Vientiane Times Lao

ກິດຈະກຳຈຳນວນໜື່ງໃນການສະເຫຼີມສະຫຼອງບຸນປີໃໝ່ລາວທົ່ວປະເທດຖືກໂຈະ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃນວັນທີ 19 ເດືອນມີນາ ນີ້ວ່າ: ເຫັນດີໃຫ້ໂຈະກິດຈະກຳຈຳນວນໜຶ່ງໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ທົ່ວປະເທດ. ບັນດາກິດຈະກໍາທີ່ໃຫ້ໂຈະລວມມີ: ການຈັດງານປະກວດນາງສັງຂານ, ການຈັດງານຕະຫຼາດນັດມວນຊົນ, ການຫົດນໍ້າຕາມຖະໜົນຫົນທາງ, ການຕົບພະທາດຊາຍ, ການແຫ່ວໍທີ່ເປັນຂະບວນມວນຊົນ ແລະ ອື່ນໆທີ່ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ເພາະຈະມີຄວາມ ສ່ຽງ ແລະ ຄວາມຫຍຸ້ງຍາກໃນການປ້ອງກັນການລະບາດ ຂອງພະຍາດ…

ລາຄາສິນຄ້າອຸປະໂພກ, ບໍລິໂພກມີການເໜັງຕີງຢູ່ແຂວງຄໍາມ່ວນ

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ແຈ້ງໃຫ້ຮູ້ວ່າ: ໄດ້ມີສິນຄ້າຫຼາຍປະເພດຢູ່ຕາມຕະຫຼາດທີ່ມີລາຄາເໜັງຕີງຂຶ້ນໂດຍສະເພາະເຄື່ອງໃຊ້ສອຍ, ເຄື່ອງອຸບປະໂພກ, ບໍລິໂພກ ແລະ ອື່ນໆ.                ທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ແຈ້ງຕໍ່ທີມຂ່າວວຽງຈັນທາຍມື້ວານນີ້ວ່າ: ສິນຄ້າທີ່ມີລາຄາແພງຂຶ້ນຫຼາຍແມ່ນເຈວລ້າງມື…

ລັດຖະບານສືບຕໍ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສະກັດກັ້ນ COVID-19

ມາດຕະການປ້ອງກັນ, ມາດຕະການປິ່ນປົວ ກໍລະນີກວດພົບຜູ້ຕິດເຊື້ອ ແມ່ນອີກມາດຕະການໜຶ່ງທີ່ລັດຖະບານສືບຕໍ່ຜັນຂະຫຍາຍຕາມຫຼັກວິທະຍາສາດ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະຊ່ວງການແຜ່ລະບາດຂອງ COVID-19 ຢູ່ປະເທດຕ່າງໆ ໃນໂລກ. ມາດຕະການດັ່ງກ່າວແມ່ນໄດ້ຖືກປຶກສາຫາລືຢູ່ກອງປະຊຸມລັດຖະບານໃນລະຫວ່າງວັນທີ 18-19 ມີນາ ທີ່ຜ່ານມາ. ລັດຖະບານ ສືບຕໍ່ປັບປຸງສູນຂໍ້ມູນຂ່າວສານທີ່ຂຶ້ນກັບຄະນະສະເພາະກິດ ເພື່ອຊີ້ນຳ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ເພື່ອແລກ…

ນາຍົກສັ່ງໃຫ້ທຸກໆ​ອົງການຂອງລັດ, ປະຊາຊົນບັນດາເຜົ່າສະກັດ​ກັ້ນ​ ແລະ ຕ້ານພະຍາດ COVID-19 ​ໃຫ້​ໄດ້​ຮັບ​ຜົນ

ເຖິງວ່າມາຮອດປະຈຸບັນ ສປປ ລາວ ຍັງບໍ່ມີລາຍງານກໍລະນີຜູ້ຕິດເຊື້ອພະຍາດ COVID-19 ກໍ່ຕາມ ແຕ່ມັນກໍ່ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ, ດັ່ງນັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ທຸກພາກສ່ວນເອົາໃຈໃສ່ຈັດຕັ້ງປະຕິບັດບັນຫາສຳຄັນຮີບດ່ວນຕ່າງໆ. ບາງບັນຫາສຳຄັນຮີບດ່ວນຈຳນວນໜຶ່ງ ທີ່ ທ່ານ ນາຍົກ ໄດ້ຊີ້ນໍາໃນກອງປະຊຸມລັດຖະບານ…

ຈັບຜູ້ຄ້າ-ຂາຍຢາເສບຕິດ 4 ຄົນ ພ້ອມຢາບ້າ 240.000 ເມັດ

ເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ກັກຕົວຜູ້ຄ້າ-ຂາຍຢາເສບຕິດ ຈໍານວນ 4 ຄົນ, ພ້ອມດ້ວຍຂອງກາງ ປະເພດຢາບ້າ 120 ມັດ ມີຈໍານວນ 240.000 ເມັດ, ຢາໄອ 60 ຫໍ່ ແລະ ລົດໃຫ່ຍ…

ລັດຮຽກຮ້ອງບໍ່ໃຫ້ວິຕົກກັງວົນຈົນເກີນໄປ ໃນໄລຍະການລະບາດຂອງ COVID-19 ຢູ່ປະເທດຕ່າງໆ

ໃນໄລຍະທີ່ຫຼາຍປະເທດກໍາລັງພົບກັບບັນຫາການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19), ລັດຖະບານ ສປປ ລາວ ໄດ້ມີຫຼາຍມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວ.   ອີງຕາມແຫຼ່ງຂ່າວຈາກສໍານັກງານນາຍົກລັດຖະມົນຕີໄດ້ລະບຸວ່າ: ມາດຕະການທີ່ສໍາຄັນອັນໜຶ່ງແມ່ນປຸກລະດົມທົ່ວສັງຄົມ ກໍ່ຄືປະຊາຊົນ ບໍ່ໃຫ້ແຕກຕື່ນ ແລະ ວິຕົກກັງວົນຈົນເກີນໄປ ເພື່ອຫຼີກເວັ້ນພຶດຕິກໍາ ທີ່ເຮັດໃຫ້ສະພາບການທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກຫຼາຍຂຶ້ນ ເປັນຕົ້ນແມ່ນການກັກຕຸນສິນຄ້າເຄື່ອງອຸປະໂພກບໍລິໂພກ ແລະ ວິພາກວິຈານ…

ສະຫວັນນະເຂດແຈ້ງການດ່ວນຫ້າມຂາຍນໍ້າມັນໃຫ້ຜູ້ຊື້ເພື່ອກັກຕຸນ

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ອອກແຈ້ງການດ່ວນໃນເວລາ 17 ໂມງຂອງມື້ວັນທີ 19 ມີນາ 2020 ນີ້ວ່າ: ເຖິງບັນດາປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟທຸກປະເພດໃນຂອບເຂດແຂວງ ຫ້າມຂາຍນໍ້າມັນຈໍານວນຫຼາຍໃຫ້ປະຊາຊົນໂດຍສະເພາະປະຊາຊົນທີ່ເອົາກະຕຸກໄປຊື້ເພື່ອກັກຕຸນ. ປະຈຸບັນມີຫຼາຍຄົນຢູ່ ແຂວງສະຫວັນນະເຂດ ຊື້ນໍ້າມັນເພື່ອກັກຕຸນ ຍ້ອນມີຂ່າວລືວ່າຈະມີການປິດດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ)…

ສປ ຈີນ ມອບເຄື່ອງຊ່ວຍເຫຼືອເພື່ອຕ້ານພະຍາດ COVID-19 ໃຫ້ແກ່ ສປປ ລາວ

ຫ້ອງການຕ່າງປະເທດ ແຂວງຫູໜານ ແລະ ບໍລິສັດ ຊ່ຽງເຟິງ ສາກົນ ແຂວງຫູໜານ ໄດ້ມອບເຄື່ອງຊ່ວຍເຫຼືອລ້າ ໃຫ້ລັດຖະບານລາວ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ທີ່ກຳລັງສົ່ງຜົນກະທົບຢູ່ຫຼາຍປະເທດ. ພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 18 ມີນາ…

ໂຄງການປ້ອງກັນຕາຝັ່ງເຈື່ອນ ຈະເປັນໃບໝ້າໃໝ່ຢູ່ນະຄອນໄກສອນ ພົມວິຫານ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດໄດ້ແຈ້ງໃຫ້ຮູ້ວ່າ: ໂຄງການກໍ່ສ້າງຕາຝັ່ງເຈື່ອນຢູ່ເຂດບ້ານ ໄຊຍະພູມ ນະຄອນໄກສອນ ພົມວິຫານ ຫຼັງຈາກສ້າງສໍາເລັດຈະເປັນສູນການຄ້າຄົບວົງຈອນ, ສູນກິລາ, ບ່ອນອອກກໍາລັງກາຍ, ຮ້ານອາຫານ, ແຫຼ່ງທ່ອງທ່ຽວ ຊຶ່ງຈະກາຍເປັນໃບໜ້າໃໝ່ຂອງນະຄອນໄກສອນ ພົມວິຫານ.           …

ບາງປ້ຳນ້ຳມັນເຊື້ອໄຟ ຍັງບໍ່ລົງລາຄາຕາມການແຈ້ງການ

ເຖິງແມ່ນວ່າ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປັບລົງລາຄາ ຂາຍຍ່ອຍນ້ຳມັນເຊື້ອໄຟ ທຸກປະເພດໃນ ຂອບເຂດທົ່ວປະເທດ ເລີ່ມແຕ່ວັນທີ 7 ມີນາ 2020 ເປັນຕົ້ນມາ, ແຕ່ສັງເກດເຫັນວ່າ ຮອດປະຈຸບັນນີ້ ຍັງປະກົດມີບາງປ້ຳຂາຍຍ່ອຍບໍ່ລົງລາຄາຕາມການແຈ້ງການໂດຍສະເພາະແມ່ນປ້ຳທີ່ຢູ່ຮ່າງໄກຈາກເທດສະບານແຂວງ ຫຼື ປ້ຳທີ່ຢູ່ເຂດຮ່າງໄກສອກຫລິກ. ທ່ານ…