ອາຊຽນເຫັນດີຮ່ວມມືຫຼາຍ ດ້ານເພື່ອຕ້ານພະຍາດໂຄວິດ-19

ອາຊຽນເຫັນດີຮ່ວມມືຫຼາຍ ດ້ານເພື່ອຕ້ານພະຍາດໂຄວິດ-19

ກອງປະຊຸມລັດຖະມົນຕີປ້ອງກັນປະເທດຂອງບັນດາອາຊຽນກ່ຽວກັບການຝຶກຊ້ອມເທິງແຜນທີ່-ແຜນຮ່າງ ທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການ ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ຈັດຂຶ້ນໃນບໍ່ດົນມານີ້ ຢູ່ ​ກົມ​ພົວ​ພັນ​ຕ່າງ​ປະ​ເທດ, ຫ້ອງວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ ເທດລາວ, ບັນດາປະເທດສະມາຊິກອາຊຽນໃຫ້ ທັດສະນະຄ້າຍຄືກັນກ່ຽວກັບການ ຮ່ວມມືກັນໃນອະນາຄົດວ່າ: ຄວນສ້າງສູນຂໍ້ມູນຂ່າວສານສະເພາະໃນການແລກປ່ຽນຂໍ້ມູນຂ່າວສານອາຊຽນ, ຄວນເພີ່ມທະວີໃນການປະສານສົມທົບກັບບັນດາກະຊວງ ແລະ ສະຖາບັນທີ່ກ່ຽວຂ້ອງໃນການຈັດການກັບພະຍາດໂຄວິດ-19, ຄວນມີການແລກປ່ຽນທາງດ້ານວິຊາການ ລວມທັງແນວທາງວິຊາການ, ຄວນມີການແລກປ່ຽນຖອດຖອນບົດຮຽນ ຫຼື ແບ່ງປັນແຜນປະຕິບັດງານທີ່ດີທີ່ສຸດໃນອາຊຽນດ້ວຍກັນ ແລະ ທົບທວນຄືນການປະເມີນຜົນຢ່າງເປັນປົກກະຕິ ເພື່ອປະຕິບັດນະໂຍບາຍຂອງມາດຕະຖານໃນການປະຕິບັດງານຕ່າງໆ.

ການ​​ຝຶກ​ຊ້ອມໃນ​​ຄັ້ງ​ນີ້ ມີໜ່ວຍງານແພດທະຫານຈາກບັນ​ດາ​ປະເທດສະມາຊິກອາຊຽນ, ອາຊຽນ-ບວກສາມ, ຜູ້ແທນຈາກກະຊວງສາທາລະສຸກ, ອົງການອະນາໄມໂລກ, ສູນປະສານງານໃຫ້ການຊ່ວຍເຫຼືອມະນຸດສະທໍາ ແລະ ຄຸ້ມຄອງໄພພິບັດອາຊຽນ (AHA Center) ແລະ ກອງເລຂາອາຊຽນ ເຂົ້າຮ່ວມການຝຶກຊ້ອມ ແລະ ທັງເຂົ້າຮ່ວມສັງເກດການ. ພິເສດທາງກະຊວງສາທາລະນະສຸກ ເຊິ່ງນໍາໂດຍ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ປອ. ດຣ. ພອນປະດິດ ສັງໄຊຍະລາດ, ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ ພ້ອມດ້ວຍພະນັກງານກອງເລຂາໄພພິບັດ ກະຊວງສາທາລະນະສຸກ, ທ່ານ ພັ.ອ ດຣ ສຸລິພັນ ເພັດຈັນທະລາ, ຫົວ​ໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະ​ນະກໍ່ໄດ້ ເຂົ້າຮ່ວມໃນການຝຶກຊ້ອມກັບໜ່ວຍ ງານແພດທະຫານຂອງກອງທັບໃນຄັ້ງນີ້ດ້ວຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply