ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໝື່ນ ແຂວງວຽງຈັນ ໄດ້ສຶກສາອົບຮົມກຸ່ມແກ໋ງຂີ່ລົດໃຊ້ສຽງດັງ ແລະ ດັດແປງສະພາບເຕັກນິກລົດ ລວມທັງໝົດ 23 ຄົນເມື່ອມໍ່ໆມານີ້ຢູ່ກອງບັນຊາການ ປກສ ເມືອງ. ພ້ອມນີ້ຍັງໃຫ້ນັກຂັບຂີ່ມ້າງອາໄຫຼ່ທີ່ມີການດັດແປງສະພາບເຕັກນິກລົດຈັກອອກ ແລ້ວເອົາອາໄຫຼ່ໃໝ່ ມາປະກອບໃສ່ຄືນໃຫ້ຖືກຕ້ອງ, ສ່ວນອາໄຫຼ່ທີ່ຖືກປ່ຽນເຈົ້າໜ້າທີ່ໄດ້ເກັບຮັກສາໄວ້ຢູ່ສາງກອງບັນຊາການ ປກສ ເມືອງ. ນອກນີ້, ຍັງໄດ້ຮຽກຮ້ອງໃຫ້ພວກກ່ຽວຢຸດເຊົາຕໍ່ພຶດຕິກຳທີ່ບໍ່ດີ…

