ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານແຫ່ງປະເທດລາວ (ທຫລ) ໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານສະພາບໍລິຫານ ທຫລ ຄົນໃໝ່ ເຊິ່ງພິທີມອບ-ຮັບ ໜ້າທີ່ປະທານສະພາບໍລິຫານ ທຫລ ຄົນໃໝ່ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ທຫລ ລະຫວ່າງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຫລ ຄົນເກົ່າ ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ເປັນ ປະທານສະພາບໍລິຫານ ທຫລ ຄົນໃໝ່.
ການແຕ່ງຕັ້ງປະທານສະພາບໍລິຫານ ທຫລ ຄົນໃໝ່ແມ່ນປະຕິບັດຕາມກົດໝາຍວ່າດ້ວຍ ທຫລ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງສະພາບໍລິຫານ ທຫລ ເຊິ່ງເປັນການຈັດຕັ້ງ ບໍລິຫານສູງສຸດ.
ປະທານສະພາບໍລິຫານ ທຫລ ຄົນໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ ປະກອບດ້ວຍບັນດາຄະນະນໍາທີ່ມາຈາກຂະແໜງການກ່ຽວຂ້ອງກັບການເຄື່ອນໄຫວຂອງທະນາຄານ ແລະ ກໍາມະການຊຸດນີ້ຍັງມາຈາກສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ.
ກໍາມະການສະພາບໍລິຫານຊຸດໃໝ່ນີ້ ຈະເຮັດວຽກ ແລະ ແກ້ໄຂບັນຫາສຳຄັນຕ່າງໆທີ່ຕິດພັນກັບການເຄື່ອນໄຫວໜ້າທີ່ການເມືອງຂອງ ທຫລ ເປັນຕົ້ນແຜນເງິນຕາແຫ່ງຊາດ ເພື່ອສະເໜີລັດຖະບານພິຈາລະນາສະເໜີຕໍ່ສະພາແຫ່ງຊາດຮັບຮອງ, ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ ແລະ ທິດທາງປີຕໍ່ໜ້າ, ການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍປະຈໍາປີ ແລະ ທິດທາງປີຕໍ່ໜ້າ ເພື່ອສະເໜີນາຍົກລັດຖະມົນຕີພິຈາລະນາ ອະນຸມັດ ພ້ອມນີ້ ຍັງມີໜ້າທີ່ຮັບຮອງເອົານະໂຍບາຍ ແລະ ລະບຽບການສຳຄັນພາຍໃນຂອງ ທຫລ ຕື່ມອີກ.
ຂ່າວ: ວຽງຈັນທາຍ

