Vientiane Times Lao

ສປປ ລາວ ແລະ ສ. ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ສປປ ລາວ ແລະ ສ. ກູບາ ໄດ້ຕົກລົງເຫັນດີ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານລະຫວ່າງສອງປະເທດ. ສອງຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຮ່ວມກັນໃນການເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ໂດຍສະເພາະການຮ່ວມມືດ້ານການເມືອງ, ການຄ້າ, ການສຶກສາ ແລະ ສາທາລະນະສຸກ, ເຊິ່ງເປັນການສືບຕໍ່ມູນເຊື້ອທີ່ດີງາມລະຫວ່າງສອງຊາດທີ່ມີມາແຕ່ດົນນານ. ໃນຕອນເຊົ້າຂອງວັນທີ 7 ກັນຍາ, ທີ່ທຳນຽບປະທານປະເທດທ່ານ…

ນາຍົກ ຂຶ້ນເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 ຢູ່ຣັດເຊຍ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບການເຊື້ອເຊີນໃນນາມເປັນແຂກກິດຕິມະສັກຂອງປະທານາທິບໍດີ ວະລາດີເມຍ ປູຕິນ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 ທີ່ເມືອງວະລາດີວັດສະຕົກ ປະເທດຣັດເຊຍ ລະຫວ່າງວັນທີ 3-6 ກັນຍາ 2025 ບ່ອນທີ່…

ກວດພົບ ແລະ ທຳລາຍລະເບີດ ບົມບີ້ -ລູກປືນຄົກ ຢູ່ສວນກາເຟ ບ້ານຫຼັກ 45 ເມືອງປາກຊ່ອງ

ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ ລາຍງານໃນວັນທີ 5 ກັນຍາ 2025 ນີ້ວ່າ: ທີມກວດກູ້ພື້ນທີ່ ຫາກໍກວດພົບ ແລະ ໄດ້ທຳລາຍລະເບີດບົມບີ້ ຈຳນວນ 488 ລູກ ແລະ ລູກປືນຄົກ ຂະໜາດ 60mm ຈຳນວນ 7 ໜ່ວຍ…

ໄລຍະ 8 ເດືອນຜ່ານມາ, ມີນັກທ່ອງທ່ຽວຫຼາຍກວ່າ 2.4 ລ້ານຄົນ ເຂົ້າມາທ່ຽວແຂວງຫຼວງພະບາງ

ໃນໄລຍະ 8 ເດືອນຜ່ານມາຂອງ ປີ 2025, ມີນັກທ່ອງທ່ຽວຫຼາຍກວ່າ 2.4 ລ້ານຄົນເຂົ້າມາທ່ຽວພາຍໃນແຂວງຫຼວງພະບາງ, ໃນນັ້ນ ນັກທ່ອງທ່ຽວພາຍໃນ 925,599 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 1.4 ລ້ານຄົນ, ຊຶ່ງບັນລຸໄດ້ 84% ຂອງເປົ້າໝາຍປະຈຳປີ 2025…

ນວ ກຳນົດບໍ່ໃຫ້ນັກກິລາທີມຊາດ ເຂົ້າຮ່ວມແຂ່ງຂັນ 17 ປະເພດກິລາ ໃນງານກິລາແຫ່ງຊາດ ຄັ້ງທີ XII ປີ 2025

ນະຄອນຫຼວງວຽງຈັນ (ນວ) ເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໄດ້ກໍານົດ 33 ປະເພດກິລາ ເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້, ໃນນັ້ນ ມີ 17 ປະເພດກິລາ ຫ້າມນັກກິລາທີມຊາດ…

ລາວ-ຈີນ ສືບຕໍ່ເສີມຂະຫຍາຍການພົວພັນ ຮ່ວມມືວຽກງານຫຼາຍດ້ານ

ສປປ ລາວ ແລະ ສປ ຈີນ ກະກຽມສ້າງແຜນ ການຮ່ວມມືໄລຍະ 5 ປີ ສະບັບໃໝ່ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ແລະ ສືບຕໍ່ຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ…

 ເດືອນ​ສິງຫາ 2025, ມີຜູ້ເສຍຊີວິດເຖິງ 61 ຄົນ ຈາກອຸບັດເຫດໃນທົ່ວປະເທດ

ໃນໄລຍະເດືອນ​ສິງຫາ 2025 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 61 ຄົນ, ມີຜູ້ບາດເຈັບ 593 ຄົນ ພາຫະນະ​ເປ່ເພ​ 824 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 452 ຄັ້ງ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກໍລະກົດ 2025 ຫຼຸດລົງ 2…

ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ

ວັນທີ 2 ກັນຍານີ້, ບໍລິສັດກ້ວຍລາວ ຢົງເຊີ້ຊັນຊາຍ ໄດ້ສ້າງສາງສິນຄ້າ ໃກ້ກັບຕະຫຼາດຢູ່ສູນຂົນສົ່ງສິນຄ້າແບບດີຈີຕອນແຊ່ເຢັນອັດສະລິຍະທ່າບົກນະຄອນຮວຍຮວ້າ ແຂວງຫູໜານຈີນ ຢ່າງເປັນທາງການ. ນີ້ແມ່ນບໍລິສັດສະໜອງຜະລິດຕະພັນແຊ່ເຢັນຕ່າງປະເທດ ສ້າງສາງສິນຄ້າໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ເປັນເທື່ອທຳອິດ ໂດຍໄດ້ຊຸກຍູ້ທ່າບົກສາກົນຮວຍຮວ້າ ກາຍເປັນສູນກາງສຳຄັນໃນການຂົນສົ່ງຜະລິດຕະພັນແຊ່ເຢັນ ລະຫວ່າງຈີນ ກັບ ອາຊຽນ, ພ້ອມທັງ ບັນລຸການເຮັດໃຫ້ຂະບວນລົດໄຟແຊ່ເຢັນຂອງທາງລົດໄຟຈີນ-ລາວ ສາມາດດຳເນີນງານໄດ້ຕາມປົກກະຕິ.…

ຈະຈັດກິລາແລ່ນ-ຍ່າງ ຊີງຂັນທ່ານເຈົ້າແຂວງວຽງຈັນ ໃນວັນທິດນີ້

ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ຮ່ວມກັບວິສາຫະກິດ ສ່ວນບຸກຄົນ ອີເອັບຈີ ລາວ ຈະຈັດການແຂ່ງຂັນແລ່ນ (Run Discovery) ຊີງຂັນທ່ານເຈົ້າແຂວງວຽງຈັນ ໃນໄລຍະທາງ 5 ກິໂລແມັດ (ຍ່າງເພື່ອສຸຂະພາບ) ແລະ 10 ກິໂລແມັດ (ແລ່ນມິນິ…

ກະຊວງສຶກສາທິການ ແລະ ກິລາ ເລີ່ມນໍາໃຊ້ກາໝາຍ (ໂລໂກ້) ໃໝ່ ນັບແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ

ຫ້ອງການກະຊວງສຶກສາທິການ ແລະ ກິລາ ແຈ້ງມາຍັງບັນດາທ່ານຊາບວ່າ: ປະຈຸບັນ ກະຊວງສຶກສາທິການ ແລະ ກິລາ ໄດ້ປັບປຸງກາໝາຍ (ໂລໂກ້) ໃໝ່ ເພື່ອໃຫ້ມີຄວາມສອດຄ່ອງກັບລັກສະນະຊາດ ແລະ ພາລະບົດບາດ, ໜ້າທີ່ຂອງກະຊວງ ຊຶ່ງສະແດງອອກຢ່າງກວມລວມເຖິງວຽກງານ ການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ກິລາ,…