ພຣະເຈົ້າແຖ່ນຄໍາເຫຼືອງເປັນອົງພຣະທີ່ສັກສິດຄູ່ບ້ານຄູ່ເມືອງຂອງປະຊາຊົນເມືອງໄຊພູທອງ
ອໍານາດການປົກຄອງ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ອັນເຊີນພຣະເຈົ້າ ແຖ່ນຄໍາເຫຼືອງຊຶ່ງເປັນອົງພຣະທີ່ສັກສິດຄູ່ບ້ານຄູ່ເມືອງ ຂອງຊາວແຂວງສະຫວັນນເຂດ ກໍຄືຂອງຊາວເມືອງໄຊພູທອງ ເມື່ອມໍ່ໆມານີ້ ຂຶ້ນປະດິດສະຖານໄວ້ໃນອົງພຣະທາດໂຜ່ນຕາມເດີມເພື່ອໃຫ້ຊາວພຸດທະສາສະນິກະຊົນ ໄດ້ຫົດສົງ ເນື່ອງໃນໂອກາດບຸນສົງການປີໃໝ່ລາວ. ພິທີອັນເຊີນພຣະເຈົ້າແຖ່ນຄໍາເຫຼືອງ ເລີ່ມຕົ້ນດ້ວຍພິທີທາງສາສະໜາ ໂດຍພະເຖລານຸເຖລະ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳອາລາດຖະນາພຣະເຈົ້າແຖ່ນຄໍາເຫຼືອງ ເຄື່ອນຍ້າຍ ໄປປະດິດສະຖານຢູ່ບ່ອນທີ່ຈັດສັນໄວ້ ເພື່ອໃຫ້ປະຊາຊົນ, ແຂກພາຍໃນ…

