Vientiane Times Lao

ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ມິງ​ເຕີມ​, ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ສສ ​ຫວຽດ​ນາມ ຄົບ​ຮອບ 80 ປີ

(02/9/1945-02/9/2025) ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ (2 ກັນ​ຍາ 1945 – 2 ກັນ​ຍາ 2025), ຕາງ​ໜ້າ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ ​ປະ​ຊາ​ຊົນ​ຫວຽດ​ນາມ​, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ນັບ​ຖື ແລະ​ ຂໍສົ່ງຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​,…

ລາວ ຖືກຮັບຮອງຢ່າງເອກະສັນ ໃຫ້ເປັນປະເທດຄູ່ຮ່ວມເຈລະຈາ (Dialogue Partner) ປະເທດທີ 15 ຢ່າງເປັນທາງການ

ໃນໄລຍະກອງປະຊຸມພິເສດ ໃນພາກກອງປະຊຸມບັນດາປະເທດສະມາຊິກບວກ ຫຼື “SCO Plus” ສປປ ລາວ ໄດ້ຖືກຮັບຮອງຢ່າງເອກະສັນໃຫ້ເປັນປະເທດຄູ່ຮ່ວມເຈລະຈາ (Dialogue Partner) ປະເທດທີ 15 ຢ່າງເປັນທາງການ ໃນກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th Shanghai Cooperation…

ປກສ ແຂວງຄຳມ່ວນ ຈັບໂຈນໃຈບາບ  3 ຄົນ ກໍ່ເຫດລັກພຣະພຸດທະຮູບ

ພັທ ລັກມະນີ ຈັນທະລາດ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ລາຍງານວ່າ: ວັນທີ 9 ສິງຫາ 2025 ຜ່ານມາ, ເຈົ້າໜ້າທີ່ ໄດ້ຮັບແຈ້ງຄວາມວ່າ ມີກຸ່ມຄົນຮ້າຍລົງມືລັກຊັບ (ພຣະພຸດທະຮູບ) ຢູ່ທີ່ວັດສີບຸນເຮືອງ ບ້ານດອນມະໄຫຼ ເມືອງທ່າແຂກ ຈຳນວນ…

ສານ ແຂວງອຸດົມໄຊ ຕັດອິດສະຫຼະພາບ 3 ເດືອນ ຊາຍໜຸ່ມ ຂໍ້ຫາ ມີການຊື້-ຂາຍຄອບຄອງ ໃບກະທ້ອມ, ກັນຊາແຫ້ງໄວ້ໃນຄອບຄອງ

ສານປະຊາຊົນຂັ້ນຕົ້ນເຂດ 1 ແຂວງອຸດົມໄຊ ໄດ້ລົງໂທດຕັດອິດສະຫຼະພາບທ້າວ ບຸນມີໄຊ ເຊີນ ອາຍຸ 25 ປີ ບ້ານ ພູຂຽວ, ເມືອງໄຊ ແຂວງອຸດົມໄຊ ປະຕິບັດໂທດທາງອາຍາ 3 ເດືອນ ແລະ ປັບໃໝ 6 ລ້ານກີບ,…

ຈຳປາສັກ ສູ້ຊົນບໍ່ໃຫ້ຫຼຸດ 33 ຫຼຽນຄຳ ໃນງານກິລາແຫ່ງຊາດ ຄັ້ງທີ12

ແຂວງຈຳປາສັກ ພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 33 ຫຼຽນຄໍາ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ເມື່ອບໍດົນມານີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ…

ລັດຖະບານ ຖືເອົາວຽກງານການສຶກສາ ເປັນວຽກທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວບາງຕອນສໍາຄັນຂອງວຽກງານສຶກສາ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2025-2026 ວ່າ: ລັດຖະບານ ຍາມໃດກໍໄດ້ຖືວຽກງານການສຶກສາ ເປັນວຽກໜຶ່ງສຳຄັນ “ເອົາການສຶກສາ ໄປກ່ອນວຽກງານອື່ນ ກ້າວໜຶ່ງ”, “ເອົາຄົນ ເປັນເປົ້າໝາຍ,…

ຈະເລີ່ມເປີດບໍລິການເຮັດບັດປະຈໍາຕົວດີຈິຕອນ ທົ່ວປະເທດ ຕົ້ນເດືອນຕຸລາ 2025

ພົນລະເມືອງລາວ ໃຫ້ກະກຽມພຽງແຕ່ປື້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ (ບັດສີຂຽວ) ຫຼື ກ໋ອບປີ້ພັດສະປອດ ເພື່ອໄປຂໍອອກບັດປະຈໍາຕົວດີຈິຕອນ ຊຶ່ງຈະເລີ່ມເປີດບໍລິການທົ່ວປະເທດ ຕົ້ນເດືອນຕຸລາ 2025, ສ່ວນຄ່າບໍລິການອອກບັດແມ່ນ 30.000 ກີບ. ພົນລະເມືອງລາວ ສາມາດອອກໄປເຮັດບັດປະຈໍາຕົວດີຈິຕອນ ໄດ້ຢູ່ທຸກສະຖານທີ່ກຳນົດ ຫຼື ສາມາດຈົດທະບຽນຜ່ານທະບຽນຜ່ານແອັບ LaelD ກ່ອນໄປເຮັດບັດປະຈໍາຕົວ…

2 ໂຈນ ຍ້ອນຕິດຢາເສບຕິດ ແລະ ເກມອອນລາຍ ຈຶ່ງລັກພຣະພຸດທະຮູບ ໄປຂາຍ

ເຈົ້າໜ້າທີ່ຕຳຫຼວດພະແນກສືບສວນ-ສອບສວນ ປກສ ແຂວງຄຳມ່ວນ ຮ່ວມກັບ ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໜອງບົກ ໄດ້ນຳຕົວຜູ້ຖືກຫາຊື່ ທ້າວ ພານຸພອນ ລິດຍະສົມຈິດ ອາຍຸ 25 ປີ ແລະ ທ້າວ ລາຕີ ວັງວຽງທອງ ອາຍຸ 42…

ຫ້າມຈອດລົດແຄມທາງ ແລະ ບໍລິການຝາກລົດຕາມສາຍທາງ ຂອງໂຄງການ ລົດເມດ່ວນ BRT

 ເພື່ອປະຕິບັດ ຕາມແຜນການດໍາເນີນງານ ຂອງລົດເມດ່ວນ BRT ໃຫ້ສາມາດຈັດຕັ້ງ ປະຕິບັດໄດ້ ົໄປຕາມແຜນການທີ່ກຳນົດ, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ຈະຫ້າມຈອດລົດແຄມທາງ ແລະ ບໍລິການຝາກລົດ ຕາມສາຍທາງ ຂອງໂຄງການ ລົດເມດ່ວນ BRT. ການຫ້າມຈອດລົດຕາມແຄມທາງດັ່ງກ່າວຈະເລີ່ມຈາກ…

ປະທານປະເທດ ຈະເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ແລະ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th Shanghai Cooperation Organization Summit) ໃນລະຫວ່າງວັນທີ 31…