ອາລັນ ນິລັນແສງ ສ້າງປະຫວັດສາດໃຫ້ລາວ ຄວ້າຕຳແໜ່ງ Mister National Globe 2026 ແລະ ພາລາວເຂົ້າ Top 3 ເປັນຄັ້ງທຳອິດ

ອາລັນ ນິລັນແສງ ໄກຍະລາດ ຕົວແທນຈາກ ລາວ ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ວົງການປະກວດຜູ້ຊາຍຂອງປະເທດ ຫຼັງສາມາດຄວ້າຕຳແໜ່ງ Mister National Globe 2026 ຈາກເວທີປະກວດລະດັບນາໆຊາດ Mister National Universe 2026 ພ້ອມທັງສ້າງປະຫວັດສາດໃຫ້ປະເທດລາວ ດ້ວຍການນຳພາປະເທດເຂົ້າສູ່ Top 3…

ລາວ-ກຳປູເຈຍ ເປີດເສັ້ນທາງຂົນສົ່ງສີນຄ້າກະສິກຳ ໄປຍັງ ສປ ຈີນ 

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມແຫ່ງ ສປປ ລາວ ແລະ  ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງຣາຊະອານາຈັກກຳປູເຈຍ ຈັດຂຶ້ນໃນວັນທີ 22 ມິຖຸນາ 2026 ຢູ່ນະຄອນຫຼວງວຽງຈັນ, ຝ່າຍລາວ…

ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນຢູ່ແຂວງຊຽງຂວາງ

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ ເມື່ອມໍ່ໆມານີ້ ຢູ່ທິ່ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ. ຜ່ານການກວດກາພົບວ່າກຸ່ມຄົນດັ່ງກ່າວລ້ວນແຕ່ເປັນຄົນຕ່າງປະເທດ ທີ່ລັກລອບເຂົ້າມາເຄື່ອນໄຫວກະທຳຜິດກົດໝາຍຢູ່ ສປປ ລາວ ມີ 3 ສັນຊາດ, ໃນນັ້ນ ສັນຊາດຍີ່ປຸ່ນ…

MOU ສະບັບໃໝ່, ຍູ້ແຮງການກວດສອບ ແລະ ຍົກມາດຕະຖານລັດວິສາຫະກິດ ເນັ້ນຄວາມໂປ່ງໃສ

ສປປ ລາວ ໄດ້ກ້າວໄປສູ່ບາດກ້າວສຳຄັນ ໃນການປັບປຸງການຄຸ້ມຄອງລັດວິສາຫະກິດ ອາທິດທີ່ຜ່ານມາ ດ້ວຍການລົງນາມໃນຂໍ້ຕົກລົງທີ່ແນໃສ່ຂະຫຍາຍການກວດສອບ ແລະ ສ້າງຄວາມເຂັ້ມແຂງດ້ານຄວາມໂປ່ງໃສ. “ຖ້າພວກເຮົາບໍ່ມີການກວດສອບທີ່ດີ ແລະ ບໍ່ມີລະບົບການເງິນທີ່ໄດ້ມາດຕະຖານ, ເຊິ່ງເປັນຫົວໃຈສຳຄັນຂອງການຄຸ້ມຄອງທຸລະກິດ, ສິ່ງນີ້ຈະກີດຂວາງພວກເຮົາຈາກການນຳພາທຸລະກິດໄປສູ່ເປົ້າໝາຍການບັນລຸຄຸນນະພາບ,” ທ່ານ ດຣ ກິແກ້ວ ຈັນທະບູຣີ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ທັງເປັນຜູ້ປະຈຳການກຳມະການ…

ກັກຕົວກຸ່ມແກ້ງສະແກມເມີ 40 ຄົນຢູ່ເມືອງທຸລະຄົມ

ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທຸລະຄົມໄດ້ກັກຕົວກຸ່ມແກ້ງສະແກມເມີ 40 ຄົນຢູ່ເມືອງທຸລະຄົມເມື່ອມໍ່ໆມານີ້ ພ້ອມດ້ວຍອຸປະກອນສື່ສານຕ່າງໆ. ກຸ່ມແກ້ງດັ່ງກ່າວໄດ້ເຂົ້າມາເຊົ່າຫ້ອງແຖວ ຢູ່ເຂດບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງ 40 ຄົນດັ່ງກ່າວ ມີ 4 ສັນຊາດ…

ປກສ ເມືອງໄຊທານີ ຢຶດຢາເສບຕິດຫຼາຍລາຍການ ແລະ ກັກຕົວພ້ອມຜູ້ກະທໍາຜິດ

ເຈົ້າໜ້າທີ່ ປກສ ສະຖານີແກ້ໄຂສຸກເສີນ ສະພັງເມິກ (1191) ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຢຶດຢາເສບຕິດ ມີຢາບ້າ 10.478.000 ເມັດ, ຢາເຮໂຣອິນ 6,5 ກິໂລກຣາມ ແລະ ຢາໄອສ 1.235 ກິໂລກຣາມ,…

ຈະຈັດການແຂ່ງຂັນກິລາລົດຖີບ ຊີງແຊ໋ມປະເທດລາວ ປະຈໍາປີ 2026 ທ້າຍເດືອນນີ້

ສະຫະພັນລົດຖີບແຫ່ງຊາດລາວ ໂດຍການອະນຸຍາດ ແລະ ຮັບຮອງການແຂ່ງຂັນ ໂດຍສະຫະພັນລົດຖີບສາກົນ (UCI) ຈະໄດ້ຈັດການແຂ່ງຂັນກິລາລົດຖີບທົ່ວປະເທດ ປະຈໍາປີ 2026 ຫຼື “Lao National Cycling Championships 2026” ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 27-28 ມິຖຸນາ 2026…

LAO-WEN ຢຶດ ຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ

ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຢູ່ສະຖານທີ່ ລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມ ເມື່ອມໍ່ໆມານີ້ ຢູ່ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍໄດ້ພົບເຫັນ ການລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມແລ້ວເກັບມາເປັນຂອງກາງມາດຳເນີນການສືບສວນ-ສອບສວນ…

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຊະນະຄາມ ມ້າງກຸ່ມເປົ້າໝາຍສະແກມເມີ

ເຈົ້າໜ້າທີ່ ປກສ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ລົງກວດລ້າງເປົ້າໝາຍກຸ່ມແກ້ງສະແກມເມີ ເມື່ອມໍ່ໆມານີ້ ທີ່ມາລັກລອບເຄື່ອນໄຫວຢູ່ ບ້ານຫ້ວຍເຕົ່າ ເມືອງຊະນະຄາມ ໂດຍສາມາດຈັບກຸມຜູ້ຖືກຫາໄດ້ 8 ຄົນ ທັງໝົດເປັນຄົນສັນຊາດ ຫວຽດນາມ ແລະ ຢຶດອຸປະກອນທີ່ນຳໃຊ້ເຂົ້າໃນການກະທຳຜິດມີຄອມພີວເຕີຕັ້ງໂຕະ 11 ຊຸດ, ໂທລະສັບມືຖື 18…

ໂຄງການໂກໂກ້ 500 ເຮັກຕາ, ກ້າວໃໝ່ຂອງ ສປປ ລາວ ຕັ້ງເປົ້າຜູ້ນຳອຸດສາຫະກຳອາຊຽນ

ເພື່ອຊຸກຍູ້ການເຕີບໂຕທາງເສດຖະກິດ, ສປປ ລາວ ກໍາລັງກ້າວຂຶ້ນເປັນໜຶ່ງໃນຜູ້ນຳອຸດສາຫະກຳໂກໂກ້ແຫ່ງໃໝ່ຂອງອາຊຽນ ຜ່ານໂຄງການລົງທຶນປູກໂກໂກ້ຄຸນນະພາບສູງ 500 ເຮັກຕາ ທີ່ແຂວງຫຼວງພະບາງ ແນໃສ່ສ້າງວຽກເຮັດງານທຳ, ເພີ່ມມູນຄ່າການສົ່ງອອກ ແລະ ພັດທະນາເສດຖະກິດຊຸມຊົນຢ່າງຍືນຍົງ. ໂຄງການດັ່ງກ່າວໄດ້ຮັບການສຳປະທານທີ່ດິນຂອງລັດໃນເນື້ອທີ່ກວ້າງເຖິງ 500 ເຮັກຕາ, ເຊິ່ງປັດຈຸບັນໄດ້ສຳເລັດການປູກຕົ້ນໝາກໂກໂກ້ໄປແລ້ວກວ່າ 550,000 ຕົ້ນ ແລະ ຕົ້ນກາເຟອີກ…