ຄະນະກໍາມະການ ສະຫະພັນບານເຕະອາຊີ ( AFC ) ໄດ້ມີມະຕິຕົກລົງ ລົງວິໄນ ທ້າວ ທິບພອນໄຊ ອິນທະວົງສາ ຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບທຸກໆກິດຈະກໍາ ກ່ຽວກັບກິລາບານເຕະຕະຫຼອດຊີວິດ ໂດຍຜູ້ກ່ຽວໄດ້ລະເມີດມາດຕາ 66.1 ຂອງກົດລະບຽບວ່າດ້ວຍ ວິໄນ ແລະ ຈັນຍາບັນຂອງ AFC ຍ້ອນມີສ່ວນກ່ຽວຂ້ອງກັບການລ໋ອກຄະແນນໃນການແຂ່ງຂັນນັດມິດຕະພາບລະຫວ່າງທີມຮົງກົງ ແລະ ທີມຊາດລາວ ໃນວັນທີ 05 ຕຸລາ 2017 ທີ່ເຂດປົກຄອງພິເສດຮົງກົງ ຜົນປາກົດວ່າທີມຊາດລາວ ເສຍໃຫ້ກັບທີມຊາດຮົງກົງ 4-0.
ສໍາລັບ ຜູ້ກ່ຽວແມ່ນບໍ່ໄດ້ຮ່ວມທີມໄປແຂ່ງຂັນໃນນັດດັ່ງກ່າວ ແຕ່ຫາກເປັນຜູ້ຕິດຕໍ່ປະສານງານໃຫ້ມີການລ໋ອກຄະແນນ. ໃນໜ້າຂ່າວຫຼາຍສໍານັກ ທັງພາຍໃນ ແລະ ຕ່າງປະເທດ ໄດ້ລົງຂ່າວກ່ຽວກັບກໍລະນີນີ້ ເຊິ່ງຮູບພາບປະກອບນັ້ນ ແມ່ນຜູ້ຮັກສາປະຕູ ທີ່ລົງແຂ່ງຂັນໃນນັດດັ່ງກ່າວທີ່ບໍ່ມີສ່ວນກ່ຽວຂ້ອງກັບການລ໋ອກຄະແນນເຊິ່ງອາດເຮັດໃຫ້ມວນຊົນເຂົ້າໃຈຜິດວ່າແມ່ນຜູ້ກະທໍາຜິດ.
ຄໍາຕັດສິນດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ກໍລະກົດ 2020 ຢູ່ກົວລາລໍາເປີປະເທດມະເລເຊຍ.
ຂ່າວ: ວຽງຈັນທາຍ
ຮູບ: ສຕລ

