ມະເຮັງປາກໝົດລູກ ແມ່ນມີຜົນກະທົບຕໍ່ແມ່ຍິງ ເປັນຈໍານວນຫຼາຍ

ພະຍາດມະເຮັງປາກໝົດລູກ ແມ່ນມີຜົນກະທົບຕໍ່ແມ່ຍິງເປັນຈໍານວນຫຼາຍຢູ່ໃນ ສປປ ລາວ. ໃນທຸກໆປີ, ມີຈຳນວນແມ່ຍິງລາວປະມານ 320 ຄົນ ເປັນມະເຮັງປາກໝົດລູກ ແລະ ຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນນີ້ແມ່ນເສຍຊິວິດ. ມະເຮັງປາກໝົດລູກ ສ່ວນຫຼາຍມັກເກີດຂຶ້ນໃນແມ່ຍິງຈະເລີນພັນ, ການໃຫ້ວັກຊີນປ້ອງກັນພະຍາດນີ້ຈະມີປະສິດທິພາບຫຼາຍທີ່ສຸດຖ້າວ່າໃຫ້ ໃນເມື່ອອາຍຸຍັງນ້ອຍ. ຍ້ອນເຫດນີ້, ອົງການສະຫະປະຊາຊາດສຳລັບເດັກ ແລະ ຄູ່ຮ່ວມງານ ອື່ນໆ…

24 ປີ ຄົນລາວເສຍຊີວິດ 251 ຄົນຍ້ອນລະເບີດບໍ່ທັນແຕກ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ແຈ້ງໃຫ້ຮູ້ວ່າ: ທົ່ວປະເທດມີເນື້ອທີ່ຕົກຄ້າງລະເບີດບໍ່ທັນແຕກແຕ່ສະໄໝສົງຄາມທັງໝົດ 87.000 ກິໂລຕາເເມັດ ຫຼື ຫຼາຍກວ່າ 8 ລ້ານ ເຮັກຕາ, ໃນນີ້ສາມາດຢືນຢັນພື້ນທີ່ມີລະເບີດສະເພາະລູກຫວ່ານໄດ້ທັງໝົດ 1 ແສນກວ່າ ເຮັກຕາ ແລະ ສາມາດເກັບກູ້ໄດ້ແລ້ວ 60.190 ເຮັກຕາ.  ແຕ່ກໍ່ຍັງມີອຸປະຕິເຫດທີ່ເກີດຈາກລະເບີດບໍ່ທັນແຕກຢູ່ທຸກໆປີ…

ສູນກາງສະຫະພັນແມ່ຍິງກຽມຈັດກິດຈະກຳສະຫຼອງວັນແມ່ຍິງສາກົນ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈະຈັດກິດຈະກໍາສະເຫຼີມຫຼອງວັນແມ່ຍິງສາກົນຄົບຮອບ 110 ປີ ທີ່ຈະໝູນວຽນມາເຖິງໃນວັນທີ 8 ເດືອນມີນາ 2020 ນີ້. ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວໃນງານຖະແຫຼງຂ່າວມື້ນີ້ວ່າ: ສຳລັບປີ 2020, ກິດຈະກຳທັງໝົດຂອງ…

ຜູ້ປະສົບໄພນ້ຳຖ້ວມໄດ້ຮຽນຮູ້ວິທີປ້ອງກັນໄຂ້ຍູງລາຍ ແລະ ການປ້ອງກັນພະຍາດອັກເສບປອດ COVID-19

ຫ້ອງການສາທາລະນະສຸກ ເມືອງ ສະໜາມໄຊ ຮ່ວມກັບຂະເເໜງຄວບຄຸມພະຍາດຕິດຕໍ່ ແລະ ທີມງານແພດໝໍ ປ້ອງກັນໄຂ້ຍູງຂັ້ນເເຂວງ-ຂັ້ນເມືອງ ໄດ້ລົງຢ້ຽມຢາມ ຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ໃນບໍ່ດົນມານີ້ ທີ່ອາໃສຢູ່ 5 ສູນພັກຊົ່ວຄາວຄື: ສູນພັກຊົ່ວຄາວບ້ານ ຫາດຍາວ, ບ້ານ…

ເສັ້ນທາງເປ່ເພໃນເທດສະບານເມືອງວັງວຽງຈະໄດ້ຮັບການສ້ອມແປງໃນປີນີ້

ລັດຖະບານລາວ ຈະໃຊ້ງົບປະມານ 20 ລ້ານດອນລາ ສະຫະລັດ ເພື່ອປັບປຸງເສັ້ນທາງທີ່ເປ່ເພໃນເທດສະບານ ເມືອງວັງວຽງ ໃຫ້ສວຍງາມ ແລະ ສະດວກສະບາຍໃນການສັນຈອນເຊິ່ງຄາດຈະຈັດຕັ້ງປະຕິບັດໃນປີນີ້ ແລະ ສໍາເລັດ ປີ 2023. ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ໄດ້ເປີດເຜີຍໃນເມື່ອບໍ່ດົນມານີ້ວ່າ ການກໍ່ສ້າງທາງຈະໃຊ້ງົບປະມານ…

ປີນີ້ສະຖາບັນຂົງຈືຈະຮັບນັກສຶກສາ ພຽງແຕ່ 800 ຄົນ

ສະຖາບັນຂົງຈືປະກາດຮັບສະໝັກຮັບເອົານັກສຶກສາຊຸດທີ 20 ແຕ່ວັນທີ 16-20 ກຸມພາ 2020 ດ້ວຍການສະໝັກອອນລາຍ ຜ່ານເວັບໄຊ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີນັກສຶກສາສະໝັກເຖິງ 1.567 ຄົນ, ແຕ່ສະຖາບັນຈະຮັບພຽງ 800 ຄົນ ເທົ່ານັ້ນ. ອາຈານ ຄຳຮຸ່ງ ຈັນທະວົງ ຮອງອຳນວຍການ…

10 ປີຂ້າງໜ້າສປປ ລາວ ຈະສົ່ງໄຟຟ້າອອກໃຫ້ໄດ້ 9.000 ເມ​ກາ​ວັດ

ລາວມີແຜນຂາຍພະລັງງານໄຟຟ້າໄປຕ່າງປະເທດໃຫ້ໄດ້ 9.000 ເມກາວັດ ຈາກ ປີ 2020- 2030. ​ທ່ານ ຄຳ​ມະນີ ອິນ​ທິ​ລາດ ລັດຖະມົນຕີ ​ກະຊວງ​ພະລັງງານ ​ແລະ ​ບໍ່​ແຮ່ ໄດ້ກ່າວໃນເມື່ອບໍ່ດົນມານີ້ ຢູ່​ກອງ​ປະຊຸມ​ເປີດ​ກວ້າງ​ສະຫຼຸບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ວຽກ​ງານ​ພະລັງງານ ແລະ ບໍ່​ແຮ່ 5 ປີ​ຄັ້ງ​ທີ…

ບໍ່ແກ້ວຄວບຄຸມພະຍາດປາກເປື່ອຍລົງເລັບນໍາສັດໃຫຍ່ໄດ້ແລ້ວ

ອໍານາດການປົກຄອງເມືອງປາກທາ, ແຂວງ ບໍ່ແກ້ວ ສາມາດຄວບຄຸມພະຍາດປາກເປື່ອຍລົງເລັບນຳສັດໃຫຍ່ໄດ້ແລ້ວ ແລະ ຈະມີການແຈ້ງການໃຫ້ເຄື່ອນຍ້າຍສັດ, ສົ່ງອອກ ແລະນຳເຂົ້າສູ່ຕະຫຼາດ ແລະ ບໍລິໂພກຊີ້ນໄດ້ປົກກະຕິນັບແຕ່ມື້ວັນທີ 24 ເດືອນກຸມພາ 2020 ນີ້ເປັນຕົ້ນໄປ.  ພະຍາດປາກເປື່ອຍເລີ່ມມາແຕ່ຕົ້ນເດືອນມັງກອນ ຫາ ຕົ້ນເດືອນ ກຸມພາ 2020 ແລະ…

ລັດປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດ ເລີ່ມມື້ອື່ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການມື້ວັນທີ 21 ກຸມພາ 2020 ວ່າ ການປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກ ຊະນິດ. ການປັບລົງລາຄານໍ້າມັນໃນຄັ້ງນີ້ຖືວ່າປັບລົງຫຼາຍຖ້າທຽບໃສ່ການປັບລົງໃນໄລຍະທີ່ຜ່ານມາ ຄື: ແອັດຊັງພິເສດ ປັບລົງ 480ກີບ/ລິດ ຈາກ 10.390 ກີບ/ລິດ ເຫຼືອ 9.910…

ລາວໃຫ້ຄວາມສຳຄັນກັບການພັດທະນາສີຂຽວຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ

ລັດຖະບານລາວຈະເຊື່ອມສານຍຸດທະສາດສີຂຽວເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ ຫລຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ. ທ່ານ ປ.ອ ກິແກ້ວ ຈັນທະບູນ, ຮອງລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນລະຫວ່າງ ການສຳມະນາກ່ຽວກັບຜົນສຳເລັດແລະບາດກ້າວຕໍ່ໄປຂອງວຽກງານເຕີບໂຕສີຂຽວ ໃນ ສປປ ລາວ ໃນເຊົ້າວານນີ້ວ່າ:…