ຊ່ອງທາງທາງອາກາດທີ່ປົກຄຸມເຖິງ 6 ແລວເສດຖະກິດໃຫຍ່ ຕາມ“ໜຶ່ງແລວໜຶ່ງເສັ້ນທາງ” ກໍ່ຕົວຂຶ້ນໃນເບື້ອງຕົ້ນ
ເນື່ອງໃນໂອກາດທີ່ຈີນ ສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 12 ປີ, ຫວ່າງມໍ່ໆມານີ້, ອົງການການບິນພົນລະເຮືອນຈີນ, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ຮ່ວມກັນເປີດເຜີຍ “ບົດລາຍງານການສ້າງສາພັດທະນາເສັ້ນທາງສາຍໄໝທາງອາກາດ”, ໂດຍໄດ້ແນະນຳຜົນງານການສ້າງເສັ້ນທາງສາຍໄໝທາງອາກາດຢ່າງຮອບດ້ານ, ພ້ອມທັງເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນຕື່ມອີກ ແລະ ກໍານົດວິໄສທັດການຮ່ວມມື ໃນອະນາຄົດ. ບົດລາຍງານລະບຸວ່າ: ປັດຈຸບັນ,…

