ຢືນຢັນເປັນທາງການ! ບໍ່ມີກໍລະນີໃໝ່ ຜູ້ຕິດເຊື້ອພະຍາດ COVID-19 ໃນວັນທີ 3 ເມສາ

ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19 ຢືນຢັນໃນຕອນບ່າຍມື້ນີ້ວ່າຢູ່ ສປປ ລາວ ບໍ່ພົບກໍລະນີໃໝ່ ພາຍຫຼັງໄດ້ເກັບຕົວຢ່າງ ຈາກກໍລະນີສົງໄສ 22 ຄົນ ມາກວດ, ມາຮອດມື້ນີ້ຈໍານວນຜູ້ຕິດເຊື້ອຍັງແມ່ນ 10 ຄົນ. ຮສ ດຣ. ພູທອນ ເມືອງປາກ…

ທ່ານ ວິໄລວົງ ບຸດດາຄໍາ ໄດ້ຮັບການແຕ່ງຕັ້ງເປັນຮັກສາການເຈົ້າແຂວງຈຳປາສັກ

ທ່ານ ວິໄລວົງ ບຸດດາຄໍາ ກຳມະການ​ສູນກາງ​ພັກ​ ກຳມະການ​ປະຈຳສະພາແຫ່ງຊາດ ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆຈຳປາສັກ. ການແຕ່ງຕັ້ງດັ່ງກ່າວແມ່ນອີງໃສ່ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 098/ກມສພ ລົງວັນທີ 12 ມີນາ 2020 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ…

ນາງສາວລາວ 2011 ລະດົມທຶນ, ເຄື່ອງການແພດທີ່ຈຳເປັນເພື່ອປ້ອງກັນໂຄວິດ-19 ໃຫ້ໂຮງໝໍ

ທິດາລັດ ວົງສີລິ ນາງສາວລາວ ປີ 2011 ມອບຊຸດ PPE ຈຳນວນ 10 ຊຸດ ທີ່ລະດົມໄດ້ໃຫ້ແກ່ໂຮງໝໍເມືອງພຽງ ແຂວງໄຊຍະບູລີ ເມື່ອບໍ່ດົນມານີ້ ເພື່ອໄວ້ໃຊ້ປ້ອງກັນ ແລະ ກວດຫາເຊື້ອພະຍາດ ໂຄວິດ-19 ໃນກຸ່ມແຮງງານລາວທີ່ກັບມາຈາກປະເທດໄທ. ທິດາລັດ ວົງສີລິ…

ລັດຖະບານກຽມພ້ອມທີມສຸກເສີນທາງການແພດເພື່ອປິ່ນປົວຄົນເຈັບ COVID-19

ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ຖະແຫຼງຕໍ່ສື່ມວນຊົນໃນຕອນບ່າຍວານນີ້ວ່າ ລັດຖະບານ ກຽມພ້ອມທີມແພດສຸກເສີນ ເພື່ອປິ່ນປົວຄົນເຈັບ COVID-19 ຢູ່ໂຮງໝໍສູນກາງ ແລະ ທ້ອງຖິ່ນ…

ຈໍານວນຜູ້ຕິດເຊຶ້ອພະຍາດ COVID-19 ຍັງເປັນ 10 ຄົນ, ບາງຄົນຈະໄດ້ອອກໂຮງໝໍໄວໆນີ້

ກະຊວງສາທາ ຢືນຢັນມື້ນີ້ ຈໍານວນຜູ້ຕິດເຊື້ອພະຍາດ COVID-19 ຢູ່ ສປປ ລາວ ຍັງເປັນ 10 ຄົນເທົ່າເດີມ ນີ້ຖືວ່າເປັນຂ່າວດີສໍາລັບທຸກຄົນ, ພ້ອມທັງຮຽກຮ້ອງໃຫ້ທຸກຄົນໃນສັງຄົມສືບຕໍ່ປະຕິບັດຕາມມາດຕະການປ້ອງກັນຕ່າງໆ ທີ່ລັດຖະບານໄດ້ແຈ້ງໄປແລ້ວນັ້ນຢ່າງເຂັ້ມງວດ. ປະຈຸບັນຈຳນວນ 10 ຄົນ ທີ່ໄດ້ຮັບການປີ່ນປົວ ແມ່ນມີອາການເບົາບາງ ແລະ ບາງຄົນໃກ້ຈະໄດ້ອອກໂຮງໝໍໃນໄວໆນີ້.…

ມາຮອດມື້ນີ້ ຢູ່ລາວມີຜູ້ຕິດພະຍາດ COVID-19 ເພີ່ມອີກ 1, ລວມເປັນ 10 ຄົນ

ຄະນະສະເພາະກິດ ຢືນຢັນ ມາຮອດປະຈຸບັນນີ້ ທົ່ວປະເທດມີຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 10 ຄົນ ເພີ່ມອີກ 1 ຄົນ. ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ…

ນັກລົງທຶນກໍ່ສ້າງເຂື່ອນໄຟຟ້າ ມອບລົດຮັບສົ່ງຄົນເຈັບເພຶ່ອມາຮັບໃຊ້ວຽກງານສາທາລະນະສຸກ

ພາກສ່ວນນັກລົງທຶນກໍ່ສ້າງເຂື່ອນໄຟຟ້າ​ໄດ້ ມອບລົດຮັບສົ່ງຄົນເຈັບຈຳນວນ 3 ຄັນ ມູນຄ່າ 156,000 ໂດລາສະຫະລັດ ໃຫ້ແກ່ກະຊວງສາທາລະນະສຸກ ໃນວັນທີ 31 ມີນາ 2020 ເພຶ່ອມາຮັບໃຊ້ວຽກງານດ້ານສາທາລະນະສຸກ. ລົດຈຳນວນ 3 ຄັນ ນີ້ຈະໄດ້ມອບຕໍ່ໃຫ້ສາທາລະນະສຸກແຂວງບໍລິຄຳໄຊ, ຊຽງຂວາງ ແລະ ໄຊສົມບູນ…

ໂຮງງານຜະລິດສິນຄ້າບໍລິໂພກ, ອຸປະກອນການແພດ ຍັງສາມາດ ເປີດກິດຈະການໄດ້

ໂດຍປະຕິບັດຕາມຄຳສັ່ງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19 ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020, ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການໃນບໍ່ດົນມານີ້ເຖິງ ເຈົ້າຂອງໂຮງງານໃນຂອບເຂດທົ່ວປະເທດ ໃຫ້ປິດໂຮງງານ ຫຼື ປິດການດຳເນີນກິດຈະການຊົ່ວຄາວ…

ຈໍານວນຜູ້ຕິດເຊື້ອພະຍາດ COVID-19 ຢູ່ລາວ ຍັງເປັນ 9 ຄົນ ມາຮອດວັນທີ 31 ມີນາ

ທ່ານໝໍໄດ້ກວດວິເຄາະກໍລະນີສົງໄສ ເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ທັງໝົດ 407 ກໍລະນີ ໃນ ສປປລາວ, ຜົນອອກມາເປັນລົບທັງໝົດ, ສ່ວນຜູ້ຕິດເຊື້ອ ຍັງເປັນ 9 ຄົນ ມາຮອດວັນທີ 31 ມີນາ. ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ…

ຄອບຄົວທຸກຍາກ ຢູ່ ເມືອງບົວລະພາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ກະຊວງແຜນການ ແລະ ການລົງທຶນ ໄດ້ນຳເຄື່ອງອຸປະໂພກ ບໍລິໂພກ (ເຄື່ອງນຸ່ງຫົ່ມ) ມອບໃຫ້ຄອບຄົວທຸກຍາກ ຈຳນວນ 182 ຄອບຄົວ ຂອງ 19 ບ້ານ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ເມື່ອບໍ່ດົນມານີ້. ຈໍານວນບ້ານດັ່ງກ່າວຕັ້ງຢູ່ໃກ້ອຸທິຍານແຫ່ງຊາດ ພູຫີນໜາມໜໍ່ ເຊິ່ງເຄື່ອງທີ່ໄປມອບໃນຄັ້ງນີ້ກໍ່ຍັງມີ ອຸປະ…