ລາວ-ອິນເດຍ ຈັດຕັ້ງປະຕິບັດໂຄງການເຫັນຜົນໄວ ປະຈໍາປີ2026-2027 ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າຄົງຄາ

ຈັດຕັ້ງປະຕິບັດໂຄງການເຫັນຜົນໄວ (Quick Impact Project ຫຼື QIP) ປະຈໍາປີ 2026-2027 ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າຄົງຄາ (Mekong Ganga Cooperation ຫຼື MGC) ຊຶ່ງພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2026…

ວັງວຽງ ຫຼຸດປະລິມານຂີ້ເຫຍື້ອລົງ ເກືອບເຄິ່ງໜຶ່ງ, ເລັ່ງຍົກລະດັບສະໜາມ- ດຶງເຕັກໂນໂລຊີແປຮູບຂີ້ເຫຍື້ອ

ເມືອງວັງວຽງ ພວມເລັ່ງແກ້ໄຂສິ່ງທ້າທາຍ ດ້ານການບໍລິການເກັບມ້ຽນຂີ້ເຫຍື້ອທີ່ຍັງບໍ່ທົ່ວເຖິງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊຸມຊົນ ພາຍຫຼັງປະສົບຜົນສຳເລັດໃນການຫຼຸດປະລິມານຂີ້ເຫຍື້ອເຂົ້າສະໜາມໄດ້ເກືອບເຄິ່ງໜຶ່ງ ເຊິ່ງເຫຼືອພຽງ 18-20 ໂຕນຕໍ່ມື້ ພ້ອມກ້າວສູ່ເປົ້າໝາຍຍົກລະດັບເຕັກໂນໂລຊີຮອງຮັບການເປັນເມືອງທ່ອງທ່ຽວສີຂຽວຢ່າງຍືນຍົງ.  ການຂະຫຍາຍຕົວຂອງເສດຖະກິດ ແລະ ການທ່ອງທ່ຽວ ເຮັດໃຫ້ປະລິມານຂີ້ເຫຍື້ອຢູ່ເມືອງວັງວຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຢ່າງໃດກໍຕາມ, ຈາກນະໂຍບາຍການຄັດແຍກຂີ້ເຫຍື້ອແຕ່ຕົ້ນທາງ ໄດ້ສ້າງການປ່ຽນແປງທີ່ເຫັນໄດ້ຊັດເຈນ ເຊິ່ງໃນອະດີດມີຂີ້ເຫຍື້ອເຂົ້າມາຖິ້ມຢູ່ສະໜາມສະເລ່ຍເຖິງ 30 ຫາ 35…

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຊຸດທີ X ຈະພິຈາລະນາ ວາລະແຫ່ງຊາດ ແກ້ໄຂຄວາມທຸກຍາກ ແລະ ກົດໝາຍງົບປະມານ -ຄັງເງິນໃໝ່

ສະພາແຫ່ງຊາດກຽມເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຊຸດທີ X ໃນວັນທີ 6-10 ກໍລະກົດ 2026 ເພື່ອເລັ່ງພິຈາລະນາວາລະແຫ່ງຊາດແກ້ໄຂຄວາມທຸກຍາກ ແລະ ຮັບຮອງກົດໝາຍງົບປະມານ-ຄັງເງິນໃໝ່ ເຊິ່ງຈະສົ່ງຜົນໂດຍກົງຕໍ່ສະຖຽນລະພາບທາງການເງິນມະຫາພາກ ແລະ ການຟື້ນຟູເສດຖະກິດຂອງຊາດໃນຕໍ່ໜ້າ. ໃນວັນທີ 2 ກໍລະກົດ 2026 ທີ່ຜ່ານມາ, ທ່ານ…

ອິນເດຍ-MRC ຮ່ວມມືຍົກລະດັບເຕືອນໄພນ້ຳຖ້ວມ-ແລ້ງ ປົກປ້ອງຊີວິດປະຊາຊົນ ລຽບແມ່ນ້ຳຂອງ

ອິນເດຍ ແລະ ຄະນະກຳມາທິການແມ່ນ້ຳຂອງ ໄດ້ລົງນາມໃນການເປັນຄູ່ຮ່ວມງານໄລຍະ 5 ປີ ໃນວັນອັງຄານທີ່ຜ່ານມາ ເພື່ອສ້າງຄວາມເຂັ້ມແຂງດ້ານຄວາມໝັ້ນຄົງທາງຊັບພະຍາກອນນ້ຳ ແລະ ຄວາມທົນທານຕໍ່ສະພາບດິນຟ້າອາກາດ ໃນຂະນະທີ່ພາກພື້ນແມ່ນ້ຳຂອງກຳລັງປະເຊີນກັບຄວາມສ່ຽງທີ່ເພີ່ມຂຶ້ນຈາກໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ການປ່ຽນແປງສະພາບອາກາດ. ບົດບັນທຶກຄວາມເຂົ້າໃຈ (MoU) ດັ່ງກ່າວ ໄດ້ລົງນາມທີ່ນະຄອນຫຼວງວຽງຈັນ ໃນວັນທີ 30…

ອັດຕະປືເກັບລາຍຮັບ  ເຂົ້າງົບປະມານໄດ້ຫຼາຍກວ່າ 1,000 ຕື້ກີບ

ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງອັດຕະປື ໃນໄລຍະ 6 ເດືອນຕົ້ນປີ 2026 ຕົວເລກດ້ານລາຍຮັບຮອດວັນທີ 11 ມິຖຸນາ 2026 ປະຕິບັດໄດ້ຫຼາຍກວ່າ 1,000 ຕື້ກີບ ຫຼື ເທົ່າກັບ 56,89% ຂອງແຜນການປີ ກວມເອົາ 12,79% ຂອງ GDP.…

ໄວລຸ້ນຂີ່ລົດໄວ,ໃຊ້ສຽງດັງ ແລະ ດັດແປງລົດ ຢູ່ເມືອງໝື່ນຖືກສຶກສາອົບຮົມ

ເຈົ້າໜ້າທີ່ພະແນກຕໍາຫຼວດ ຈະລາຈອນ ປກສ ເມືອງໝື່ນ ແຂວງວຽງຈັນ ໄດ້ກັກຕົວໄວລຸ້ນ ຂັບຂີ່ລົດໄວ ແລະ ໃຊ້ສຽງດັງໃນຍາມກາງຄືນ ມາສຶກສາອົບຮົມ. ທ່ານ ພັຕ ສອນທະວີ ລ້ວນພູວົງ ໄດ້ກ່າວວ່າ: ໃນໄລຍະວັນທີ 1 ພຶດສະພາ 2026 ຜ່ານມານີ້,…

ການນໍາຂັ້ນສູງ ມຽນມາ ຈະເດີນທາງຢ້ຽມຢາມ ລາວ

ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມລັດຖະກິດ ຢູ່  ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນລະຫວ່າງ ວັນທີ 3-5…

ສົ່ງຕົວກຸ່ມແກ້ງສະແກມເມີ 115 ຄົນ ໃຫ້ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດໄປດໍາເນີນຄະດີ

ເຈົ້າໜ້າທີ່ພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ຮ່ວມກັບ ພະແນກຕຳຫຼວດເສດຖະກິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ນໍາສົ່ງຕົວຜູ້ຖືກຫາສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ (ແກ້ງສະແກມເມີ) ຈໍານວນ (ຍິງ 7 ຄົນ) ເມື່ອມໍ່ໆມານີ້ ໃຫ້ກົມຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບໄປດໍາເນີນຄະດີ…

ໂຈນປຸ້ນຮ້ານຄຳຢູ່ຕະຫຼາດແກ້ງກອກ ນອນໃຊ້ການ ກະທໍາຢູ່ໃນຄຸກ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ ສາມາດຈັບຕົວໂຈນປຸ້ນຮ້ານຄຳຢູ່ຕະຫຼາດແກ້ງກອກ ໄດ້ແລ້ວເມື່ອມໍ່ໆມານີ້ ພາຍຫຼັງທີ່ກໍ່ເຫດໃນວັນທີ 15 ກຸມພາ 2025 ທີ່ຜ່ານມາ ຊຶ່ງຜູ້ກໍ່ເຫດຊື່ທ້າວ ສີສະໄໝ ອາຍຸ 35 ປີ, ອາຊີບ ເຮັດນາ ຢູ່ບ້ານ…

ຫ້າມຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ໃນລະດູຝົນ

ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເມື່ອມໍ່ໆມານີ້ ໃຫ້ຢຸດຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ຊົ່ວຄາວໃນເຂດນະຄອນຫຼວງວຽງ ນັບແຕ່ວັນທີ 1 ກໍລະກົດ ຫາ 30 ຕຸລາ 2026. ການຢຸດດັ່ງກ່າວມີຈຸດປະສົງເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຮັກສາຄວາມສະອາດຂອງຕົວເມືອງ, ປົກປ້ອງໂຄງລ່າງພື້ນຖານ ແລະ…