ພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ອອກແຈ້ງການ ກ່ຽວກັບການກະກຽມຄັດເລືອກນັກຮຽນ ເພື່ອເຂົ້າສຶກສາຕໍ່ໃນສະຖາບັນການສຶກສາຊັ້ນສູງ, ພາຍໃຕ້ທຶນການສຶກສາຂອງລັດຖະບານ (ທຶນໃນແຜນ) ແລະ ທຶນການສຶກສາຂອງທ່ານເລຂາພັກແຂວງສະຫວັນນະເຂດ ສໍາລັບສົກຮຽນ 2026-2027.


ອີງຕາມແຈ້ງການ, ທຶນການສຶກສາສຳລັບສາຍວິຊາຮຽນທົ່ວໄປ ແມ່ນຈະໄດ້ຮັບເບ້ຍລ້ຽງ 500,000 ກີບ/ເດືອນ ແລະ ສາຍຄູ 700,000 ກີບ/ເດືອນ.
ຖ້າຫາກສະໝັກຮຽນຄູ ຢູ່ສະຖາບັນການສຶກສາຊັ້ນສູງ ໃນ ແຂວງ ສະຫວັນນະເຂດ ແມ່ນຈະໄດ້ຮັບເບ້ຍລ້ຽງ 1,400,000 ກີບ/ເດືອນ.
ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ອອກແຈ້ງການສະບັບເລກທີ 1064/ສກຂ ລົງວັນທີ 28 ພຶດສະພາ 2026, ເພື່ອແຈ້ງໃຫ້ນັກຮຽນທີ່ຈົບຊັ້ນ ມ7 ທົ່ວແຂວງຊາບ ກ່ຽວກັບການກະກຽມຄັດເລືອກນັກຮຽນ ເພື່ອເຂົ້າສຶກສາຕໍ່ໃນສະຖາບັນການສຶກສາຊັ້ນສູງ ພາຍໃຕ້ທຶນການສຶກສາຂອງລັດຖະບານ (ທຶນໃນແຜນ) ແລະ ທຶນການສຶກສາຂອງທ່ານເລຂາພັກແຂວງສະຫວັນນະເຂດ ສໍາລັບສົກຮຽນ 2026-2027.
ປະເພດທຶນ ແລະ ນະໂຍບາຍເບ້ຍລ້ຽງ:
1. ທຶນເຂົ້າຮຽນມະຫາວິທະຍາໄລ 4 ແຫ່ງ (ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ)
– ສາຍທົ່ວໄປ ຈະໄດ້ຮັບເບ້ຍລ້ຽງ: 500,000 ກີບ/ເດືອນ.
– ສາຍຄູ ຈະໄດ້ຮັບເບ້ຍລ້ຽງ: 700,000 ກີບ/ເດືອນ.
2. ທຶນຮຽນວິຊາຊີບຄູ (ເຂົ້າຮຽນທີ່ ວິທະຍາໄລຄູສະຫວັນນະເຂດ ແລະ ມະຫາວິທະຍາໄລສະຫວັນນະເຂດ) ເປັນທຶນຂອງທ່ານເລຂາພັກແຂວງສະຫວັນນະເຂດ ສົມທົບກັບທຶນກະຊວງ ຈະໄດ້ຮັບເບ້ຍລ້ຽງ 1,400,000 ກີບ/ເດືອນ.
3. ທຶນຮຽນວິຊາຊີບ (ເຂົ້າຮຽນທີ່ ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ) ເປັນທຶນການສຶກສາຂອງລັດຖະບານ (ທຶນໃນແຜນ).
ມາດຖານ ແລະ ເງື່ອນໄຂຂອງຜູ້ສະໝັກມີດັ່ງນີ້:
– ເປັນນັກຮຽນ-ນັກສຶກສາທີ່ຈົບຊັ້ນ ມ7 ຫຼື ທຽບເທົ່າ ແລະ ພະນັກງານ-ລັດຖະກອນ.
– ມີສຸຂະພາບຮ່າງກາຍແຂງແຮງດີ.
– ມີຄຸນສົມບັດດີ, ມີຜົນການຮຽນສະເລ່ຍບໍ່ຫຼຸດ 6.
– ບຸລິມະສິດແມ່ນໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຜູ້ທີ່ມາຈາກເຂດຫ່າງໄກສອກຫຼີກ.

