ແຂວງຫຼວງພະບາງ ຕັ້ງເປົ້າບໍລິຈາກເລືອດໃຫ້ໄດ້ 4.800 ຖົງເພື່ອຊ່ວຍຄົນເຈັບປີນີ້
ທ່ານ ດຣ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງລາວ ແຂວງຫຼວງພະບາງໄດ້ໃຫ້ສໍາພາດຕໍ່ນັກຂ່າວແຂວງ ເມື່ອບໍ່ດົນມານີ້ວ່າ: ໃນທຸກໆປີຢູ່ບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງວັນບໍລິຈາກເລືອດໂລກ (14 ມິຖຸນາ) ເພື່ອເປັນການສະແດງຄວາມຂອບໃຈ ຕໍ່ຜູ້ ບໍລິຈາກເລືອດດ້ວຍຄວາມສະໝັກໃຈເພື່ອຊ່ວຍຄົນເຈັບ ເປັນຂອງຂວັນທີ່ມີຄ່າທີ່ສຸດຕໍ່ຊີວິດ ຊຶ່ງຜະລິດ ຕະພັນເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານ. ສໍາລັບ ສປປ ລາວ…

