ເລີ່ມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມເພື່ອ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຕາມ​ແມ່​ນ້ຳ​ຂອງ​ ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ ຄັ້ງ​ທີ 155

ຕອນ​ເຊົ້າວັນ​ທີ 22 ກໍ​ລະ​ກົດ​ນີ້, ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມເພື່ອ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຕາມ​ແມ່​ນ້ຳ​ຂອງ ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ ຄັ້ງ​ທີ 155 ​ເລີ່ມ​ຕົ້ນ​ຂຶ້ນຢ່າງ​ເປັນ​ທາງ​ການ​. ການ​ເຄື່ອນ​ໄຫ​ວ​ຄັ້ງ​ນີ້​ ຈະ​ດຳ​ເນີນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​​ຮ່ວມ​ຊະ​ນິດ​ຕ່າງໆ ເຊັ່ນ: ກວດ​ສອບ​ຢາ​ເສບ​ຕິດ​ທາງ​ບົກ ​ແລະ ​ທາງ​ນ້ຳ, ​ຝຶກ​ອົບ​ຮົມ​​ຮ່ວມ​ກັນ ແ​ລະ​…

 ເຈົ້າໜ້າທີ່ພາສີ​ ປັບໃໝເງິນ 30 ລ້ານກີບ ຄ່າເຄື່ອງສິນຄ້າ ທີ່ດ່ານພາສີສາກົນວັງເຕົ່າ ແມ່ນບໍ່ມີມູນຄວາມຈິງ

ຈາກກະແສຂ່າວທີ່ລົງໃນສື່ອອນລາຍກ່ຽວກັບເຈົ້າໜ້າທີພາສີ​ ປັບໃໝເງິນ 30 ລ້ານກີບ ທີ່ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ແຂວງຈໍາປາສັກ ແມ່ນບໍ່ມີມູນຄວາມຈິງ ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນບໍ່ຖືກ ຕ້ອງຕາມຄວາມເປັນຈິງເຊິ່ງຂັດຕໍ່ກົດໝາຍ ແລະ ລະບຽບການ. ຕໍ່ກັບບັນຫາທີ່ເກີດຂຶ້ນ ເຈົ້າໜ້າທີ່ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ​ ໄດ້ອອກມາຊີ້ແຈງຕໍ່ສັງຄົມ​ ເມື່ອບໍ່ດົນມານີ້…

ເສຍຊີວິດ ລວມ 5 ຄົນຈາກເຫດການລູກເຂີຍໃຊ້ປືນຍິງແມ່ຕູ້, ພໍ່ແມ່ເມຍ, ລູກ ແລະ ຍິງຕົວເອງ ຢູ່ແຂວງຊຽງຂວາງ

ລູກເຂີຍຊື່ທ້າວຄົດ ອາຊີບທະຫານ ມາເປັນເຂີຍຢູ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງໄດ້ໃຊ້ປືນຍິງພໍ່ເຖົ້າ, ແມ່ເຖົ້າ, ລູກ ແລະ ຕົວເອງເສຍຊີວິດຄາທີ່ ສ່ວນແມ່ຕູ້ໄດ້ຮັບບາດເຈັບໄດ້ນໍາຕົວໄປປິ່ນປົວຢູ່ໂຮງໝໍແຂວງ ແຕ່ເສຍຊີວິດໃນເວລາຕໍ່ມາ ຊຶ່ງເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 15 ກໍລະກົດ 2025 ທີ່ຜ່ານມານີ້ຢູ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງ ລວມມີຜູ້ ເສຍຊີວິດ …

ເສຍຊີວິດ ລວມ 5 ຄົນຈາກເຫດການລູກເຂີຍໃຊ້ປືນຍິງແມ່ຕູ້, ພໍ່ແມ່ເມຍ, ລູກ ແລະ ຍິງຕົວເອງ ຢູ່ແຂວງຊຽງຂວາງ

ລູກເຂີຍຊື່ທ້າວຄົດ ອາຊີບທະຫານ ມາເປັນເຂີຍຢູ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງໄດ້ໃຊ້ປືນຍິງພໍ່ເຖົ້າ, ແມ່ເຖົ້າ, ລູກ ແລະ ຕົວເອງເສຍຊີວິດຄາທີ່ ສ່ວນແມ່ຕູ້ໄດ້ຮັບບາດເຈັບໄດ້ນໍາຕົວໄປປິ່ນປົວຢູ່ໂຮງໝໍແຂວງ ແຕ່ເສຍຊີວິດໃນເວລາຕໍ່ມາ ຊຶ່ງເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 15 ກໍລະກົດ 2025 ທີ່ຜ່ານມານີ້ຢູ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງ ລວມມີຜູ້ ເສຍຊີວິດ …

ບໍລິສັດ ທາງລົດໄຟລາວ-ຈີນ ຈະຢຸດແລ່ນລົດໄຟໂດຍສານທັງໝົດໃນມື້ອື່ນ

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດຈະຢຸດແລ່ນລົດໄຟໂດຍສານທັງໝົດເປັນການຊົ່ວຄາວໃນມື້ອື່ນ ຫຼື ມື້ວັນທີ 23 ກໍລະກົດ 2025 ນີ້ ເພື່ອຮັບປະກັນຊີວິດ ແລະ ຊັບສິນຂອງຜູ້ໂດຍສານໃຫ້ມີຄວາມປອດໄພ ແລະ ປ້ອງກັນອຸບັດເຫດທີ່ອາດຈະເກີດຂຶ້ນຍ້ອນພາຍຸໃຕ້ຝຸ່ນ “ວິພາ” ຊຶ່ງອາດຈະມີຄວາມສ່ຽງສູງຕໍ່ການເກີດໄພພິບັດທາງທໍາມະຊາດເປັນຕົ້ນແມ່ນດິນເຈື່ອນ, ຂີ້ຕົມກ້ອນຫີນໄຫຼຊຸ ແລະ ອື່ນໆ. ທ່ານຜູ້ໂດຍສານສາມາດຍົກເລີກປີ້ເອົາເງິນຄືນ…

ລາວ-ອົດສະຕຣາລີ ເພີ່ມທະວີການລົງທຶນ ສຸມໃສ່ກະສິກຳ, ພະລັງງານສີຂຽວ ແລະ ຊັບພະຍາກອນ

ສປປ ລາວ ແລະ ອົດສະຕຣາລີ ໄດ້ຢືນຢັນຄຳໝັ້ນສັນຍາຄືນໃນການເພີ່ມທະວີການລົງທຶນ ໂດຍແນໃສ່ຂະແໜງການທີ່ເປັນທ່າແຮງ ເຊັ່ນ: ການກະສິກຳ, ພະລັງງານສີຂຽວ ແລະ ຊັບພະຍາກອນ. ໃນວັນທີ 22 ກໍລະກົດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການສົ່ງເສີມການລົງທຶນ…

ໂຄງການພະລັງງານໄຟຟ້າ ແສງຕາເວັນຢູ່ແຂວງອຸດົມໄຊ ໂດຍລວມສໍາເລັດແລ້ວ 45%

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີລາວ ຈຳກັດ ຮອດປັດຈຸບັນສໍາເລັດແລ້ວ 45% ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງແຕ່ປີ 2024,ໃນນີ້, ວຽກຂຸດດິນຂອງສະຖານີ ເນື້ອທີ່ 3,32 ເຮັກຕາ; ວຽກການຕອກເສົາເຂັມ 45…

ລັດຖະມົນຕີກະຊວງການຕ່າງປະເທດ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ  ສປປ ລາວ  ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-26 ກໍລະກົດ 2025, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ ປຣາກ…

ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ 866 ລາຍການ

ຄະນະຮັບຜິດຊອບອາຫານ ແລະ ຢາ ຫ້ອງການສາທາລະນະສຸກເມືອງຕະໂອ້ຍ ແຂວງສາລະວັນ ໄດ້ລົງເກັບກໍາຂໍ້ມູນ ແລະ ໄດ້ລົງເຄື່ອນໄຫວກວດກາສິນຄ້າປະເພດເຄື່ອງບໍລິໂພກ-ອຸປະໂພກທີ່ເສຍທາດ, ເສື່ອມຄຸນນະພາບ, ສິນຄ້າເກືອດຫ້າມ ເມື່ອມໍ່ໆມານີ້ຢູ່ 30 ຮ້ານໃນເທສະບານເມືອງຕະໂອ້ຍ, ໃນນັ້ນ ມີ 21 ຮ້ານທີ່ໄດ້ກວດພົບ ແລະ ຢຶດສິນຄ້າໝົດອາຍຸປະເພດ ເຂົ້າໜົມ,…

ແຂວງພາກເໜືອ ແລະ ພາກກາງ ຈະມີຝົນຕົກຕິດຕໍ່ກັນຫຼາຍວັນໃນ 1-2ວັນຕໍ່ໜ້ານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ແຂວງວຽງຈັນ,…