- Admin
- 01 July 2021
- Admin
- 01 July 2021
ທາງດ່ວນບໍ່ເຕັນ ຫາ ຫ້ວຍຊາຍ ເລີ່ມສຳຫຼວດອອກແບບກໍ່ສ້າງ ໄວໆ ນີ້
ທ່ານ ຫຼິວຈິງເຫວີ້ຍ ຫົວໜ້າທີມງານສຳຫຼວດອອກແບບໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ເຕັນ (ແຂວງຫຼວງນໍ້າທາ) ຫາ ຫ້ວຍຊາຍ (ແຂວງບໍ່ແກ້ວ) ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ເມື່ອວັນທີ 30 ມິຖຸນານີ້ ຜ່ານມານີ້, ໃນໂອກາດດັ່ງກ່າວ ທ່ານ…
- Admin
- 01 July 2021
ໂຄວິດ-19 ສາຍພັນເດວຕາ ແລະ ສາຍພັນອື່ນໆອາດຈະລະ ບາດຢູ່ລາວຖ້າຍັງມີການລັກລອບເຂົ້າມາ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຮຽກຮ້ອງໃຫ້ອໍານາດການ ປົກຄອງບັນດາເມືອງທີ່ມີຊາຍແດນຕິດກັບ ປະເທດເພື່ອນບ້ານເຂັ້ມງວດໃນການກວດ ກາ, ລາດຕະເວນຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ ແລະ ຕາມລໍາແມ່ນໍ້າຂອງແບບຜິດກົດໝາຍ ພາຍຫຼັງທີ່ໄດ້ກວດພົບສາຍພັນເດວຕາ ຊຶ່ງເປັນສາຍພັນພະຍາດໂຄວິດ-19ທີ່ລະບາດຢູ່ຫຼາຍປະເທດໃນໂລກ…
- Admin
- 30 June 2021
ພະຍາດໂຄວິດ-19 ສາຍພັນ ເດວຕາ ກວດພົບຈາກຜູ້ຕິດເຊື້ອ 3 ຄົນຢູ່ແຂວງຈໍາປາສັກ
ຈາກກໍລະນີທີ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 6 ຄົນໃນມື້ວັນທີ່ 30 ມິຖຸນາ 2021 ນີ້ຢູ່ສະເພາະແຂວງຈໍາປາສັກ ໃນນັ້ນ 3 ຄົນພົບວ່າຕິດເຊື້ອພະຍາດໂຄວິດ-19 ເປັນສາຍພັນໃໝ່ຄືສາຍພັນເດວຕາ ຊຶ່ງເປັນ 1 ໃນ 4 ສາຍພັນທີ່ຮ້າຍແຮງຖ້າທຽບກັບສາຍພັນອື່ນໆ ນັ້ນໝາຍຄວາມວ່າ ສາຍພັນເດວຕາ ໄດ້ກວດພົບຢູ່…
- Admin
- 30 June 2021
ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 20 ຄົນ ແຕ່ນະຄອນຫຼວງວຽງຈັນບໍ່ມີ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ເມື່ອວັນທີ 30 ມິຖຸນາ 2021 ນີ້ວ່າ: ຖືວ່າເປັນຂ່າວດີສຳລັບນະຄອນຫຼວງວຽງຈັນເພາະມື້ນີ້ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແຕ່ຍັງພົບຢູ່ແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ຊຶ່ງກວດພົບຜູ້ຕິດເຊື້ອລວມໃນມື້ນິ້ຈຳນວນ 20 ຄົນ ຈາກຜູ້ທີ່ເຂົ້າຮັບກວດຫາເຊື້ອທັງໝົດ 1.524…
- Admin
- 30 June 2021
ການນໍາເຂົ້າ-ສົ່ງອອກຢາເສບຕິດຜ່ານ ສປປ ລາວ ຈະຖືກຕັດອິດສະລະພາບ ແລະ ຖືກປັບໃໝ
ທ່ານ ພັທ ສິງຄໍາ ອຸດົມພອນ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານກວດກາ ແລະ ຄວບ ຄຸມຢາເສບຕິດ ປກສ ແຂວງ, ພ້ອມດ້ວຍທີມງານ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ກັບກຳມະກອນ ຢູ່ທີ່ໂຮງງານຢາງພາລາຢູນນານ ຈໍາກັດ ເມື່ອບໍ່ດົນມານີ້, ໂດຍ…
- Admin
- 30 June 2021
ລາວ-ຫວຽດນາມເຊັນສັນຍາຮ່ວມມືຫຼາຍວຽກງານ
ສປປ ລາວ ແລະ ສສ ຫວຽດນາມໄດ້ມີການເຊັນ ສັນຍາ ຮ່ວມມືຫຼາຍວຽກງານເມື່ອມໍ່ໆມານີ້ ຢູ່ ສສ ຫວຽດນາມ ຊຶ່ງປະກອບມີ ການຮ່ວມມືວ່າດ້ວຍ ຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໃນໄລຍະ 2021-2030, ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025,…
- Admin
- 29 June 2021
ສະຕິໃນການປ້ອງກັນພະຍາດໂຄວິດ-19 ຢູ່ສັງຄົມລາວຍັງບໍ່ສູງ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ສະຕິຂອງບຸກຄົນຂອງປະຊາຊົນລາວຈຳນວນໜຶ່ງກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ສັງຄົມຍັງບໍ່ສູງໂດຍບໍ່ປະຕິບັດມາດຕະການປ້ອງກັນພະຍາດດັ່ງກ່າວເທົ່າທີ່ຄວນໂດຍສັງເກດໄດ້ຍັງລັກຕັ້ງວົງຊຸມແຊວ, ເດີນທາງໄປສະຖານທີ່ສ່ຽງ ນອກນັ້ນຍັງມີການລັກລອບເປີດຮ້ານອາຫານ, ຮ້ານນວດ ແລະ ຮ້ານບັນເທິງ ແລະ ອື່ນໆຊຶ່ງເປັນສາເຫດທີ່ຍັງພົບມີການແຜ່ລະບາດຂອງພະຍາດດັ່ງກ່າວໃນຊຸມຊົນ ແລະ ຈຳນວນຕົວເລກຜູ້ຕິດເຊື້ອມີທ່າອ່ຽງເພີ່ມຂຶ້ນ. ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ນັບແຕ່ກາງເດືອນເມສາ 2021 ສປປ…
- Admin
- 29 June 2021
ມື້ນີ້ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 25 ຄົນ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ມື້ວັນທີ 29 ມິຖຸນາ 2021 ນີ້, ຢູ່ ສປປ ລາວໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 25 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າກວດວິເຄາະຫາເຊື້ອທັງໝົດ 858 ຄົນ ຊຶ່ງຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນພົບຢູ່ນະຄອນຫຼວງວຽງຈັນ…
- Admin
- 29 June 2021
ໂຄງການບໍລິການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນຊ່ວຍຫຼຸດຄ່າໃຊ້ຈ່າຍ
ໂຄງການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນ ຊ່ວຍຫຼຸດຄ່າໃຊ້ຈ່າຍໜ້ອຍລົງ ແລະ ທັງເປັນການດຶງດູດໃຫ້ທຸກຄົວເຮືອນເຂົ້າມາເຮັດສັນຍາໃຊ້ບໍລິການຫຼາຍຂຶ້ນ. ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ກ່າວໃນກອງປະຊຸມປຶກສາຫາລືກ່ຽວກັບໂຄງການບໍລິການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນ ພາຍໃຕ້ໂຄງການສ້າງຄວາມອາດສາມາດຄຸ້ມຄອງນ້ຳເປື້ອນ ແລະ ຂີ້ເຫຍື້ອ ສຳລັບປັບປຸງສິ່ງແວດລ້ອມຕົວເມືອງ ໃນ ສປປ ລາວ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ…

