ທະນາຄານ 3 ແຫ່ງຈາກ ສປປ ລາວ ເຂົ້າຮ່ວມເຄືອຂ່າຍພັນທະມິດທະນາຄານການຄ້າສີຂຽວ
ທະນາຄານລາວ-ຝຣັ່ງ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານພົງສະຫວັນ ຈໍາກັດ ຈາກ ສປປ ລາວ ໄດ້ເຂົ້າຮ່ວມເຄືອຂ່າຍພັນທະມິດທະນາຄານການຄ້າສີຂຽວ ຂອງອົງການການເງິນສາກົນ (IFC) ເພື່ອສະໜັບສະໜູນການຫັນເປັນ ທະນາຄານເພື່ອຄວາມຍືນຍົງ ດ້ານສິ່ງແວດລ້ອມ ໃນອາຊີ-ປາຊີຟິກ ໃນວັນທີ 9 ກັນຍາ 2025 ຜ່ານມານີ້…

