ອິນເດຍ-MRC ຮ່ວມມືຍົກລະດັບເຕືອນໄພນ້ຳຖ້ວມ-ແລ້ງ ປົກປ້ອງຊີວິດປະຊາຊົນ ລຽບແມ່ນ້ຳຂອງ

ອິນເດຍ-MRC ຮ່ວມມືຍົກລະດັບເຕືອນໄພນ້ຳຖ້ວມ-ແລ້ງ ປົກປ້ອງຊີວິດປະຊາຊົນ ລຽບແມ່ນ້ຳຂອງ

ອິນເດຍ ແລະ ຄະນະກຳມາທິການແມ່ນ້ຳຂອງ ໄດ້ລົງນາມໃນການເປັນຄູ່ຮ່ວມງານໄລຍະ 5 ປີ ໃນວັນອັງຄານທີ່ຜ່ານມາ ເພື່ອສ້າງຄວາມເຂັ້ມແຂງດ້ານຄວາມໝັ້ນຄົງທາງຊັບພະຍາກອນນ້ຳ ແລະ ຄວາມທົນທານຕໍ່ສະພາບດິນຟ້າອາກາດ ໃນຂະນະທີ່ພາກພື້ນແມ່ນ້ຳຂອງກຳລັງປະເຊີນກັບຄວາມສ່ຽງທີ່ເພີ່ມຂຶ້ນຈາກໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ການປ່ຽນແປງສະພາບອາກາດ.

ບົດບັນທຶກຄວາມເຂົ້າໃຈ (MoU) ດັ່ງກ່າວ ໄດ້ລົງນາມທີ່ນະຄອນຫຼວງວຽງຈັນ ໃນວັນທີ 30 ມິຖຸນາ, ໄດ້ກຳນົດໂຄງຮ່າງການຮ່ວມມືໃນການຄຸ້ມຄອງຊັບພະຍາກອນນ້ຳ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ເຕັກໂນໂລຊີພະລັງງານສະອາດ ແລະ ການພັດທະນາອ່າງແມ່ນ້ຳແບບຍືນຍົງ, ອີງຕາມການລາຍງານຂອງຄະນະກຳມາທິການແມ່ນ້ຳຂອງ.

ຂໍ້ຕົກລົງດັ່ງກ່າວມີຂຶ້ນໃນຂະນະທີ່ບັນດາປະເທດລຽບຕາມແມ່ນ້ຳຂອງ ຕ້ອງປະເຊີນກັບຄວາມກົດດັນທີ່ເພີ່ມຂຶ້ນຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ເຫດການສະພາບອາກາດຮ້າຍແຮງທີ່ເກີດຂຶ້ນເລື້ອຍໆ, ຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນ ແລະ ການແຂ່ງຂັນດ້ານຊັບພະຍາກອນນ້ຳທີ່ນັບມື້ນັບສູງຂຶ້ນ.

ຈຸດປະສົງແມ່ນ ເພື່ອຊ່ວຍໃຫ້ ບັນດາ ປະເທດສະມາຊິກສ້າງຄວາມເຂັ້ມແຂງໃນຄວາມສາມາດຂອງຕົນ ເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້ ຜ່ານການຮ່ວມມືດ້ານເຕັກນິກ, ການແບ່ງປັນຄວາມຮູ້ ແລະ ການສ້າງຄວາມອາດສາມາດ.

ໃນພິທີລົງນາມ, ທ່ານ Yogeshwar Sangwan ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ ກ່າວວ່າ ຂໍ້ຕົກລົງດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອິນເດຍ ໃນການຮັດແໜ້ນການຮ່ວມມືຕົວຈິງກັບພາກພື້ນແມ່ນ້ຳຂອງ.

“ບົດບັນທຶກຄວາມເຂົ້າໃຈ ໃນມື້ນີ້ ແມ່ນສ້າງຂຶ້ນບົນພື້ນຖານດັ່ງກ່າວ ແລະ ມຸ່ງຫວັງໄປສູ່ອະນາຄົດ, ເຊິ່ງການຮ່ວມມືກ່ຽວກັບຊັບພະຍາກອນນ້ຳ, ຄວາມທົນທານຕໍ່ສະພາບອາກາດ, ເຕັກໂນໂລຊີ ແລະ ການພັດທະນາແບບຍືນຍົງ ແມ່ນມີຄວາມສຳຄັນຫຼາຍກວ່າທີ່ເຄີຍມີມາ,” ທ່ານເອກອັກຄະລັດຖະທູດ Sangwan ກ່າວ.

“ອິນເດຍ ມີຄວາມຍິນດີທີ່ຈະເຮັດວຽກຮ່ວມກັບ MRC ເພື່ອແລກປ່ຽນປະສົບການ, ສະໜັບສະໜູນການສ້າງຄວາມອາດສາມາດ ແລະ ຄົ້ນຫາວິທີແກ້ໄຂທີ່ຕອບສະໜອງຕໍ່ຄວາມຕ້ອງການຕົວຈິງຂອງພາກພື້ນ” ທ່ານກ່າວຕື່ມ.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, ອິນເດຍ ແລະ ຄະນະກຳມາທິການແມ່ນ້ຳຂອງ ຈະເຮັດວຽກຮ່ວມກັນໃນການພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນ້ຳ, ການປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ການຄຸ້ມຄອງຄວາມສ່ຽງຈາກໄພພິບັດ, ການຫຼຸດຜ່ອນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ລະບົບການພະຍາກອນນ້ຳຖ້ວມ ແລະ ການເຕືອນໄພລ່ວງໜ້າ, ເຕັກໂນໂລຊີພະລັງງານສະອາດ, ການຝຶກອົບຮົມດ້ານວິຊາການ, ການຮ່ວມມືລະຫວ່າງສະຖາບັນ ແລະ ການສະໜັບສະໜູນຊຸມຊົນ.

ການເປັນຄູ່ຮ່ວມງານນີ້ ໄດ້ເນັ້ນໜັກເປັນພິເສດກ່ຽວກັບການປັບປຸງລະບົບການພະຍາກອນນ້ຳຖ້ວມ ແລະ ການເຕືອນໄພລ່ວງໜ້າ ເຊິ່ງນັບມື້ນັບມີຄວາມສຳຄັນຂຶ້ນ ຍ້ອນການປ່ຽນແປງຂອງສະພາບດິນຟ້າອາກາດທີ່ເຮັດໃຫ້ເກີດໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງທີ່ຮ້າຍແຮງ ແລະ ເກີດຂຶ້ນເລື້ອຍໆໃນທົ່ວເຂດອ່າງແມ່ນ້ຳຂອງຕອນລຸ່ມ. ການພະຍາກອນທີ່ດີຂຶ້ນ ແລະ ການຮ່ວມມືໃນພາກພື້ນທີ່ເຂັ້ມແຂງຂຶ້ນ ຄາດວ່າຈະຊ່ວຍໃຫ້ບັນດາປະເທດກະກຽມຮັບມືກັບໄພພິບັດ, ຫຼຸດຜ່ອນຄວາມເສຍຫາຍ ແລະ ປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານນາງBusadee Santipitaks ຫົວໜ້າບໍລິຫານຂອງກອງເລຂາຄະນະກຳມາທິການແມ່ນ້ຳຂອງ ກ່າວວ່າ ຂໍ້ຕົກລົງດັ່ງກ່າວຈະຊ່ວຍໃຫ້ທັງສອງຝ່າຍ ຫັນປ່ຽນຄວາມຮູ້ທີ່ແບ່ງປັນກັນ ໄປສູ່ການປະຕິບັດຕົວຈິງ.

“ແມ່ນ້ຳຂອງ ແລະ ແມ່ນ້ຳຄົງຄາ  ແມ່ນແມ່ນ້ຳທີ່ແຕກຕ່າງກັນ, ແຕ່ສິ່ງທ້າທາຍທີ່ພວກເຮົາປະເຊີນແມ່ນມີຄວາມເຊື່ອມໂຍງກັນຢ່າງເລິກເຊິ່ງ ເຊັ່ນ: ຄວາມບໍ່ແນ່ນອນຂອງສະພາບອາກາດ, ຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ຄວາມຕ້ອງການຂໍ້ມູນທີ່ເຊື່ອຖືໄດ້, ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງຊັບພະຍາກອນນ້ຳໃນວິທີທີ່ສະໜັບສະໜູນທັງປະຊາຊົນ ແລະ ລະບົບນິເວດ,” ທ່ານນາງ ບຸດສະດີ ສັນຕິພິທັກ ກ່າວ.

“ບົດບັນທຶກຄວາມເຂົ້າໃຈ (MoU) ສະບັບນີ້ ໄດ້ໃຫ້ໂຄງຮ່າງການປະຕິບັດ ຕົວຈິງແກ່ພວກເຮົາໃນການຮຽນຮູ້ເຊິ່ງກັນ ແລະ ກັນ, ແລກປ່ຽນຄວາມຮູ້ທາງດ້ານວິຊາການ  ແລະ ຫັນການຮ່ວມມືໄປສູ່ກິດຈະກຳທີ່ເປັນຮູບປະທຳ ທີ່ສາມາດສ້າງຄວາມເຂັ້ມແຂງດ້ານຄວາມໝັ້ນຄົງທາງນ້ຳ ແລະ ຄວາມທົນທານໃນພາກພື້ນແມ່ນ້ຳຂອງ.”

ທ່ານນາງຍັງກ່າວຕື່ມວ່າ ປະສົບການຂອງອິນເດຍໃນການຄຸ້ມຄອງອ່າງແມ່ນ້ຳ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ເຕັກໂນໂລຊີດິຈິຕອນ ແລະ ພະລັງງານສະອາດ ໄດ້ສະໜອງໂອກາດອັນລ້ຳຄ່າສຳລັບການແລກປ່ຽນຄວາມຮູ້.

ຂໍ້ຕົກລົງດັ່ງກ່າວຍັງສະໜັບສະໜູນການຮ່ວມມືແມ່ນ້ຳຂອງ-ຄົງຄາ ທີ່ກວ້າງຂວາງຂຶ້ນ ແລະ ປະກອບສ່ວນເຂົ້າໃນການເຕີບໂຕທາງດ້ານເສດຖະກິດແບບຍືນຍົງ ແລະ ກວມລວມ ເຊິ່ງສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs). ມັນສົ່ງເສີມການແລກປ່ຽນທາງດ້ານວິຊາການ, ກິດຈະກຳຮ່ວມກັນ ແລະ ການຮ່ວມມືທີ່ໃກ້ຊິດກວ່າເກົ່າໃນຂົງເຂດທີ່ໃຫ້ຄວາມສົນໃຈຮ່ວມກັນ.

ສ້າງຕັ້ງຂຶ້ນໃນປີ 1995, ຄະນະກຳມາທິການແມ່ນ້ຳຂອງ (MRC) ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ທີ່ສ້າງຕັ້ງຂຶ້ນໂດຍ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ພາຍໃຕ້ຂໍ້ຕົກລົງແມ່ນ້ຳຂອງ.

ມັນເຮັດໜ້າທີ່ເປັນເວທີພາກພື້ນ ສຳລັບການຮ່ວມມືກ່ຽວກັບການທູດດ້ານຊັບພະຍາກອນນ້ຳ ແລະ ສະໜອງຄວາມຮູ້ທາງວິທະຍາສາດ ເພື່ອສະໜັບສະໜູນການຄຸ້ມຄອງ ແລະ ການພັດທະນາແບບຍືນຍົງຂອງອ່າງແມ່ນ້ຳຂອງຕອນລຸ່ມ.

Related Articles

Leave a Reply