ທ່ານ ສອນວິໄລ ສີຫາວົງ ຫົວໜ້າຄູຝຶກທີມຊາດລາວ U17 ຈະນຳພາທີມແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮອບຄັດເລືອກ
ພິທີປະກາດການແຕ່ງຕັ້ງຢ່າງເປັນທາງການໄດ້ຈັດຂື້ນເມື່ອວັນທີ 31 ຕຸລາ 2025 ຜ່ານມານີ້, ໂດຍແມ່ນ ທ່ານ ຄໍລະເດດ ພອນພະຈັນ ເຊິ່ງເປັນໜຶ່ງໃນສະມາຊິກຂອງຄະນະບໍລິຫານງານສະຫະພັນບານເຕະ ແຫ່ງຊາດລາວ ພ້ອມທັງເປັນຫົວໜ້າຄະນະນໍາຂອງ ທີມຊາດລາວ U17 ໄດ້ປະກາດແຕ່ງຕັ້ງທ່ານ ສອນວິໄລ ສີຫາວົງ (ຄູຝຶກຕ໋ອງ) ເຮັດໜ້າເປັນຫົວໜ້າຄູຝຶກທີມຊາດລາວ U17…


