ປ່ອຍຍຸງໂວບັກເຄຍ ຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ປ່ອຍຍຸງໂວບັກເຄຍ ຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຮ່ວມກັບ​ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ​ ແລະ​ ພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ຈັດພິທີປ່ອຍຍຸງໂວບັກເຄຍ ພາຍໃຕ້ໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ເມື່ອມໍ່ໆມານີ້ ຢູ່ສວນສາທາລະນະແຄມຂອງ ນະຄອນປາກເຊ​​ ແຂວງຈໍາປາສັກ ໂດຍການ​ເຂົ້າຮ່ວມ​ຂອງທ່ານ ວັນນະໄຊ ຊາດຕະກູນ ຮອງລັດຖະມົນຕີກະຊວງສາທາລະນະສຸກ,​ ທ່ານ ສົມບູນ​ ເຮືອງວົງສາ​ ຮອງປະທານ​ຄະນະກໍາມະການປົກຄອງແຂວງຈຳປາສັກ, ທ່ານ ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່​ ກະຊວງ​ສາທາລະນະ​ສຸກ,​ ທ່ານ ລຸກ ເອັບສ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ​ (Save the Children Laos),​ ທ່ານ ນາງ ເບັກຕີ້ ອັນດາຣີ ຜູ້ຕາງໜ້າຈາກໂຄງການຍຸງໂລກ (World Mosquito Program), ມີການນໍາສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້, ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ສູນວິເຄາະ – ລະບາດວິທະຍາ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.

ໃນພິທີ, ທ່ານ​ ນາງ​ ສັງວານ​ ແສນ​ສຸກ​ ຮອງ​ຫົວໜ້າ​ພະແນກສາທາລະນະສຸກແຂວງຈຳປາສັກ​ ມີຄໍາເຫັນວ່າ: ການນໍາໃຊ້ວິທີການຕ່າງໆ ເພື່ອຫຼຸດຜ່ອນອັດຕາການຕິດເຊື້ອພະຍາດໄຂ້ຍຸງລາຍ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຫຼາຍທີ່ສຸດ ເພື່ອຊ່ວຍໃຫ້ອັດຕາການເຈັບເປັນ ແລະ ເສຍຊີວິດ ຈາກພະຍາດໄຂ້ຍຸງລາຍ ໃຫ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະ ເດັກນ້ອຍ, ແມ່ມານ, ຜູ້ເຖົ້າ ແລະ ຜູ້ທີ່ມີພະຍາດປະຈໍາຕົວ.​ ການປ່ອຍຍຸງລາຍບ້ານທີ່ມີເຊື້ອໂວບັກເຄຍ​ ຢູ່ນະຄອນປາກເຊ ໃນປີ​ 2026​ ນີ້​ ຈະໄດ້ປ່ອຍຍຸງ ຢູ່ 19 ບ້ານ ໃນເຂດເທດສະບານນະຄອນປາກເຊ,​ ການປ່ອຍຍຸງລາຍບ້ານທີ່ມີເຊື້ອໂວບັກເຄຍຄັ້ງນີ້ ຈະເປັນອີກວິທີການໜຶ່ງ ທີ່ຈະປະກອບໃສ່ວິທີການອື່ນໆທີ່ມີຢູ່ໃນການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍສະເພາະແມ່ນວຽກງານ 5 ປ​.​ ພ້ອມນີ້​ ທ່ານຍັງຍົກໃຫ້ເຫັນສະພາບການລະບາດຂອງພະຍາດໄຂ້ຍຸງຢູ່ 9​ ເມືອງ, 1​ ນະຄອນ​ ຂອງແຂວງຈໍາປາສັກ ໃນປີ 2013 –​ 2015 ແລະ ສະຖິຕິການຕິດເຊື້ອພະຍາດໄຂ້ຍຸງປີ 2021​ ​- 2025.​

ທ່ານ ລຸກ ເອັບສ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ​ ກໍໄດ້ມີຄໍາເຫັນກ່ຽວກັບໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງ ໂວບັກເຄຍ (Wolbachia) ທີ່ອົງການຊ່ວຍເຫຼືອເດັກສາກົນ​ ປະຈຳ​ ສປປ​ ລາວ​ ທີ່ໄດ້ໃຫ້ການສະໜັບສະໜູນ.​ ຈາກນັ້ນ, ທ່ານ​ ວັນນະໄຊ ຊາດຕະກຸນ ກໍໄດ້ໃຫ້ກຽດກ່າວເປີດພິທີວ່າ: ພະຍາດໄຂ້ຍຸງລາຍເປັນບັນຫາທາງດ້ານສາທາລະນະສຸກ ແລະ ເປັນໄພຄຸກຄາມຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ ຊຶ່ງມີການລະບາດ ແລະ ເສຍຊີວິດໃນແຕ່ລະປີ. ຜ່ານມາ,​ ລັດຖະບານ ກໍຄືກະຊວງສາທາລະນະສຸກ​ ແມ່ນເຫັນໄດ້ຄວາມສໍາຄັນໃນວຽກງານຄວບຄຸມພະຍາດໄຂ້ຍຸງລາຍ ໂດຍໄດ້ວາງຍຸດທະສາດຄວບຄຸມໄຂ້ຍຸງລາຍ, ນະໂຍບາຍ 5 ປີ, ສ້າງຄູ່ມືພັດທະນາພູມປັນຍາຊາວບ້ານ​ ເພື່ອຄວບຄຸມແຫຼ່ງເພາະພັນໄຂ້ຍຸງລາຍ ພ້ອມທັງປຸກລະດົມການມີສ່ວນຮ່ວມຂອງອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນ ຊຶ່ງສາມາດຫຼຸດຜົນການເຈັບເປັນ ແລະ ເສຍຊີວິດໄດ້ໃນລະດັບໜຶ່ງ.​ ການປ່ອຍຍຸງໂວບັກເຄຍຢູ່ແຂວງຈຳປາສັກຄັ້ງນີ້​ ສຸດທີ່ມີຄວາມໝາຍຄວາມສໍາຄັນ ເພື່ອຄວບຄຸມພະຍາດໄຂ້ຍຸງລາຍດ້ວຍວິທີແບບໃໝ່,​ ເປັນວິທີການທີ່ມີຜົນສໍາເລັດທີ່ດີໃນການຄວບຄຸມໄຂ້ຍຸງລາຍໃນຫຼາຍປະເທດ,​ ການຂະຫຍາຍໂຄງການມາສູ່ນະຄອນປາກເຊ ຈະເຮັດໃຫ້ພວກເຮົາສາມາດປະເມີນຜົນໄດ້ເປັນຮູບປະທໍາຫຼາຍຂຶ້ນ ຊຶ່ງອາດຈະໃຊ້ເວລາໃນການເຫັນຜົນຂອງໂຄງການດັ່ງກ່າວ.​ ການນໍາໃຊ້ນະວັດຕະກຳໃໝ່ໃນການຄວບຄຸມໄຂ້ຍຸງລາຍ​ ນີ້ຈະເປັນວິທີທີ່ພວກເຮົາຈະຄວບຄຸມພະຍາດໄຂ້ຍຸງລາຍທີ່ມີປະສິດທິພາບ,​ ຍ້ອນແນວນັ້ນ,​ ໃນນາມຕາງໜ້າຄະນະນໍາຂອງກະຊວງສາທາລະນະະສຸກ​ ຂໍຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງ​ປະຕິບັດ​ໂຄງ​ການ​ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.​

ທີ່ມາແຫຼ່ງຂ່າວ​-ພາບ​: ທູນທອງໃຈ

Related Articles

Leave a Reply