ລາວສາມາດສົ່ງຜູ້ຮ້າຍ ຂ້າມແດນກັບບັນດາປະເທດ ສະມາຊິກອາຊຽນ
ຄະນະຜູ້ແທນຂັ້ນສູງຂອງອົງການໄອຍະການປະຊາຊົນສູງສູດ (ອອປສ) ນຳໂດຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີລົງນາມສົນທິສັນຍາອາຊຽນວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນຮ່ວມກັບບັນດາປະເທດສະມາຊິກອາຊຽນ ເມື່ອມໍ່ໆມານີ້ ທີ່ນະຄອນຫຼວງ ມານິລາ ປະເທດຟີລິບປີນ. ສົນທິສັນຍາອາຊຽນວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ໄດ້ເລີ່ມການເຈລະຈາ ໃນປີ 2021…


