Vientiane Times Lao

ການສ້າງນິຕິກຳຜ່ານມາໄດ້ແຕ່ປະລິ ມານ ສ່ວນຄຸນນະພາບມີໜ້ອຍ

ທ່ານ ປະຈິດ ໄຊຍະວົງ ສະມາຊິກ ສະພາ ເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ ໄດ້ປະກອບຄຳເຫັນ ກ່ຽວກັບການປັບປຸງນິຕິກຳການລົງ ທຶນຂອງລັດ ຢູ່ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ VIII ມື້ວັນທີ…

ລະບົບຄຸ້ມຄອງ ບ53 ແບບໃໝ່ ຈະເລີ່ມທົດລອງນໍາ ໃຊ້ໃນຕົ້ນເດືອນໜ້າຢູ່ 3 ດ່ານ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ 2020 ເປັນຕົ້ນໄປຈະເປີດທົດລອງນໍາ ໃຊ້ລະບົບເອເລັກໂຕຣນິກ (ບ53) ແບບໃໝ່ເພື່ອຄຸ້ມຄອງພາຫະນະທ່ອງທ່ຽວ ແລະ ພາຫະນະຂົນສົ່ງສິນຄ້າ ໃຫ້ຮັດກຸມກວ່າລະບົບເກົ່າຢູ່ 3 ດ່ານ ສາກົນປະກອບມີ ດ່ານສາກົນຂົວ ມິດຕະພາບລາວ-ໄທແຫ່ງທີ I ນະຄອນຫຼວງວຽງຈັນ, ດ່ານສາກົນ ຂົວມິດຕະພາບ ລາວ-ໄທ…

ຊົນລະປະທານ 497 ແຫ່ງໄດ້ຮັບຄວາມ ເສຍຫາຍຈາກໄພພິບັດ

ປີນີ້ລະບົບຊົນລະປະທານ ທົ່ວປະເທດໄດ້ຮັບຜົນກະທົບຈາກໄພພິບັດທຳມະ ຊາດມີຈຳນວນທັງໝົດ 557 ໂຄງການ ໃນນັ້ນຖືກ ເສຍຫາຍ 497 ແຫ່ງ, ຫຼາຍກວ່າໝູ່ ແມ່ນຢູ່ແຂວງ ສາລະວັນ ມີ 113 ທີ່ເສຍ ຫາຍຈາກ 118 ໂຄງການ, ຮອງລົງມາແມ່ນແຂວງ ສະຫວັນນະເຂດ…

ເຮືອນ 7 ຫຼັງເປ່ເພໜັກ ແລະ ໃຊ້ການບໍ່ໄດ້ ຈາກແຜ່ນດິນໄຫວຢູ່ເມືອງຫົງສາ

ຄະນະອົງການປົກຄອງເມືອງ ຫົງສາ ແຂວງ ໄຊຍະບູລີ ແລະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ແລະ ຂັ້ນບ້ານໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດເຫດແຜ່ນດິນໄຫວໃນ ວັນທີ 21 ພະຈິກ 2019 ທີ່ຜ່ານມາ ຢູ່ເມືອງຫົງສາ ແຂວງ ໄຊຍະບູລີ ມີ…

ທະນາຄານໂລກອະນຸມັດເງິນກູ້ 22,5 ລ້ານໂດລາເພື່ອແກ້ໄຂຄວາມທຸກຍາກຢູ່ລາວ

ສະພາບໍລິຫານ ຂອງທະນາຄານໂລກ ໄດ້ອະນຸມັດ ເງິນກູ້ດອກເບ້ຍຕໍ່າເພີ່ມ ຈໍານວນ 22,5 ລ້ານ ໂດລາສະຫະລັດອາເມລິກາ ໃຫ້ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງ ສປປ ລາວ, ຊຶ່ງເປັນ​ໂຄງ​ການໜຶ່ງທີ່​ສຳ​ຄັນຂອງ ລັດຖະບານ ໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ເຂດຊົນນະບົດ. ສະພາບໍລິຫານ ໄດ້ຕົກລົງ ແລະ…

ຍີ່ປຸ່ນຊ່ວຍຍົກລະດັບການສຶກສາຊົນເຜົ່າຢູ່ແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າຈຳນວນ 526,999 ໂດລາສະຫະລັດ ໃນວັນທີ 3 ທັນວາ 2019 ເພື່ອຊ່ວຍເຫຼືອການປັບປຸງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າທີ່ ແຂວງອຸດົມໄຊ, ສປປ ລາວ. ການຊ່ວຍເຫຼືອດັ່ງກ່າວ ແມ່ນໂຄງການທີ່ມີຊື່ວ່າ “ການສຶກສາຂັ້ນພື້ນຖານສຳລັບເດັກນ້ອຍຊົນເຜົ່າທີ່ ແຂວງອຸດົມໄຊ” ເຊິ່ງໃນປີທີ 1 ມີຈຸດປະສົງທີ່ຈະປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ ແລະ ກະກຽມກ່ອນເຂົ້າຮຽນໃຫ້ແກ່ເດັກນ້ອຍຊົນເຜົ່າທີ່ເມືອງປາກແບ່ງ,…

ສະພາຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຫຼັກຊັບສະບັບປັບປຸງ

ບັນດາສະມາຊິກສະພາ ໄດ້ປະກອບຄຳເຫັນ ແລະ ໄດ້ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຫຼັກຊັບ ສະບັບປັບປຸງ ມື້ວານນີ້ ວັນທີ 3 ທັນວາ 2019 ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII, ກົດໝາຍສະບັບດັ່ງກ່າວ ໄດ້ກາຍເປັນເຄື່ອງມື ແລະ ບ່ອນອີງທີ່ສໍາຄັນໃຫ້ແກ່ການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃຫ້ມີການຂະຫຍາຍຕົວເລື້ອຍໆມາ.…

ຄົນລາວສ່ວນຫຼາຍຍັງນິຍົມບໍລິໂພກພືດ-ຜັກ ທີ່ນຳເຂົ້າ

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ແຈ້ງໃຫ້ຮູ້ວ່າ: ຍັງມີຄົນລາວຈຳນວນ ຫຼາຍນິຍົມບໍລິໂພກສິນຄ້າກະສິກຳທີ່ນຳເຂົ້າຈາກປະເທດເພື່ອນບ້ານ ເພາະເຊື່ອວ່າມັນດີກວ່າຜະລິດຕະພັນກະສິກຳທີ່ຜະລິດຢູ່ພາຍໃນ ສະນັ້ນ ຈຶ່່ງເຮັດໃຫ້ການນຳເຂົ້າສິນຄ້າກະສິກຳມີທັງຖືກຕ້ອງ ແລະບໍ່ຖືກຕ້ອງຕາມກົດ ໝາຍຫຼັງໄຫຼເຂົ້າມາປະເທດ ບໍ່ຕໍ່າກວ່າ 10 ຄັນລົດຕໍ່ມື້.  ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຮອງຫົວໜ້າຄະນະສະເພາະກິດສົ່ງເສີມການຜະລິດ…

ນັກສຶກສາລາວເລືອກວິຊາຮຽນບໍ່ແທດເໝາະກັບຄວາມເປັນຈິງຂອງປະເທດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວບາງຕອນສຳຄັນກ່ຽວກັບ ນັກສຶກສາລາວ ທີ່ເລືອກຮຽນວິຊາຊີບ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນບໍ່ດົນມານີ້ວ່າ: ສ່ວນຫຼາຍປະກົດເຫັນວ່ານັກຮຽນທີ່ຈົບຈາກ ມ 7 ແມ່ນຈະ…

ພຽງແຕ່ 29 ປີ ຄົນລາວຕາຍແລ້ວຫຼາຍກວ່າ 2,000 ຄົນຍ້ອນພະຍາດເອສ

ກະຊວງສາທາລະນະສຸກໄດ້ລາຍງານໃຫ້ຮູ້ວ່າ ນັບແຕ່ປີ1990 ຮອດເດືອນ ກັນຍາ 2019 ຢູ່ລາວມີຜູ້ຕິດເຊື້ອເອສໄອວີ/ພະຍາດເອສສະສົມ ແລ້ວທັງໝົດ 11,212 ຄົນ ໃນນີ້ເປັນພະຍາດເອສ 5,665 ຄົນ ແລະ ເສຍຊີວິດແລ້ວ 2,220 ຄົນ ພົບຜູ້ຕິດເຊື້ອຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ ຮອງລົງມາແມ່ນແຂວງ ສະຫວັນນະເຂດ, ຈຳປາສັກ,…