ທະນາຄານຮ່ວມພັດທະນາ ຊ່ວຍເຫຼືອເຂົ້າສານໜຽວໃຫ້ນັກສຶກສາຕົກຄ້າງຢູ່ຫໍພັກ 10 ສະຖາບັນສຶກສາ ໃນນະຄອນຫຼວງວຽງຈັນ
ທະນາຄານຮ່ວມພັດທະນາ (JDB) ຊ່ວຍເຫຼືອເຂົ້າສານໜຽວຈໍານວນ 15 ໂຕນ ແລະ ຜ້າອັດປາກ-ອັດດັງຈໍານວນໜຶ່ງ ລວມມູນຄ່າ 100 ລ້ານກວ່າກີບ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອນໍາໄປຊ່ວຍເຫຼືອບັນເທົາທຸກໃຫ້ນັກສຶກສາທີ່ຕົກຄ້າງຢູ່ຫໍພັກຂອງ 10 ສະຖາບັນການສຶກສາ ໃນນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ພິທີມອບ-ຮັບການຊ່ວຍເຫຼືອດັ່ງກ່າວ…

