Visit BigblueAgency

ລາວ-ໄທ ຫາລືເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ພົບປະກັບ ທ່ານນາງ ສຸດາວັນ ວັງສຸພາກິດໂກສົນ ລັດຖະມົນຕີ ກະຊວງທ່ອງທ່ຽວ ແລະ ກິລາ ແຫ່ງຣາຊະອານາຈັກໄທ ໃນວັນທີ 25…

ນັກຮ້ອງ, ນັກຟ້ອນ ແລະ ນັກດົນຕີລາວ-ຈີນມາສະແດງຮ່ວມກັນໃນງານສະແດງສີລະປະດົນຕີ ຢູ່ສະຖານີລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ

 ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດໄດ້ຈັດການສະແດງສີລະປະດົນຕີຢູ່ຫ້ອງລໍຖ້າ ສະຖານີລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ ໃນມື້ວານນີ້ ໂດຍມີນັກຮ້ອງ, ນັກຟ້ອນ ແລະ ນັກດົນຕີ ຂອງສອງປະເທດຈີນ-ລາວ ມາສະແດງຮ່ວມໃນງານດັ່ງກ່າວ ແລະ ໄດ້ຮ່ວມກັບພະນັກງານບໍລິສັດທາງລົດໄຟລາວ-ຈີນໄດ້ຮ້ອງເພງ ຫຼື ຂັບຮ້ອງບົດເພງພື້ນບ້ານແບບໃໝ່ໂດຍມີເນື້ອຮ້ອງສື່ເຖິງເລື່ອງລາວການຮ່ວມມື “ໜຶ່ງແລວ-ໜຶ່ງເສັ້ນທາງ ແລະ ນໍາເອົາຄໍາອວຍພອນອັນປະເສີດ ເນື່ອງໃນໂອກາດບຸນປີໃໝ່ຈີນ ມາຖ່າຍທອດໃຫ້ແກ່ຜູ້ຮັບຊົມ…

ເຊື້ອພະຍາດວັນນະໂລກ ຫາຍໃຈເອົາເລັກນ້ອຍ ຖ້າບໍ່ມີຜ້າອັດປາກ-ດັງ ກໍສາມາດຕິດເຊື້ອໄດ້ແລ້ວ

ພະຍາດວັນນະໂລກ ແຜ່ເຊື້ອຈາກຄົນສູ່ຄົນ ໂດຍຜ່ານອາກາດ ຊຶ່ງໃນເວລາຄົນເຈັບທີ່ເປັນພະຍາດວັນນະໂລກ, ປອດ, ໄອ, ຈາມ ຫຼື ຖົ່ມນ້ຳລາຍ ພວກເຂົາຈະແຜ່ເຊື້ອວັນນະໂລກສູ່ອາກາດ ແລະ ຄົນເຮົາຫາຍໃຈເອົາເຊື້ອວັນນະໂລກດັງກ່າວພຽງເລັກນ້ອຍ ກໍສາມາດຕິດເຊື້ອໄດ້. ອີງຕາມແຫຼ່ງຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ : ພະຍາດວັນນະໂລກ ເປັນພະຍາດທີ່ສາມາດປິ່ນປົວຫາຍຂາດໄດ້ ເມື່ອໄດ້ຮັບການບົ່ງມະຕິ, ປິ່ນປົວແຕ່ຫົວທີ ແລະ…

“ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງໃນອະນາຄົດຂອງອາຊຽນ” ຖືກຍົກມາເປັນຫົວຂໍ້ທີ່ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ-ອິນເດຍ ຄັ້ງທີ 11

ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ-ອິນເດຍ ຄັ້ງທີ 11 ຈັດຂຶ້ນ ໃນວັນທີ 25 ມັງກອນ ນີ້ ທີ່ໂຮງແຮມແລນມາກ ລີເວີໄຊ ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງໃນອະນາຄົດຂອງອາຊຽນ”, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ…

ຕາມນີ້! ປໍ້າທີ່ມີຂາຍນໍ້າມັນກາຊວນທີ່ເປັນຕົວແທນຈໍາໜ່າຍລັດວິສາຫະກິດນໍ້າມັນເຊື້ອໄຟລາວ

ບັນດາປໍ້າຕົວແທນຈໍາໜ່າຍລັດວິສາຫະກິດນໍ້າມັນເຊື້ອໄຟລາວທີ່ເປີດຂາຍນໍ້າມັນເຊື້ອໄຟ ໂດຍສະເພາະນໍ້າມັນກາຊວນ (ມີຈໍານວນຈໍາກັດ) ໃນວັນທີ 25 ມັງກອນ 2024 ນີ້ ຢູ່ ນະຄອນຫຼວງວຽງຈັນ    

ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ 27 ຈະເປັນເວທີຊຸກຍູ້ການພົວພັນຮ່ວມມືເພື່ອເຊື່ອມໂຍງເສດຖະກິດ ອາຊຽນ

 ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ 27 ໄດ້ຈັດຂື້ນໃນວັນທີ 25 ມັງກອນ 2024 ນີ້ ຢູ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ​ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ…

ຈີນ ກາຍເປັນຄູ່ຄ້າສຳຄັນຂອງ ສປປ ລາວ ບັນລຸມູນຄ່າການຄ້າ 2 ສົ້ນໄດ້ເກືອບ 500 ລ້ານໂດລາ

ອີງຕາມຂໍ້ມູນຈາກ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ປະຈຳເດືອນ ທັນວາ 2023, ສປ ຈີນ ໄດ້ກາຍເປັນຄູ່ຄ້າສຳຄັນຂອງ ສປປ ລາວ ໂດຍມີມູນຄ່າການຄ້າ 2 ສົ້ນກວ່າ 499 ລ້ານໂດລາ ແບ່ງເປັນ ສົ່ງອອກ…

ນາງ ແສງພະຈັນ ສັງສົມສັກ ຊະນະເລີດ ການປະກວດນາງສາວພຣະທາດສາມປາງ

 ງານປະກວດນາງສາວພຣະທາດສາມປາງ ໃນພິທີເປີດປີທ່ອງທ່ຽວລາວ 2024 ຂອງເມືອງສຸຂຸມາ ແຂວງຈໍາປາສັກ ໄດ້ຈັດຂຶ້ນໃນຄໍ່າຄືນຂອງວັນທີ 24 ມັງກອນ 2024 ທີ່ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສົມເພັດ ບຸດສະດີ ກຳມະການພັກແຂວງ ເຈົ້າເມືອງສຸຂຸມາ.  ຜົນການປະກວດປະກົດວ່າ ນາງ ແສງພະຈັນ ສັງສົມສັກ…

ມື້ອື່ນ! ໃຜເປັນພະຍາດຜິວໜັງ ກຽມເຂົ້າຮ່ວມກວດພະຍາດ ຟຣີ ທີ່ສູນຜິວໜັງແຫ່ງຊາດ

ໃຜເປັນພະຍາດຜິວໜັງ ເຊີນເຂົ້າຮ່ວມກວດພະຍາດ ຟຣີ ໃນວັນທີ 26 ມັງກອນ 2024 ເລີ່ມເວລາ 8:00 ຫາ 12:00 ໂມງ ທີ່ສູນຜິວໜັງແຫ່ງຊາດ ນະຄອນຫຼວງວຽງຈັນ, ເນື່ອງໃນວັນ ພະຍາດຫຼວງ (ຂີ້ທູດ) ສາກົນ. ສໍາລັບ ຜູ້ທີ່ກວດພະຍາດຜິວໜັງ…

ງານມະຫາກໍາການທ່ອງທ່ຽວອາຊຽນ 2024 ເປີດຢ່າງເປັນທາງການແລ້ວທີ່ ສປປ ລາວ

ງານມະຫາກໍາການທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024/ ATF) ໄດ້ໄຂຂື້ນຢ່າງເປັນທາງການໃນ ວັນທີ 24 ມັງກອນ 2024 ນີ້ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງສປປ ລາວ…