ສະຫວັນນະເຂດ ມີຄວາມພ້ອມດ້ານສະຖານທີ່ແຍກປ່ຽວ ປິ່ນປົວພະຍາດໂຄວິດ-19
ແຂວງສະຫວັນນະເຂດ ມີຄວາມພ້ອມໃນດ້ານສະຖານທີ່ເພື່ອຮອງຮັບການປີ່ນປົວຄົນເຈັບຈາກພະຍາດໂຄວິດ-19 ເຊີ່ງມີ 2 ສະຖານທີ່ ລວມຫຼາຍກວ່າ 200 ຕຽງ. ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ໄດ້ລາຍງານເນື່ອງໃນໂອກາດກອງປະຊຸມກຽມຄວາມພ້ອມເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 30 ເມສາ 2020 ທີ່ຜ່ານມາວ່າ ຕາມການຕົກລົງເປັນເອກະພາບຂອງກົມປິ່ນປົວ,…

