ທິມແພດຈະສືບຕໍ່ຕິດຕາມຜູ້ໃກ້ຊິດກັບ 11 ຄົນ ທີ່ຕິດເຊື້ອໂຄວິດ-19

ນອກຈາກຈະໄດ້ຕິດຕາມຜູ້ໃກ້ຊິດສໍາຜັດກັບຜູ້ຕິດເຊື້ອໂຄວິດ-19 ຄົນທີ 11 ຈໍານວນ 100 ກວ່າຄົນ ທີ່ໄດ້ລາຍງານໃນມື້ວານນີ້, ທິມແພດ ຍັງຈະສືບຕໍ່ເກັບຕົວຢ່າງຜູ້ທີ່ຖືກແຍກປ່ຽວ ທີ່ຍັງເຫຼືອຈຳນວນ 89 ຄົນ ທີ່ໄດ້ໃກ້ຊິດສໍາຜັດກັບ 10 ກໍລະນີຕິດເຊື້ອທໍາອິດ ແລະ ຊາວຜູ້ອອກແຮງງານລາວ ທີ່ກັບມາຈາກປະເທດໄທ ສະເພາະຜູ້ທີ່ມີຄວາມສ່ຽງຕິດເຊື້ອສູງມາກວດວິເຄາະຢັ້ງຢືນການບົ່ງມະຕິ. ຮສ…

ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ ເປັນຊາວຕ່າງຊາດທີ່ເດີນທາງເຂົ້າມາລາວ

ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 1 ຄົນ, ເຊິ່ງແມ່ນກໍລະນີມາຈາກຕ່າງປະເທດ ຜູ້ກ່ຽວເປັນພະນັກງານ ບໍລິສັດພູເບ້ຍມາຍນິງ ເພດຊາຍ ອາຍຸ 55 ປີ ສັນຊາດ ປາປົວນິວກີເນຍ, ມາຮອດປະຈຸບັນນີ້ເພີ່ມເປັນ 11 ​ຄົນ. ຮສ ດຣ. ພູທອນ ເມືອງປາກ,…

ຂໍ້ແນະນຳທີ່ຄວນປະຕິບັດເພື່ອປ້ອງກັນພະຍາດ ໂຄວິດ-19

ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ໂຄວິດ-19 ໂດຍເລີ່ມຈາກບຸກຄົນ ແລະ ຄອບຄົວ, ຄະນະສະເພາະກິດໄດ້ ແນະນໍາວິທີການທີ່ສໍາຄັນຕ່າງໆ ເພື່ອນໍາໄປປະຕິບັດເພີ່ມຈາກຫຼາຍມາດຕະກາດທີ່ໄດ້ແຈ້ງໃນຜ່ານມາແລ້ວນັ້ນ. ຂໍ້ແນະນໍາດັ່ງກ່າວລວມມີ: ໝັ່ນລ້າງມືໃຫ້ສະອາດທຸກຄັ້ງເມື່ອມີການສຳຜັດກັບວັດຖຸສິ່ງຂອງຢູ່ພາຍໃນເຮືອນ, ອະນາໄມເຮືອນໃຫ້ສະອາດ, ຢູ່ໃນເຮືອນໃຫ້ມີອາກາດລ່ວງດີໂດຍເປີດປະຕູ ແລະ ປ່ອງຢ້ຽມອອກເພື່ອລະບາຍອາກາດ, ໝັ່ນອະນາໄມຂ້າເຊື້ອ ໂດຍການທຳຄວາມ ສະອາດໂຕະຕັ່ງ ສິ່ງຂອງໃນເຮືອນເປັນປະຈຳ ທຸກໆມື້, ປະຕິບັດມາລະຍາດໃນການໄອ,…

ສະຫວັນນະເຂດ ໃຫ້ຄວາມສໍາຄັນການແຍກປ່ຽວຜູ້ເດີນທາງມາຈາກເຂດ ໂຄວິດ-19 ລະບາດ

ແຂວງສະຫວັນນະເຂດ ໃຫ້ຄວາມສໍາຄັນໃນການແຍກປ່ຽວຊາວຜູ້ອອກແຮງງານລາວ ທີ່ເດີນທາງກັບຈາກປະເທດໄທ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19. ສູນແຍກປ່ຽວຢູ່ເມືອງພີນ ແລະ ເມືອງເຊໂປນ ແມ່ນສູນໜຶ່ງໃນຫຼາຍໆສູນ ຢູ່ແຂວງສະຫວັນນະເຂດ ທີ່ເປັນບ່ອນພັກຊົ່ວຄາວສໍາລັບຊາວ ຜູ້ອອກແຮງງານລາວ ພາຍຫຼັງທີ່ກັບມາຈາກປະເທດໄທ ນັບແຕ່ວັນທີ 24 ມີນາ 2020 ເຖິງປະຈຸບັນ. ທ່ານ ສັນຕິພາບ ພົມວິຫານ…

ສອງຊາດ ຈີນ-ລາວ ສືບຕໍ່ຊ່ວຍເຫຼືອກັນເພື່ອເອົາຊະນະພະຍາດ ໂຄວິດ-19

ສປ ຈີນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງຝ່າຍລາວ ຕາມຄວາມສາມາດຂອງຕົນ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19, ບາງຂໍ້ຄວາມທີ່ຜູ້ນໍາສອງປະເທດໄດ້ສົນທະນາຜ່ານທາງໂທລະສັບ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ໄດ້ສົນທະນາກັບ…

ເອກະຊົນໄທ ຢູ່ລາວ ມອບເງິນຊ່ວຍເຫຼືອການສະກັດກັ້ນພະຍາດ ໂຄວິດ-19

ບັນດາພາກສ່ວນເອກະຊົນຂອງປະເທດໄທ ທີ່ດໍາເນີນທຸລະກິດຢູ່ໃນ ສປປ ລາວ ໄດ້ນຳເງິນ ຈຳນວນ 1.260.000 ບາດ ແລະ 21.850.000 ກີບ ມາມອບໃຫ້ລັດຖະບານລາວ ໃນວັນທີ 3 ເມສາ 2020 ທີ່ຜ່ານມາ. ເງິນຈໍານວນດັ່ງກ່າວແມ່ນເພື່ອປະກອບສ່ວນໃນວຽກງານຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ…

3 ວັນຜ່ານມາຜູ້ຕິດເຊື້ອໂຄວິດ-19 ຍັງແມ່ນ 10 ຄົນເທົ່າເດີມ

ຈໍານວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ ຕະຫຼອດໄລຍະ 3 ວັນຜ່ານມາຮອດມື້ນີ້ ຍັງແມ່ນ 10 ຄົນເທົ່າເດີມ ຖືວ່າເປັນຂ່າວດີສໍາລັບປວງຊົນລາວທັງຊາດ. ສໍາລັບການປີ່ນປົວ 10 ຄົນທີ່ຕິດເຊື້ອ, ເຊິ່ງ 7 ຄົນ ປີ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ…

ສປປ ລາວ ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກໜັກໜ່ວງກວ່າໝູ່ໃນໂລກ

ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກໜັກໜ່ວງກວ່າໝູ່ໃນໂລກ, ທຽບໃສ່ຫົວຄົນ, ນັບແຕ່ປີ 2009 ເຖິງ ປະຈຸບັນ ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກລະເບີດດັ່ງກ່າວປະມານ 50 ຄົນຕໍ່ປີ. ໃນວັນທີ 4 ເມສາ 2020 ແມ່ນວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ…

ມູນນິທິຮ່ວມໃຈພັດທະນາລາວ ມອບອຸປະກອນການແພດປ້ອງກັນພະຍາດ ໂຄວິດ-19

ມູນນິທິຮ່ວມໃຈພັດທະນາລາວ ໄດ້ນຳອຸປະກອນການແພດ ປະກອບດ້ວຍ ສະເປ, ຜ້າອັດປາກ-ດັງ, ເຈວລ້າງມື ມາມອບໃຫ້ ໂຮງໝໍເຊດຖາທິລາດ ໃນວັນທີ 2 ເມສາ 2020 ທີ່ຜ່ານມາ. ຈຸດປະສົງການມອບເຄື່ອງດັ່ງກ່າວ ແມ່ນເພື່ອສະໜັບສະໜູນ ໃຫ້ທີມແພດໝໍ ໄດ້ນຳໃຊ້ໃນການຕອບໂຕ້ ແລະ ການກຽມພ້ອມສຳລັບສະກັດກັ້ນພະຍາດ ໂຄວິດ-19…

ປິດຊົ່ວຄາວ ຫ້ອງກວດພະຍາດ ແລະ ໂຮງໝໍເອກະຊົນ ເພື່ອຄວບຄຸມພະຍາດ COVID-19

ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ຖະແຫຼງຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ພວກເຮົາຈໍາເປັນຕ້ອງປິດຫ້ອງກວດພະຍາດ ແລະ ໂຮງໝໍ ເອກະຊົນ ຊົ່ວຄາວທຸກແຫ່ງທົ່ວປະເທດ…