ປະຊາຊົນເມືອງເຊໂປນຕ້ອງການຄວາມຊ່ວຍເຫຼືອ ຢ່າງຮີບດ່ວນກ່ຽວກັບເຂົ້າສານ ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງນຸ່ງຫົ່ມ
ປະຊາຊົນເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຕ້ອງການຄວາມຊ່ວຍ ເຫຼືອ ຈາກສັງຄົມຢ່າງຮີບດ່ວນກ່ຽວກັບເຂົ້າສານ ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງນຸ່ງຫົ່ມ ເພື່ອປະຄອງຊີວິດໃນການດໍາລົງຊີວິດໃນໄລຍະຢູ່ສູນພັກພິງຊົ່ວຄາວໃນໄລຍະທີ່ຖືກນໍ້າຖ້ວມ. ເຈົ້າເມືອງເຊໂປນ ທ່ານວົງສະຫວັນ ວຽງມະນີ ໄດ້ກ່າວຕໍ່ທີມງານວຽງຈັນທາຍກ່ຽວກັບ ສະພາບນໍ້າຖ້ວມຢູ່ເມືອງເຊໂປນມື້ເຊົ້ານີ້ວັນທີ 19 ຕຸລາ 2020 ວ່າ: ນັບແຕ່ວັນທີ…

