ໂດຍອີງຕາມແຈ້ງການ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 617/ຫສນຍ, ລົງວັນທີ 15 ພຶດສະພາ 2026 ໃນການກະກຽມຈັດຕັ້ງປະຕິບັດວຽກງານ ກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາ

ດັ່ງນັ້ນ, ຄະນະຮັບຜິດຊອບໄດ້ສົມທົບກັບພະແນກການຂອງແຂວງ ສົມທົບກັບຫ້ອງກວດກາວິໄຈ ແລະ ຢັ້ງຢືນ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງທົ່ວປະເທດ ແລະ ໜ່ວຍງານກ່ຽວຂ້ອງ, ໄດ້ເປີດນໍາໃຊ້ຫ້ອງ ກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງທົ່ວປະເທດ.

ໃນກອງປະຊຸມ, ຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳຕ່າງໆທີ່ຕິດພັນກັບຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບ ແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງທົ່ວປະເທດ ແລະ ກະກຽມເປີດຫ້ອງກວດ ກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງປະຈໍາດ່ານພາສີສາກົນທົ່ວປະເທດ ຫ້ອງການພາສີປະຈຳສະຖານີລົດໄຟ ລວມທັງໝົດ 31 ດ່ານ ດັ່ງນີ້:

1. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ I.

2. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ II.

3. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ III.

4. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ IV.

5. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນາເພົ້າ.

6. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ລະໄລ.

7. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນໍ້າກັ່ນ.

8. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ບໍ່ເຕັນ.

9. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ລານຕຸຍ.

10. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນໍ້າໂສຍ.

11. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ປ່າຮ່າງ.

12. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ບ້ານມອມ.

13. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ພູເກືອ.

14. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ດາກຕະອອກ.

15. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ແດນສະຫວັນ.

16. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນໍ້າພາວ.

17.ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ປາກຊັນ;

18. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນໍ້າເງິນ.

19. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ປາງມອນ.

20. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ພູດູ່.

21. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ວັງເຕົ່າ.

22. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີປະເພນີ ໜອງມ້າ.

23. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ ນໍ້າເຫືອງ.

24. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ທ່າບົກ-ທ່ານາແລ້ງ.

25. ຫ້ອງການກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ວຽຈັນໃຕ້.

26. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ວັງວຽງ.

27. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ກາສີ.

28. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ໂພນໂຮງ.

29. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ຫຼວງພະບາງ.

30. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ນາເຕີຍ.

31. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ເມືອງໄຊ;

32. ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ທົ່ວປະເທດ (ຫ້ອງທົດລອງສູນກາງ).

ທີ່ມາ: ເນື້ອໃນ-ພາບ (ກະຊວງການເງິນ)

Related Articles

Leave a Reply