ລາວ-ກຳປູເຈຍ ເປີດເສັ້ນທາງຂົນສົ່ງສີນຄ້າກະສິກຳ ໄປຍັງ ສປ ຈີນ 

ລາວ-ກຳປູເຈຍ ເປີດເສັ້ນທາງຂົນສົ່ງສີນຄ້າກະສິກຳ ໄປຍັງ ສປ ຈີນ 

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມແຫ່ງ ສປປ ລາວ ແລະ  ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງຣາຊະອານາຈັກກຳປູເຈຍ ຈັດຂຶ້ນໃນວັນທີ 22 ມິຖຸນາ 2026 ຢູ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມຄະນະ, ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ພ້ອມຄະນະ ເພື່ອສືບຕໍ່ ສົ່ງເສີມການຮ່ວມມືຂອງສອງກະຊວງ ກໍຄື ສອງຂະແໜງການເພື່ອສ້າງ ໂອກາດໃຫ້ມີການພົບປະລະຫວ່າງ ພາກທຸລະກິດຂອງສອງປະເທດ ແນໃສ່ສົ່ງເສີມການລົງທຶນ ແລະ ການຄ້າ ກະສິກໍາລະຫວ່າງສອງປະເທດ ແລະ ອັນສຳຄັນທີ່ສຸດ ກໍແມ່ນການເປີດພິທີການຂົນສົ່ງສິນຄ້າກະສິກຳ ຈາກຣາຊະອານາຈັກ ກຳປູກເຈຍ ໄປຍັງ ສປ ຈີນ ໂດຍຜ່ານ ສປປ ລາວ ແລະ ການຂົນສົ່ງສິນຄ້າ ຈາກ ສປປ ລາວ ໄປ ຣາຊະອານາຈັກ ກຳປູເຈຍ.

ທ່ານ ລິນຄຳ ດວງສະຫວັນ ໄດ້ກ່າວວ່າ: ການເຮັດວຽກຮ່ວມກັນໃນຄັ້ງນີ້, ຈະເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໂດຍສະເພາະການສົ່ງເສີມການຮ່ວມມື ແລະ ລົງທຶນໃນຂະແໜງກະສິກໍາ ແລະ ປ່າໄມ້ ລະຫວ່າງ ສອງກະຊວງ ກໍຄື ສອງປະເທດພວກເຮົາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ, ທັງເປັນຂີດໝາຍ ສຳຄັນອີກອັນໜຶ່ງ ຂອງຂອບການຮ່ວມມື ໃນຂົງເຂດກະສິກຳ, ປ່າໄມ້ ແລະ ການປະມົງ ຂອງພວກເຮົາໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງແມ່ນຜົນການພົບປະຂອງການນຳທັງສອງກະຊວງ ແລະ ໝາກຜົນຂອງການເຮັດວຽກຮ່ວມກັນ ຂອງກົມວິຊາການທັງສອງປະເທດຂອງພວກເຮົາໃນໄລຍະຜ່ານມາ. ການຈັດຕັ້ງຜັນຂະຫຍາຍແຜນດຳເນີນງານໃນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານກະສິກຳລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ປີ 2023-2027 ຊຶ່ງກວມເອົາບັນດາໜ້າວຽກ ທີ່ເປັນບຸລິມະສິດຂອງຂະແໜງການ ເປັນຕົ້ນ ການແລກປ່ຽນບົດຮຽນ ແລະ ປະສົບການດ້ານສະຫະກອນກະສິກໍາ, ການຜະລິດເຂົ້າເປັນສິນຄ້າ, ການຊຸກຍູ້ສົ່ງເສີມພາກເອກະຊົນເພື່ອລົງທຶນດ້ານກະສິກໍາ, ການອໍານວຍຄວາມສະດວກດ້ານການຄ້າກະສິກໍາ, ການປະມົງ, ການອະນຸລັກປ່າໄມ້ ແລະ ສັດນໍ້າ ໂດຍສະເພາະປາ ໂລມານໍ້າຈືດ ແລະ ອື່ນໆ, ການຮ່ວມມືໃນໄລຍະຜ່ານມາ ເຫັນໄດ້ຜົນສຳເລັດຫຼາຍດ້ານ ໂດຍສະເພາະ ແມ່ນການຊຸກຍູ້ສົ່ງເສີມ ການຜະລິດເພື່ອການສົ່ງອອກ ຂອງສອງປະເທດພວກເຮົາ. ໃນນີ້, ສປປ ລາວ ໄດ້ກະກຽມສົ່ງອອກຜະລິດຕະພັນກະສິກຳ ໄປກຳປູເຈຍ ໃນຈຳນວນ 6 ລາຍການ ທີ່ໄດ້ຕົກລົງກັນ (ກາເຟ, ກະລ່ຳປີ, ໝາກຂາມ, ເຂົ້າສານໜຽວ, ບລູເບີຣີ, ໝາກອຶ) ແລະ ກຳປູເຈຍ ກໍກຳລັງດຳເນີນການເພື່ອສົ່ງສິນຄ້າກະສິກຳ ຜ່ານ ສປປ ລາວ ໄປ ສປ ຈີນ ໃນຈຳນວນ 6 ລາຍການ (ຖົ່ວລຽນ, ກ້ວຍ, ເຂົ້າຈ້າວ, ໝາກມ່ວງ, ລຳໄຍ, ມັນຕົ້ນ) ພິເສດ, ຈະໄດ້ມີວາລະໃນການເປີດພິທີ ສົ່ງສິນຄ້າກະສິກຳຈາກກຳປູເຈຍ ຜ່ານ ສປປ ລາວ ໄປ ສປ ຈີນ ຊຶ່ງຈະຈັດຂຶ້ນທີ່ສາງຄ່ຽນຖ່າຍສິນຄ້າ ທ່າບົກ-ທ່ານາແລ້ງ.    ສຳລັບວຽກອື່ນໆທີ່ໄດ້ຕົກລົງກັນຜ່ານມາ ຕາມບົດບັນທຶກຄວາມເຂົ້າໃຈ ແມ່ນສະເໜີໃຫ້ກົມກ່ຽວຂ້ອງທັງສອງຝ່າຍສືບຕໍ່ປະສານສົມທົບກັນຕື່ມ ໂດຍສະເພາະວຽກງານ ສົ່ງເສີມ ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວຈາກ ຂະແໜງການປ່າໄມ້ ແລະ ວຽກງານອະນຸລັກສັດປ່າ ແລະ ການຈັດຕັ້ງປະຕິ ບັດສົນທິສັນຍາ CITES ຂອງສາກົນ ແລະ ວຽກງານອື່ນໆ.

Related Articles

Leave a Reply