Vientiane Times Lao

ເຂື່ອນໄຟຟ້າຕ່າງໆຢູ່ໃກ້ຄຽງກັບເຂດແຜນດິນໄຫວຢູ່ແຂວງໄຊຍະບູລີ ບໍ່ໄດ້ຮັບຜົນກະທົບຮ້າຍແຮງ

ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ແຈ້ງມື້ວານນີ້ ໃຫ້ຮູ້ວ່າ : ບັນດາເຂື່ອນຕ່າງໆທີ່ຢູ່ໃກ້ຄຽງເຂດທີ່ເກີດແຜ່ນດິນໄຫວໃນຕອນເຊົ້າມື້ ວັນທີ 21 ພະຈິກ 2019 ຢູ່ແຂວງໄຊຍະບູລີ ບໍ່ພົບຄວາມເສຍຫາຍອັນໃດຕໍ່ລະບົບໂຄງສ້າງສຳຄັນ ມີແຕ່ພົບຮອຍແຕກແຫງຢູ່ຝາໂບກປູນຂອງອາຄານບາງສ່ວນ ຢູ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາເທົ່ານັ້ນ. ໃນໄລຍະທີ່ເກີດແຜ່ນດິນໄຫວໄດ້ສັ່ງໃຫ້ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາ ແລະ ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີຢຸດການຜະລິດໄຟຟ້າຊົ່ວຄາວ. ຮອດປັດຈຸບັນນີ້ ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີໄດ້ເດີນເຄື່ອງຜະລິດໄຟຟ້າເປັນປົກກະຕິແລ້ວ ຍັງເຫຼືອແຕ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາເທົ່ານັ້ນ…

ຄວາມຄືບໜ້າຜົນເສຍຫາຍຈາກແຜ່ນດິນໄຫວ 

ກອງບັນຊາການທະຫານເມືອງຫົງສາ ແຂວງໄຊຍະບູລີ ໄດ້ລາຍງານໃນຕອນບ່າຍທີ່ຜ່ານມາ ຂອງວັນທີ 21 ພະຈິກ 2019 ວ່າ ຈາກເຫດການແຜ່ນດິນໄຫວທີ່ໄດ້ເກີດຂຶ້ນໃນຕອນເຊົ້ານີ້ ແມ່ນສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນ ແລະ ບັນດາຫ້ອງການລັດ ພ້ອມທັງຫົວໜ່ວຍທຸລະກິດ ຫຼາຍພໍສົມຄວນ. ຕາມການເກັບກຳຂໍ້ມູນໃນເບື້ອງຕົ້ນຂອງກອງບັນຊາເມືອງໄດ້ໃຫ້ຮູ້ວ່າ ຈຳນວນເຮືອນຂອງປະຊາຊົນທີ່ເປ່ເພມີ 16 ຫຼັງ ຄື ບ້ານຫ້ວຍຈ້ວງ…

ບຸນຊ່ວງເຮືອປະເພນີ 12 ສີພາຍ ຍິງ-ຊາຍ ຈະຈັດຂຶ້ນວັນທີ 23 ທີ່ ອ່າງນຳ້ຊວງ

ງານບຸນຊ່ວງເຮືອປະເພນີ 12 ສີພາຍ ຍິງ-ຊາຍ ຈະໄດ້ຈັດຂຶ້ນທີ່ອ່າງນ້ຳຊວງ ເຂດບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ໃນມື້ວັນທີ 23-24 ພະຈິກ ເພື່ອຊິງຂັນເຈົ້າເມືອງໆໂພນໂຮງ ແຂວງ ວຽງຈັນ. ໃນງານມີຕະຫລາດນັດ ຊຶ່ງຕະະຫຼາດນັດໄດ້ເລີ່ມເປີດມາແຕ່ວັນທີ 17 ພະຈິກທີ່ຜ່ານມາ ແລະ ຈະປິດໃນວັນທີ…

ເທດສະການຮູບ​ເງົາ​ເອີ​ຣົບຄັ້ງ​ທຳອິດ​ໃນ​ລາວຈະຖືກ​ຈັດ​ຂຶ້ນທ້າ​ຍ​ເດືອນ​ນີ້

ອົງການສະຫະ​ພາບ​ເອີຣົບ ປະ​ຈຳ ສປປ ລາວ ຮ່ວມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ເອີຣົບ ​ໄດ້ຖະ​ແຫຼ​ງການໃນວັນ​ທີ 19 ພະຈິກ 2019 ທີ່ ນະຄອນຫຼວງ​ວຽງ​ຈັນ​ ​ກ່ຽວກັບ​ງານ​ເທດສະການ​ຮູບ​ເງົາ​ເອີ​ຣົບຄັ້ງທຳ​ອິດ​ໃນ ສປປ ລາວ ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງ​ວັນ​ທີ 26-30 ພະຈິກ ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ. ທ່ານ ລີ​​ໂອ…

ພົບຫຼາຍໂຄງການລົງທຶນຂອງລັດມີມູນຄ່າສູງເກີນຄວາມເປັນຈິງ

ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ໄດ້ກ່າວ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງ ຊາດຊຸດທີ VIII ໃນບໍ່ດົນມານີ້ກ່ຽວກັບການຊັກຖາມຂອງສະ ມາຊິກສະພາແຫ່ງຊາດ ເລື່ອງການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍວ່າ: ພຽງແຕ່ 2 ປີເທົ່ານັ້ນ (2017-2018)…

7 ບັນຫາທີ່ສົ່ງຜົນກະທົບຕໍ່ການຂະຫຍາຍເສດຖະກິດຂອງລາວ

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ໄດ້ລາຍງານຢູ່ກອງປະຊຸມທຸລະກິດລາວຄັ້ງທີ 12 ຫວ່າງບໍ່ດົນມານີ້ວ່າ ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກເສດຖະກິດໂລກ ເຮັດໃຫ້ການ ຂະຫຍາຍຕົວແມ່ນໄດ້ຫຼຸດລົງຈາກ 8% ໃນປີ 2018 ຫຼຸດລົງມາຍັງເຫຼືອ 6,4%…

19 ຄອບຄົວ ໄດ້ຮັບຄ່າຊົດເຊີຍ 4,6 ຕື້ກີບ

ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ ໝາຍເລກ 1 ​​ຈ່າຍ​ເງີິນ ຄ່າຊົດເຊີຍ ແລະ ທົດແທນຄ່າເສຍຫາຍ ຈຳນວນ 4,6 ຕື້​ກີບ​ ໃຫ້​ 19 ຄອບຄົວທີ່ມີສ່ວນຮ່ວມໃນໂຄງການ​ໄປ​ແລ້ວ​ໃນ​ມື້ວັນທີ 19 ​ເດືອນ​ພະຈິກ. ​​​ພິທີມອບ-ຮັບເງິນຊົດເຊີຍຄັ້ງທີ 1 ​​ໄດ້​ຈັດ​ຂຶ້ນ​ ຢູ່ສະ​ໂມ​ສອນ ​ເມືອງ…

ກຽມພົບກັບຕະຫຼາດນັດສິນຄ້າ 9 ຕົວເມືອງ

ງານຕະຫຼາດນັດສິນຄ້າ 9 ຕົວເມືອງ ຈະໄດ້ຈັດຂຶ້ນໃນມື້ວັນເສົາ ວັນທີ 23 ພະຈິກ 2019 ທີ່ຈະມາເຖີງນີ້ ຢູ່ເດີນຈອດລົດຕິດກັບບ່ອນຂາຍ ພືດຜັກອິນຊີ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ສິນຄ້າທີ່ຈະ ມາວາງສະແດງ ແລະ ຂາຍໃນຄັ້ງນີ້ ຈະປະກອບມີສິນຄ້າກະສິກຳ, ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ…

ທາງການວັງວຽງຈະໃຊ້ມາດຕະການ ເດັດຂາດຕໍ່ຮ້ານອາຫານທີ່ມີລາ ຄາແພງເກີນຄວາມເປັນຈິງ

ຄ່າອາຫານລາຄາແພງເປັນສາເຫດໜຶ່ງທີ່ເຮັດໃຫ້ຈຳນວນ ນັກທ່ອງທ່ຽວຫຼຸດ ລົງ ແລະ ກາຍເປັນປະເດັນໝຶ່ງທີ່ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະ ເທດໄດ້ມີການຈົ່ມວ່າກັນຫຼາຍ ຍ້ອນວ່າອາຫານບໍ່ສົມກັບລາຄາ ເຊັ່ນ: ເຂົ້າຈ້າວຫຸງ 1 ໝໍ້ 50,000 ກີບ, ປິ້ງໄກ່ 1 ໂຕ 100,000…

ແມ່ຍິງລາວ-ຈີນແລກປ່ຽນບົດຮຽນດ້ານການພັດທະນາ

ກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວຈີນ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ສະຫະພັນແມ່ຍິງສາງໜິງ, ນະຄອນຊຽງໄຮ ແລະ ສູນກາງສະຫະພັນແມ່ຍິງລາວ ໄດ້ຮ່ວມກັນຈັດງານສໍາມະນາ ແລະ ຝຶກອົບຮົມການສ້າງສັນງານຫັດຖະກໍາສີມືແມ່ຍິງ ພາຍໃຕ້ຫົວຂໍ້ “ບໍລິສຸດ ແລະ ສະຫງ່າງາມ” ເພື່ອເປັນການແລກປ່ຽນກ່ຽວກັບວຽກງານ…