ສະຫວັນນະເຂດໄດ້ຮັບຢາວັກຊີນຕ້ານໂຄວິດ-19 ຈຳນວນ 22.200 ໂດສ ເພື່ອສັກໃຫ້ກຸ່ມສ່ຽງສູງສຸດໃນຮອບທີ1 ຈໍານວນ 11.100 ຄົນ
ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ພະແນກສາທາລະນະສຸກ ແຂວງສະຫວັນນະເຂດໄດ້ເປີດຂະບວນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດໃຫ້ກຸ່ມເປົ້າໝາຍ ຫຼື ກຸ່ມສ່ຽງສູງສຸດຢູ່ພາຍໃນແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ທີ່ ໂຮງໝໍແຂວງສະຫວັນນະເຂດ ຊຶ່ງໄດ້ຮັບຢາວັກຊີນດັ່ງກ່າວຈຳນວນ 22.200 ໂດສ ເພື່ອສັກໃຫ້ກຸ່ມສ່ຽງດັ່ງກ່າວຈໍານວນ 11.100 ຄົນ…

