ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ລາວ ໄດ້ມີການ ຖະແຫລງກ່ຽວກັບໝາກຜົນການຢ້ຽມຢາມ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃຫ້ກັບສື່ມວນ ຊົນລາວ ແລະ ຈີນ ໃນວັນທີ10/6/2026.
ຕາມຄຳເຊື້ອເຊີນຂອງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ໃນລະຫວ່າງວັນທີ 2 ຫາ 6 ມິຖຸນາ 2026.
ໃນລະຫວ່າງການຢ້ຽມຢາມ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ໄດ້ພົບປະເຈລະຈາ ກັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ຮ່ວມກັນເປັນສັກຂີພິຍານໃນການລົງນາມເອກະສານການຮ່ວມມືໃນຫຼາຍຂົງເຂດ. ສະຫາຍ ຫຼີສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ສະຫາຍ ເຈົ້າເລີ້ຈີ້ ປະທານຄະນະກຳມະການປະຈຳສະພາປະຊາຊົນທົ່ວປະເທດຈີນ ກໍໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ.
ສອງຝ່າຍໄດ້ແຈ້ງສະພາບການຂອງພັກ ແລະ ລັດຂອງຕົນໃຫ້ກັນຊາບ, ພ້ອມທັງແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເລິກເຊິ່ງ ກ່ຽວກັບການພົວພັນລະຫວ່າງສອງພັກ ສອງລັດ ກໍຄືບັນຫາສາກົນ ແລະ ພາກພື້ນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ເຊິ່ງໄດ້ບັນລຸຄວາມຮັບຮູ້ຮ່ວມກັນທີ່ສຳຄັນຫຼາຍປະການ. ສອງຝ່າຍໄດ້ຮ່ວມກັນອອກຖະແຫຼງການຮ່ວມ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ແລະ ໄດ້ລົງນາມເອກະສານການຮ່ວມມືທັງໝົດ 32 ສະບັບ.
ນອກຈາກນັ້ນ, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມຢາມແຂວງເຈີຈຽງ, ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ, ສູນການບິນອະວະກາດປັກກິ່ງ, ພ້ອມທັງໄດ້ພົບປະກັບອະດີດເອກອັກຄະລັດຖະທູດຈີນປະຈຳລາວ ແລະ ຕົວແທນອະດີດນັກຮົບເກົ່າຈີນ ທີ່ເຄີຍຊ່ວຍເຫຼືອລາວຕໍ່ຕ້ານຈັກກະພັດອາເມລິກາ. ການຢ້ຽມຢາມໃນຄັ້ງນີ້ແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ.
ການຢ້ຽມຢາມຄັ້ງນີ້ ຖືເປັນເຫດການທີ່ສຳຄັນອັນດັບໜຶ່ງໃນການພົວພັນ ລາວ-ຈີນ ໃນໄລຍະມໍ່ໆນີ້, ເຊິ່ງ ສະຫາຍ ນາງ ຟາງຫົງ ເຫັນວ່າສື່ມວນຊົນກະແສຫຼັກຂອງທັງສອງປະເທດ ຕ່າງກໍໄດ້ລາຍງານຂ່າວຢ່າງໜາແໜ້ນ ແລະ ຕໍ່ເນື່ອງ.
ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ຜູ້ນຳສູງສຸດຂອງສອງພັກ ສອງລັດ ຈີນ-ລາວ ໄດ້ເຫັນດີເປັນເອກະພາບກັນໃນການສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ “3+3” ລະຫວ່າງ ຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແລະ
ສະຫາຍ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ລາວ ໄດ້ມີຄຳເຫັນ ຕໍ່ກັບຄວາມໝາຍສຳຄັນຂອງກົນໄກດັ່ງກ່າວວ່າ: ຈີນ ແລະ ລາວ ຕ່າງກໍແມ່ນປະເທດສັງຄົມນິຍົມ ທີ່ນຳພາໂດຍພັກກອມມູນິດ, ໃນປັດຈຸບັນ ຕ່າງກໍພວມຜະເຊີນກັບສະພາບແວດລ້ອມພາຍນອກທີ່ມີຄວາມສັບສົນ ແລະ ຂ້ຽວຂາດກວ່າເກົ່າ, ທັງມີພາລະກິດແຫ່ງການປະຕິຮູບ, ການພັດທະນາ ແລະ ການຮັກສາສະຖຽນລະພາບ ທີ່ຈະຕ້ອງໄດ້ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງທາງດ້ານຍຸດທະສາດຕື່ມອີກ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ເຊິ່ງບໍ່ພຽງແຕ່ເພື່ອປົກປັກຮັກສາຄວາມໝັ້ນຄົງຂອງສອງປະເທດໃຫ້ດີກວ່າເກົ່າເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າ ໃຫ້ແກ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງສາກົນ ແລະ ພາກພື້ນອີກດ້ວຍ.
ໃນຄັ້ງນີ້, ຜູ້ນຳສູງສຸດຂອງສອງພັກ ສອງລັດ ໄດ້ຮ່ວມກັນປະກາດສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ “3+3” (ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ) ແລະ ຊຸກຍູ້ການສ້າງຕັ້ງການເປັນຄູ່ຮ່ວມຄວາມໝັ້ນຄົງ ຈີນ-ລາວ, ເຊິ່ງນີ້ແມ່ນການຈັດຕັ້ງກົນໄກທີ່ມີລັກສະນະລະບົບອັນສຳຄັນ ໃນການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ທັງເປັນຄວາມຮຽກຮ້ອງຕ້ອງການອັນຈຳເປັນ ໃນການຊຸກຍູ້ພາລະກິດສັງຄົມນິຍົມຂອງທົ່ວໂລກໃຫ້ເຕີບໃຫຍ່ຂະຫຍາຍຕົວ.
ສະຫາຍ ຟາງຫົງ ກ່າວຕື່ມອີກວ່າ ພວກຂ້າພະເຈົ້າຍິນດີທີ່ຈະຮ່ວມມືກັບຝ່າຍລາວ, ໂດຍຖືເອົາການສ້າງຕັ້ງກົນໄກການສົນທະນາດ້ານຍຸດທະສາດ “3+3” ເປັນກາລະໂອກາດ, ຈັດຕັ້ງປະຕິບັດຄວາມຮັບຮູ້ຮ່ວມກັນຂອງຜູ້ນຳສູງສຸດຂອງສອງຝ່າຍຢ່າງເດັດດ່ຽວ, ຮ່ວມກັນປົກປັກຮັກສາລະບອບສັງຄົມນິຍົມ ແລະ ຕຳແໜ່ງການເປັນພັກກຳອຳນາດຂອງພັກກອມມູນິດ, ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດ ແລະ ການບັງຄັບໃຊ້ກົດໝາຍດ້ານຄວາມໝັ້ນຄົງ, ສະກັດກັ້ນ ແລະ ປາບປາມການພະນັນອອນລາຍ, ການຕົ້ມຕຸ໋ນທາງໂທລະຄົມມະນາຄົມ ແລະ ອາດຊະຍາກຳຂ້າມຊາດອື່ນໆຢ່າງເດັດຂາດ, ເພື່ອສະໜັບສະໜູນ ແລະ ປົກປັກຮັກສາຜົນປະໂຫຍດແກນກາງ ແລະ ຄວາມກັງວົນອັນໃຫຍ່ຫຼວງຂອງກັນ ແລະ ກັນຢ່າງມີພະລັງ ແລະ ເດັດດ່ຽວຍິ່ງຂຶ້ນ, ເລັ່ງລັດຊຸກຍູ້ໃຫ້ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກເກີດດອກອອກຜົນ ແລະ ມີປະສິດທິຜົນຕົວຈິງ.
ນອກຈາກນີ້ ສະຫາຍ ຟາງຫົງ ຍັງກ່າວຕື່ມກ່ຽວກັບການພົວພັນ ຈີນ-ລາວ ຈະບັນລຸການພັດທະນາຄັ້ງໃໝ່, ສຳລັບປະຊາຊົນລາວແລ້ວ ຈະໄດ້ຮັບ ຜົນປະໂຫຍດຕົວຈິງ ເນືອງຈາກວ່າ ເປົ້າໝາຍສຸດທ້າຍຂອງການຮ່ວມມື ຈີນ-ລາວ ກໍຄືການເຮັດໃຫ້ປະຊາຊົນຂອງທັງສອງປະເທດໄດ້ຮັບຜົນປະໂຫຍດ. ໝາກຜົນອັນສຳຄັນຫຼາຍປະການ ທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ໃນທີ່ສຸດແລ້ວ ຈະໄດ້ຮັບການສະແດງອອກໃນໂອກາດການມີວຽກເຮັດງານທຳ, ລະດັບລາຍຮັບ ແລະ ການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງແທ້ຈິງ.
ໃນການພົບປະເຈລະຈາຂອງຜູ້ນຳສູງສຸດຂອງສອງຝ່າຍ ແລະ ໃນຖະແຫຼງການຮ່ວມ ຕ່າງກໍໄດ້ເນັ້ນໜັກວ່າ, ຕ້ອງໄດ້ຊຸກຍູ້ການສ້າງແລວທາງເສດຖະກິດ ຈີນ-ລາວ ໃຫ້ຍົກລະດັບຄຸນນະພາບຂຶ້ນ, ແລະ ເລັ່ງລັດການພັດທະນາຮອບດ້ານຕາມທາງລົດໄຟ ລາວ-ຈີນ. ໃນຖະແຫຼງການຮ່ວມຍັງໄດ້ກຳນົດຢ່າງຈະແຈ້ງວ່າ, ຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍອັດຕາພາສີ 0% ສຳລັບສິນຄ້າຂອງລາວ ທີ່ສົ່ງອອກໄປຈີນທັງໝົດ 100% ຂອງລາຍການພາສີ, ລົງເລິກການຮ່ວມມືດ້ານການຄ້າເອເລັກໂຕຣນິກ (E-commerce), ເພື່ອອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າກະສິກຳ ແລະ ສິນຄ້າຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດຍ່ອຍ (MSMEs) ຂອງລາວ ໄປຍັງປະເທດຈີນ. ຄວາມຮັບຮູ້ຮ່ວມກັນເຫຼົ່ານີ້ ຈະຊ່ວຍສ້າງຕຳແໜ່ງງານໃຫ້ຫຼາຍຂຶ້ນ, ຊຸກຍູ້ການພັດທະນາຂອງຂະແໜງການໂລຈິສຕິກ, ການຄ້າ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງ ແລະ ການຜະລິດ, ພ້ອມທັງຊຸກຍູ້ການສົ່ງອອກສິນຄ້າທີ່ມີຄຸນນະພາບດີຂອງລາວ ໄປປະເທດຈີນໃຫ້ຫຼາຍຂຶ້ນ. ສິ່ງເຫຼົ່ານີ້ ຈະຫັນປ່ຽນເປັນຕົວເງິນຕົວຈິງ ຢູ່ໃນກະເປົ໋າຂອງ ປະຊາຊົນລາວ, ເຮັດໃຫ້ຄອບຄົວຄົນລາວໄດ້ຮັບ ຜົນປະໂຫຍດຢ່າງແທ້ຈິງ.
ຂຽນໂດຍ: ນາງຕູ່

