ເລື່ອນການສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງແບບບໍ່ມີກໍານົດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ທີ່ໄດ້ຈັດຂຶ້ນໃນບໍ່ດົນມານີ້ ແມ່ນເຫັນດີໃນການຈັດງານມະຫາກໍາກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ແຕ່ວ່າສໍາລັບການສະເຫຼີມສະຫຼອງທົ່ງໄຫຫີນ ເປັນມໍລະ ດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ທີ່ເປັນ 2 ກິດຈະກໍາຈະຈັດຂຶ້ນໃນລະຫວ່າງມື້ເປີດງານມະຫາກໍາກິລາແຫ່ງຊາດດັ່ງກ່າວ ແມ່ນໃຫ້ເລື່ອນໄປກ່ອນແບບບໍ່ມີກໍານົດ. ນອກນັ້ນໃນກອງປະຊຸມຄັ້ງນີ້, ສະມາຊິກລັດຖະບານ ໄດ້ມີການປຶກສາຫາລື ແລະ ຮັບຮອງເອົາຫຼາຍບັນຫາ…

ຫ້າມພາຫະນະທີ່ບໍ່ເສຍຄ່າທຳນຽມທາງອອກນອກປະເທດ

ກະຊວງການເງິນ ໄດ້ອອກແຈ້ງການໃນວັນທີ 18 ກຸມພາ 2020 ວ່າ: ພາຫະນະທີ່ຂຶ້ນທະບຽນ ຢູ່ ສປປ ລາວ ທີ່ຈະເດີນທາງອອກໄປຕ່າງປະເທດ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການ ເຊັ່ນ: ທະບຽນລົດ, ໃບຢັ້ງຢືນກວດກາເຕັກນິກ, ປື້ມອະນຸຍາດຂົນສົ່ງລະຫວ່າງປະເທດ ຫຼື ໃບອະນຸຍາດນຳອອກ-ນຳເຂົ້າພາຫະນະຊົ່ວຄາວ,…

ພົບຮ່າງກະດູກມະນຸດບູຮານ ແລະ ວັດຖຸ ມີອາຍຸຫຼາຍກວ່າ 2.000 ປີ ຢູ່ ແຂວງ ຊຽງຂວາງ

ຄະນະກອງບູຮານວິທະຍາ ກົມມໍລະດົກ ກະຊວງ ຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຊຽງຂວາງ ແລະ ຊ່ຽວຊານ ມະຫາວິທະຍາໄລ ແຫ່ງຊາດ ອົດສະຕາລີ ໄດ້ຄົ້ນພົບຮ່າງກະດູກມະນຸດບູຮານ…

ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະເພີ່ມທະວີການຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງ

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5, ເຊິ່ງຈັດຂຶ້ນວັນທີ 20 ກຸມ​ພາ  ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ມີການຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຮ່ວມມືໃນຜ່ານມາ ແລະ ແຜນການໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືໃນໄລຍະຜ່ານມາ ແລະ ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ…

ອາຊຽນ-ຈີນ ຮ່ວມກັນຕ້ານພະຍາດ ໂກວິດ 19

ອາຊຽນ-ຈີນ ໄດ້ຕົກລົງຮ່ວມມືກັນສະກັດກັ້ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19). ການຮ່ວມມືດັ່ງກ່າວແມ່ນໄດ້ຫາລືກັນຢູ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບບັນຫາການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ທີ່ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 20 ກຸມພາ ນີ້. ໃນກອງປະຊຸມດັ່ງກ່າວຍັງໄດ້ຕົກລົງກັນໃນການແລກປ່ຽນຂໍ້ມູນຂ່າວສານ, ການຝຶກອົບຮົມວິຊາການແພດ, ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທາງດ້ານອຸປະກອນການແພດ…

ການບິນລາວຈະຫຼຸດລາຄາ ແລະ ເພີ່ມ 2 ຖ້ຽວບິນຕໍ່ມື້ໃນໄລຍະ ຊຽງຂວາງເກມ

ການບິນລາວຈະຫຼຸດລາຄາຄັ້ງໃຫຍ່ ເລີ່ມຕົ້ນພຽງ 390,000 ກີບ/ຖ້ຽວ, ພິເສດໄປກວ່ານັ້ນແມ່ນຈະເພີ່ມຖ້ຽວບິນເປັນ 2 ຖ້ຽວ/ມື້ ໃນໄລຍະງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ໃນລະຫ່ວາງວັນທີ 22 ມີນາ ຫາ 1 ເມສາ 2020. ທ່ານ…

ປະທານປະເທດລາວ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ສປ ຈີນ

ໃນວັນທີ 20 ກຸມພາ 2020, ທີ່ ທໍານຽບປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບ ຂອງສະຫາຍ ຫວັງ ອີ້,…

ທາງດ່ວນວຽງຈັນໝາຍເລກ 1 ໄດ້ເຮັດພິທີເລີ່ມການກໍ່ສ້າງ

ໂຄງການກໍ່ສ້າງທາງດ່ວນວຽງຈັນໝາຍເລກ 1 ນັບແຕ່ເຂດເສດຖະກິດສະເພາະບຶງທາດ ຫຼວງ ເມືອງ ໄຊເຊດຖາ ຫາ ດົງໝາກຄາຍ ເມືອງ ໄຊທານີ ມີຄວາມຍາວ 15,30 ກິໂລແມັດ ໄດ້ເຮັດພິທີວາງສີລາລືກ ການກໍ່ສ້າງມື້ເຊົ້າວັນທີ 20 ກຸມພາ 2020 ນີ້ ຢູ່…

ເທດສະການດົນຕີທີ່ຍິ່ງໃຫຍ່ ຈະກັບມາຈັດຢູ່ນະຄອນຫຼວງວຽງຈັນ

ງານເທດສະການດົນຕີ ປີນີ້ໄດ້ຍ້າຍມາຈັດ ຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ ເຊິ່ງຈະມີຂຶ້ນໃນວັນເສົາທີ 22 ກຸມພາ ນີ້, ຫຼັງຈາກສອງປີທີ່ຜ່ານມາໄດ້ຈັດຂຶ້ນຢູ່ ເມືອງສັງທອງ. ງານດັ່ງກ່າວຈະໄດ້ເລີ່ມແຕ່ເວລາ 17 ໂມງ ເປັນຕົ້ນໄປ ໂດຍຈະມີ 2 ເວທີໃຫຍ່ ເພື່ອ ໃຫ້ສິລະປິນລາວ ແລະ ສິລະປິນຈາກປະ…

ນາຍົກເນັ້ນຖ້າພົບເຫັນການສໍ້ລາດບັງຫຼວງຕ້ອງພ້ອມກັນຮີບຮ້ອນແກ້ໄຂ

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 38 ປີ (16/02/1982-16/02/2020) ແລະ ຍ້ອງຍໍຜົນງານຄະນະສະເພາະກິດ ແລະ ພະນັກງານກວດກາສູນກາງພັກ ປະຈໍາປີ 2019 ທີ່ໄດ້ຈັດຂື້ນມື້ວານນີ້ ວັນທີ 18 ກຸມພາ…