ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 20 ຄົນ ແຕ່ນະຄອນຫຼວງວຽງຈັນບໍ່ມີ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ເມື່ອວັນທີ 30 ມິຖຸນາ 2021 ນີ້ວ່າ: ຖືວ່າເປັນຂ່າວດີສຳລັບນະຄອນຫຼວງວຽງຈັນເພາະມື້ນີ້ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແຕ່ຍັງພົບຢູ່ແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ຊຶ່ງກວດພົບຜູ້ຕິດເຊື້ອລວມໃນມື້ນິ້ຈຳນວນ 20 ຄົນ ຈາກຜູ້ທີ່ເຂົ້າຮັບກວດຫາເຊື້ອທັງໝົດ 1.524…

