ຖ້າ 28 ວັນຕິດຕໍ່ກັນທີ່ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຶ່ງຈະມີການຜ່ອນຜັນຫຼາຍຂໍ້ຫ້າມ
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ຖ້າວ່າປະເທດລາວກວດບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19ເປັນເວລາ 28 ວັນຕິດຕໍ່ກັນນັ້ນຖືວ່າຈະມີການ ຜ່ອນຜັນຫຼາຍມາດຕະການທີ່ກ່ຽວກັບຂໍ້ຫ້າມຕ່າງໆ. ຄະນະສະເພາະກິດຮຽກຮ້ອງໃຫ້ທຸກຊັ້ນຄົນໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີມາດຕະການຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ບໍ່ວ່າຈະເປັນຄໍາສັ່ງເລກທີ 15/ນຍ ແລະ ມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກ, ການຢູ່ເຮືອນບໍ່ເດີນທາງໄປສະຖານທີ່ທີ່ມີຄວາມສ່ຽງ ຍັງຖືວ່າເປັນຍຸດທະສາດ ແລະ ຫຼັກການທີ່ສໍາຄັນໃນການຢັບຢັ້ງ ການແຜ່ລະ…

