ແຮງງານລາວ ຫຼາຍກວ່າ 200.000 ຄົນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ທຸກໆຂະແໜງການຢູ່ ລາວ ໂດຍສະເພາະມີການເລີກຈ້າງແຮງງານເປັນຈໍານວນຫຼາຍ ຊຶ່ງອີງຕາມຂໍ້ມູນຫຼ້າສຸດ ຈາກກະຊວງແຮງ ງານ ແລະ ສະຫວັດດີການສັງຄົມຊີ້ໃຫ້ເຫັນວ່າ: ມີແຮງງານຢູ່ພາຍໃນປະເທດຖືກໂຈະເຮັດວຽກຊົ່ວຄາວຫຼາຍກວ່າ 100.000 ຄົນ, ມີແຮງງານລາວຈໍານວນຫຼາຍກວ່າ 100.000 ຄົນທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານຕ່າງກໍ່ໄດ້ກັບຄືນມາປະເທດເຊັ່ນກັນ ແລະ ຍັງມີແຮງງານນອກລະບົບຈໍານວນໜຶ່ງອີກທີ່ໄດ້ຮັບຜົນກະທົບ.  ເນື່ອງໃນໂອກາດທີ່ ທ່ານ ນາງ…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 1 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຈ້ງໃຫ້ຮູ້ເມື່ອວັນທີ 9 ມິຖຸນາ 2021 ນີ້ ວ່າ: ເມື່ອວັນທີ 9 ມິຖຸນາ 2021 ນີ້ ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 1 ຄົນໃນຂອບເຂດ ທົ່ວປະເທດ…

ວັກຊິນ Pfizer ຈະສັກໃຫ້ປະຊາຊົນຢູໃນນະຄອນຫຼວງວຽງຈັນ

ຄະ​ນະ​ສະ​ເພາະ​ກິດ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ຮູ້​ວ່າ: ການຢາວັກຊິນ Pfizer ທີ່ໄດ້ຮັບ ຈາກ COVAX facility ຈໍານວນ 100.620 ໂດສ (ລວມ​ເຂັມ1 ແລະ ເຂັມ2) ຈະສາມາດສັກໃຫ້ 50.310 ຄົນ…

ແຂວງ ບໍລິຄໍາໄຊ ຍົກເລີກການອອກໃບອະນຸຍາດ ການເດີນທາງເຂົ້າ-ອອກ ແຂວງ

ຫ້ອງວ່າການແຂວງບໍລິຄໍາໄຊ ໄດ້ອອກແຈ້ງການ ເມື່ອ​ວັນ​ທີ 8 ມິ​ຖຸ​ນາ 2021 ຜ່ານມານີ້ ເຖິງບັນດາທ່ານ ທີ່ຕ້ອງການ ເດີນທາງເຂົ້າ-ອອກ ແຂວງຕໍ່ແຂວງ ຊາບວ່າ: ການເດີນທາງທົ່ວໄປ, ການບໍລິການຂົນສົ່ງທາງບົກ ແລະ ການຂົນສົ່ງສິນຄ້າໄປຕ່າງເມືອງ ແລະ ຕ່າງແຂວງ ທີ່ບໍ່ມີການລະບາດພະຍາດໂຄວິດ-19 ໃນຊຸມຊົນ…

ຝົນ​ຈະ​ສືບ​ຕໍ່ຕົກ​ໄປອີກ 2 ວັນພ້ອມ​ມີ ຟ້າ​ຮ້ອງ​ຟ້າ​ເຫຼື້ອມ ແລະ ​ລົມ​ພັດ​ແຮງ

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ແຈ້ງ​ໃຫ້​ຮູ້​ວ່າ: ທົ່ວ​ທຸກ​ພາກ​ຂອງ​ປະ​ເທດ​​ຝົນຍັງ​ຈະ​ສືບ​ຕໍ່​ຕົກ​ໄປຮອດວັນທີ 11 ມິຖຸນາ 2021 ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມ​ດ້ວຍຟ້າ​ຮ້ອງ​ຟ້າ​​ເຫຼື້ອມ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຍ້ອນຮ່ອງຄວາມກົດດັນອາກາດຕໍ່າໄດ້​ພັດຜ່ານເຂດພາກເໜືອລົງຫາພາກກາງ ແລະ ພາກໃຕ້ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້…

ແຂວງ ອຸດົມໄຊ ສືບຕໍ່ຈັດຕັ້ງຈຸດກວດຊາຍແດນ ເຂົ້າ-ອອກ ແຂວງອຸດົມໄຊ-ແຂວງຫຼວງພະບາງ ແລະ ອຸດົມໄຊ-ຜົ້ງສາລີ ຕະຫຼອດ 24 ຊົ່ວໂມງ

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ,​ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງກຳລັງເຈົ້າໜ້າທີ່ ປະຈຳຈຸດກວດຄົນ ເຂົ້າ-ອອກ ເມືອງ ລະຫວ່າງ ຊາຍແດນ ແຂວງອຸດົມໄຊ –…

ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຖ້າລະເມີດເປີດກິດຈະການຈະຖືກປັບໃໝ ແຕ່ 1.000.000 ກີບ – 5.000.000 ກີບ/ຄັ້ງ ຕາມແຕ່ລະກໍລະນີ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການແນະນຳ ກ່ຽວກັບການເພີ່ມທະວີ ແລະ ມາດຕະການສະກັດກັ້ນ, ຄວບຄຸມເພື່ອຕ້ານການລະບາດຂອງພະ ຍາດໂຄວິດ-19 ຢູ່ໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາໃນນະຄອນຫຼວງວຽງຈັນ ໃນໄລຍະວັນທີ 5-19 ມິຖຸນາ 2021ໃຫ້​ຮູ້​ວ່າ: ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ…

ກົມຄຸ້ມຄອງແຮງງານຍອມຮັບວ່າຢູ່ລາວມີການໃຊ້ແຮງງານເດັກເຊັ່ນກັນແຕ່ບໍ່ຮຸນແຮງຄືຫຼາຍປະເທດ

ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້​ຮູ້​ວ່າ: ການໃຊ້ແຮງງານເດັກຢູ່ ສປປ ລາວ ອາດຈະເພີ່ມຂຶ້ນ ຍ້ອນ​ວ່າ​ພໍ່​ແມ່​ຂອງ​ພວກ​ເຂົາໄດ້​ມີ​ການ​ຢຸດ​ງານ​ເນື່ອງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊີ່ງບາງຄັ້ງເດັກອາດເຮັດວຽກເກີນເວລາ ຫຼື ເຮັດວຽກໜັກເກີນໄປຈົນເຂົ້າຂ່າຍເປັນ ການໃຊ້ແຮງງານເດັກໂດຍ​ສະ​ເພາະເຮັດວຽກຢູ່ໃນຂົງເຂດທີ່ເປັນອັນຕະລາຍຕໍ່ເດັກ ໂດຍສະເພາະຂົງ ເຂດການກໍ່ສ້າງ ແລະ ຂົງເຂດບໍ່ແຮ່ ໃນນີ້ເດັກຢູ່ເຂດຊົນນະບົດແມ່ນໜ້າເປັນຫ່ວງຫຼາຍກວ່າເດັກຢູ່ຕົວເມືອງ ຍ້ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດຄອບຄົວ. ກົມຄຸ້ມຄອງແຮງງານໃຫ້​ຮູ້​ຕື່ມ​ອີກວ່າ:…

ຖ້າ 28 ວັນຕິດຕໍ່ກັນທີ່ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຶ່ງຈະມີການຜ່ອນຜັນຫຼາຍຂໍ້ຫ້າມ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ຖ້າວ່າປະເທດລາວກວດບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19ເປັນເວລາ 28 ວັນຕິດຕໍ່ກັນນັ້ນຖືວ່າຈະມີການ ຜ່ອນຜັນຫຼາຍມາດຕະການທີ່ກ່ຽວກັບຂໍ້ຫ້າມຕ່າງໆ. ຄະນະສະເພາະກິດຮຽກຮ້ອງໃຫ້ທຸກຊັ້ນຄົນໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີມາດຕະການຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ບໍ່ວ່າຈະເປັນຄໍາສັ່ງເລກທີ 15/ນຍ ແລະ ມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກ, ການຢູ່ເຮືອນບໍ່ເດີນທາງໄປສະຖານທີ່ທີ່ມີຄວາມສ່ຽງ ຍັງຖືວ່າເປັນຍຸດທະສາດ ແລະ ຫຼັກການທີ່ສໍາຄັນໃນການຢັບຢັ້ງ ການແຜ່ລະ…