COMAC ກຽມເຂົ້າມາຖືຮຸ້ນ ສາຍການບິນລາວ 49%
ລັດຖະບານລາວ ແລະ ຜູ້ຜະລິດເຮືອບິນທີ່ເປັນຂອງລັດຖະບານຈີນ, Commercial Aircraft Corporation of China (COMAC), ໄດ້ເຫັນດີເປັນເອກະພາບກັນ ອະນຸຍາດໃຫ້ຜູ້ຜະລິດເຮືອບິນຈີນ ເຂົ້າມາຖືຮຸ້ນສາຍການບິນລາວ ໃນຈຳນວນ 49%. ລາຍງານລະບຸວ່າການເຈລະຈາທີ່ລັດຖະບານລາວໄດ້ມີກັບບໍລິສັດ COMAC ໄດ້ສຳເລັດແລ້ວ, ໂດຍໄດ້ຢືນຢັນໂຄງສ້າງການຖືຮຸ້ນທີ່ອະນຸຍາດໃຫ້ລັດຖະບານລາວຮັກສາການເປັນເຈົ້າຂອງສ່ວນໃຫຍ່ 51% ແລະ…

