ປະທານປະເທດສັ່ງເລັ່ງປະຕິ ຮູບວິສາຫະກິດລັດ ຫຼັງຂາດທຶນກວ່າ 2 ພັນຕື້ກີບ
ປະທານປະເທດແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ ໄດ້ອອກຄຳສັ່ງຢ່າງເຂັ້ມງວດໃຫ້ເລັ່ງການປະຕິຮູບວິສາຫະກິດລັດທັງລະບົບ ພາຍຫຼັງຕົວເລກເປີດເຜີຍວ່າວິສາຫະກິດລັດທັງໝົດຂາດທຶນລວມກວ່າ 2,358 ຕື້ກີບໃນປີ 2024. ໂຕເລກດັ່ງກ່າວ ຖືກລາຍງານໃນກອງປະຊຸມຄະນະກຳມະການປະຕິຮູບວິສາຫະກິດລັດທີ່ຈັດຂຶ້ນໃນວັນພຸດທີ່ຜ່ານມາ, ປະທານປະເທດໄດ້ເນັ້ນໜັກວ່າການປະຕິຮູບແມ່ນ “ວຽກງານທີ່ຈຳເປັນ ແລະ ຮີບດ່ວນ” ເພື່ອປ່ຽນວິສາຫະກິດເຫຼົ່ານີ້ຈາກການຂາດທຶນເປັນກຳລັງຂັບເຄື່ອນເສດຖະກິດ. ຄະນະກຳມະການປະຕິຮູບໄດ້ຖືກຍົກໃຫ້ຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງກົມການເມືອງ, ເຊິ່ງເປັນອົງການຕັດສິນໃຈສູງສຸດຂອງພັກ,…

