ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ມອບເງິນຈໍານວນ 50.000 ໂດລາສະຫະລັດ ເພື່ອສະໜັບສະໜູນວຽກງານປ້ອງກັນ ການແຜ່ລະບາດ ແລະ ຕ້ານພະຍາດ ໂຄວິດ-19 ຢູ່ ສປປ ລາວ.
ພິທີມອບເງິນຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ມອບໂດຍ ທ່ານ ສະໝານ ອະເນກາ ຜູ້ອຳນວຍໃຫຍ່ ບໍລິສັດ ລຊມລ ແລະ ຕາງໜ້າຄະນະສະເພາະກິດ ກ່າວຮັບໂດຍ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນໄລຍະຜ່ານມາ, ບໍລິສັດ ລຊມລ ກໍ່ໄດ້ໃຫ້ການຊ່ວຍ ເຫຼືອອຸປະກອນການແພດ ເພື່ອຕ້ານພະຍາດ ໂຄວິດ-19 ຢູ່ ສປປ ລາວ ເຊັ່ນໃນເດືອນ ເມສາ 2020, ລຊມລ ກໍ່ໄດ້ໃຫ້ການສະໜັບສະໜູນ ເບື້ອງຕົ້ນໃຫ້ແກ່ເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ ດ້ວຍການມອບອຸປະກອນການແພດ ມູນຄ່າ 142.000.000ກີບ. ອຸປະກອນທີ່ໄດ້ມອບລວມມີ ໜ້າກາກອະນາໄມ, ເຄື່ອງກວດອຸນຫະພູມຮ່າງກາຍ, ນ້ຳຢາລ້າງມື, ເຄື່ອງພົ່ນຢາຂ້າເຊື້ອດ້ວຍ ໄຟຟ້າ ພ້ອມດ້ວຍນ້ຳຢາຂ້າ ເຊື້ອ.
ສໍາລັບເດືອນພຶດສະພາຜ່ານມາ, ລຊມລ ກໍ່ໄດ້ປະກອບສ່ວນອຸປະກອນ-ເຄື່ອງມື ປ້ອງກັນການລະບາດຂອງພະຍາດໂຄວິດ-19 ເພີ່ມຕື່ມອີກ ໃຫ້ແກ່ເມືອງວິລະບູລີ ລວມມູນຄ່າ 101.500.000 ກີບ ແລະ ແຂວງສະຫວັນນະເຂດ ມູນຄ່າປະມານ 180.000.000 ກີບ. ການປະກອບສ່ວນອຸປະກອນ ແລະ ເຄື່ອງມື ດັ່ງກ່າວ ແມ່ນເພື່ອສະໜັບສະໜູນໃຫ້ແກ່ຜູ້ມີສ່ວນຮ່ວມຫຼັກ ແລະ ຊຸມຊົນເຈົ້າພາບ ເຊິ່ງເປັນທີ່ຕັ້ງຂອງໂຄງການຂຸດຄົ້ນບໍ່ຄຳ-ທອງ ເຊໂປນ ໃນການຕ້ານການລະບາດຂອງພະຍາດ ໂຄວິດ-19.
ຂ່າວ: ວຽງຈັນທາຍ