Vientiane Times Lao

ລັດຖະບານລາວ ຖືເອົາການສະກັດກັ້ນ ແລແກ້ໄຂພະຍາດອັກເສບປອດສາຍພັນໃໝ່ເປັນບັນຫາສໍາຄັນ ແລະ ເລັ່ງດ່ວນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການຊີ້ນໍາຜົນຂອງກອງປະຊຸມນາຍົກ -ຮອງນາຍຍົກລັດຖະມົນຕີທີ່ໄດ້ຈັດຂື້ນມື້ວານນີ້ວັນທີ 27 ມັງກອນ 2020 ວ່າ: ການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ມີຜົນກະທົບໃນວົງກວ້າງທັງສັງຄົມ ແລະ ເສດຖະກິດ, ລັດຖະບານຖືການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວເປັນບັນຫາສໍາຄັນ ແລະ ຮີບດ່ວນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນຕ້ອງໄດ້ຮ່ວມມືກັນ…

ທ່ານລັດຖະມົນຕີ ຮສສ ເນັ້ນໃຫ້ຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫລືອເດັກ ເອັສໂອເອັສ ລ້ຽງດູເດັກນ້ອຍແບບຄອບຄົວ

ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ (ຮສສ) ແຈ້ງໃຫ້ຮູ້ວ່າ : ປັດ​ຈຸ​ບັນ ຢູ່​ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສ ຢູ່ ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ​ແຂວງຈໍາປາສັກ ມີ​ເດັກ​ທີ່​ຢູ່​ໃນ​ການ​ດູ​ແລ​ທັງ​ໝົດ 1.250 ຄົນ ຍິງ…

ຈຳປາສັກຢຸດຕິການເກັບເງິນຄ່າເຂົ້າຊົມແຫຼ່ງ ທ່ອງທ່ຽວອຸທິຍານນ້ຳຕົກສອງແຫ່ງ

ນັບວ່າເປັນຂ່າວດີສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີແຜນເດີນທາງມາທ່ອງທ່ຽວພາກໃຕ້ຂອງ ລາວ ໂດຍສະເພາະສວນອຸທິຍານນ້ຳຕົກຕາດ ຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ເມືອງໂຂງ ແຂວງຈຳປາສັກ ນັບແຕ່ວັນທີ 23 ມັງກອນ 2020 ເປັນຕົ້ນມາໄດ້ຢຸດຕິການ ເກັບເງິນຄ່າບໍລິການເຂົ້າຊົມແຫຼ່ງທ່ອງທ່ຽວທັງ 2 ແຫ່ງ.…

ວັງວຽງ ຮຽກຮ້ອງຜູ້ປະ ກອບການທ່ອງທ່ຽວໃຫ້ກະຕືລືລົ້ນໃນການຮັກສາສະພາບ ແວດລ້ອມ

ແຫຼ່ງທ່ອງທ່ຽວຫຼາຍແຫ່ງຂອງ ເມືອງ ວັງວຽງ, ແຂວງວຽງຈັນ ຍັງເປັນສະເໜ່ທີ່ ດຶງດູດນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ແຕ່ວ່າ ຫຼາຍຄົນຍັງ ກັງວົນເຖິງຜົນກະທົບຕໍ່ສິ່ງແວດລ້ອມ ທີ່ອາດຈະເພີ່ມຂຶ້ນ, ໂດຍສະເພາະການເພີ່ມຈຳນວນ ໂຮງແຮມ ແລະ ເຮືອນພັກທີ່ຢູ່ ລຽບຕາມແມ່ນໍ້າລຳເຊຕ່າງໆ, ເຊິ່ງມັກປ່ອຍນ້ຳທີ່ມີກິ່ນເໝັນ…

ໄວໜຸ່ມສະໜາມໄຊພ້ອມເຮັດວຽກ ບໍລິການສັງຄົມຫຼາຍສາຂາ

ໄວໜຸ່ມທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ 147 ຄົນ ໄດ້ສໍາເລັດການອົບຮົມ ແລະ ທົດສອບວຽກພັດທະນາສີມືແຮງງານ ແລະ ປະຈຸບັນພ້ອມແລ້ວທີ່ຈະຮັບໄຊສັງຄົມ. ໃນວັນທີ 21 ມັງກອນ 2020, ແຂວງອັດຕະປື ໄດ້ສໍາເລັດການຈັດຊຸດອົບຮົມ ແລະທົດສອບວຽກພັດທະນາສີມືແຮງງານໃຫ້ຜູ້ປະສົບໄພພິບັດດັ່ງກ່າວ ຢູ່ເມືອງສະໜາມໄຊ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 5 ເດືອນໂດຍໄດ້ຮັບທຶນສະໜັບສະໜູນຂອງອົງ ການຮ່ວມມືສາກົນ…

ມາຮູ້ຈັກກັບສັດນໍາໂຊກ ນົກແອ່ນ ໃນງານກິລາແຫ່ງ ຊາດ 2020

ຄະນະນຳແຂວງ ຊຽງຂວາງ ໄດ້ກໍານົດເອົານົກແອ່ນເປັນສັດ ນໍາໂຊກໂດຍເຮັດເປັນຮູບກະຕູນ, ຜະລິດເປັນຂອງທີ່ລະລຶກ ແລະ ເປັນຂອງຂວັນຢູ່ໃນງາມມະຫາກໍາ ກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ໄດ້ຮັບກຽດ ເປັນເຈົ້າພາບ ໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020. ໂດຍຮູບແບບສັດນໍາໂຊກນົກ…

ປີ 2020, ລາຍຮັບຂອງປະຊາຊົນຢູ່ນະຄອນຫລວງຈະບັນລຸ ຫຼາຍກວ່າ 6.000 ໂດລາ

ໃນ​ປີ 2020 ນະຄອນຫຼວງ​ວຽງ​ຈັນ (ນວ) ຈະ​ສູ້​ຊົນເຮັດ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ບໍ່ໃຫ້​ຫຼຸດ 9,5%, ລາຍ​ຮັບ​ສະເລ່ຍຂອງປະຊາຊົນ 6.000 ກວ່າ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ, ໃນ​ຂະນະ​ທີ່ມູນຄ່າ​ການ​ລົງທຶນ​ຄາດ​ວ່າ​ຈະ​ຢູ່​ທີ່​ປະມານ 16.700 ຕື້​ກີບ. ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງວຽງ​ຈັນ ໄດ້​ລາຍ​ງານກ່ຽວກັບ​ຜົນ ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດ ທະນາ​ເສດ​ຖະ​ກິດ​–​ສັງຄົມ, ແຜນ​ງົບປະມານ…

ບຸນວັດພູຈຳປາສັກປີນີ້ຈະບໍ່ເກັບເງິນຄ່າຜ່ານ

ບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປີ 2020 ນີ້ ແມ່ນຈະບໍ່ມີການເກັບເງິນຄ່າເຂົ້າຊົມ ອີງຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງ ເມື່ອບໍ່ດົນມານີ້. ບາງສ່ວນທີ່ຈະເກັບ ມີປີ້ຂາຍເຄື່ອງ, ປີ້ຝາກລົດ ແລະ ອື່ນໆ ລາຄາແມ່ນຈະຖືກກວ່າທຸກໆຄັ້ງທີ່ຜ່ານມາ ທັງນີ້ ກໍ່ເພື່ອເປັນການອະນຸລັກຮັກສາຮິດຄອງປະເພນີອັນດີງາມຂອງຊາດກໍ່ຄືທ້ອງຖິ່ນ ແລະ ເປັນການສົ່ງເສີມການທ່ອງທ່ຽວພາຍໃນ ເມືອງ ແລະ ແຂວງ…

ນາຍົກເນັ້ນໃຫ້ສະຖາບັນຄົ້ນຄົ້ນເສດຖະ ກິດເຮັດວຽກຢ່າງມີຄຸນນະພາບ ແລະ ປະສິດທິຜົນສູງສຸດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ສະຖາບັນ ຄົ້ນຄົ້ນເສດຖະກິດແຫ່ງຊາດໃຫ້ກາຍເປັນ ເສນາທິການວຽກງານຄົ້ນຄວ້າບັນຫາທາງ ດ້ານເສດຖະກິດ ທີ່ມີຄຸນນະພາບ ແລະ ປະສິດທິຜົນສູງສຸດ. ໃນໂອກາດທີ່ ທ່ານ ນາຍົກ ໄດ້ພົບປະພະນັກງານ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໃນຕອນບ່າຍ…

ຈະມີການຜ່າຕັດແຜທີ່ເກີດຈາກ ໄຟໄໝ້-ນໍ້າຮ້ອນລວກແບບບໍ່ໄດ້ເສຍຄ່າ

ໂຮງໝໍມະໂຫສົດໄດ້ແຈ້ງໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 9 ຫາ 21 ກຸມພາ 2020 ທີ່ຈະມາເຖິງນີ້ ຈະມີການປິ່ນປົວ-ຜ່າຕັດບາດແຜທີ່ເກີດຈາກໄຟ ໄໝ້ -ນໍ້າຮ້ອນລວກແບບບໍ່ໄດ້ເສຍຄ່າຢູ່ ໂຮງໝໍ ມະໂຫສົດ ຊຶ່ງຈະມີທີມແພດຊ່ຽວຊານຈາກ ອົດສະຕຣາລີ- ນິວຊີແລນ ຮ່ວມກັບທີມແພດ ຊ່ຽວຊານຂອງໂຮງໝໍມະໂຫສົດ ໃຫ້ການປີ່ນ…