ຈະຖືກງົດໃຊ້ໄຟຟ້າຊົ່ວຄາວຖ້າຜູ້ຊົມໃຊ້ບໍ່ຈ່າຍຄ່າໄຟຟ້າກ່ອນວັນທີ 25 ຂອງທຸກໆເດືອນ
ລັດວິສາຫະກິດໄຟຟ້າລາວໃຫ້ຮູ້ວ່າ: ການຈ່າຍເງິນຄ່າໄຟຟ້າ ແມ່ນພັນທະຂອງຜູ້ຊົມໃຊ້ຕ້ອງໄດ້ປະຕິບັດ ແລະ ຕ້ອງຈ່າຍກ່ອນວັນທີ 25 ຂອງທຸກໆເດືອນ ຫຼື ຕາມວັນທີ ທີ່ຂຽນບອກໃນບິນໄຟຟ້າທີ່ເຮົາໄດ້ຮັບ ບໍ່ໃຫ້ມີໜີ້ຄ້າງ ຖ້າບໍ່ດັ່ງນັ້ນທ່ານກໍຈະຖືກງົດໃຊ້ໄຟຟ້າຊົ່ວຄາວ. ໃນກໍລະນີທີ່ທ່ານຖືກງົດໃຊ້ໄຟຟ້າຊົ່ວຄາວຄວນເຮັດແນວໃດ? 1. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າໄຟຟ້າທັງໝົດທີ່ລະບຸໄວ້ໃນບິນເສຍກ່ອນ. 2. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າເຊື່ອມຕໍ່ໄຟຟ້າຄືນຕາມລະບຽບດັ່ງລຸ່ມນີ້: – ໝໍ້ໄຟ 1…

