ສປປ ລາວ ສົ່ງເສີມວຽກງານປ່າໄມ້ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ASOF 28
ບັນດາຜູ້ນໍາຂະແໜງປ່າໄມ້ລາວໄດ້ໃຫ້ຄໍາໝັ້ນສັນຍາ ວ່າຈະເພີ່ມທະວີຄວາມພະຍາຍາມໃນການປົກປ້ອງປ່າ ໄມ້ ແລະ ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ໂດຍໄດ້ເນັ້ນເຖິງການນໍາໃຊ້ວິທີແກ້ໄຂຕາມທໍາມະຊາດ (nature-based solutions), ເພີ່ມທະວີບົດບາດຂອງຊຸມຊົນ ແລະ ເສີມສ້າງການຮ່ວມມືໃນພາກພື້ນໃຫ້ເລິກເຊິ່ງຂຶ້ນ. ຄໍາໝັ້ນສັນຍາດັ່ງກ່າວໄດ້ຖືກປະກາດໃນກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ (ASOF) ຄັ້ງທີ 28 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງໃນວັນທີ 7-8 ສິງຫາ,ໂດຍ ການເປັນ…

