ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
ການແຂ່ງຂັນຕີຄີ ແມ່ນກິລາພື້ນເມືອງຊະນິດໜຶ່ງ ຊຶ່ງເປັນກິດຈະກຳທີ່ຈັດຂຶ້ນໃນຕອນບ່າຍມື້ສຸດທ້າຍຂອງງານບຸນນະມັດສະການພຣະທາດຫຼວງວຽງຈັນ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານລັດຖະບານ ກັບປະຊາຊົນ ພ້ອມຍັງເປັນກິດຈະກຳທີ່ສາມາດດຶງດູດຄວາມສົນໃຈຂອງມວນຊົນລາວ ແລະ ຕ່າງປະເທດເຂົ້າຊົມ ແລະ ເຊຍດັງຟົດສະນັ່ນທົ່ວສະໜາມຫຼວງ (ເດີ່ນທາດຫຼວງ). ການແຂ່ງຂັນກິລາພື້ນເມືອງນີ້ຈາກເມື່ອກ່ອນຕ້ອງຕີໃຫ້ໄດ້ໄລຍະໄກທີ່ສຸດ ຈຶ່ງຈະເປັນຜູ້ຊະນະໄດ້ພັດທະນາເປັນການແຂ່ງຂັນແບບທີມ ກະຕິກາການແຂ່ງຂັນຈຶ່ງຖືກປັບປ່ຽນໄປເປັນການຕີລູກຄີໃຫ້ເຂົ້າປະຕູຂອງອີກຝ່າຍໜຶ່ງ ໂດຍມີອຸປະກອນທີ່ເຮັດຈາກພູມປັນຍາດັ່ງເດີມ ນັ້ນກໍຄື “ໄມ້ຕີ” ທີ່ເຮັດຈາກໄມ້ໄຜ່ທີ່ມີບໍລິເວນເຫງົ້າ…

