Vientiane Times Lao

15 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ແຕ່ບໍ່ຄວນລົດລະໃນການປ້ອງກັນ

ຄະນະສະເພາະກິດ ແນະນໍາໃຫ້ທຸກຄົນສືບຕໍ່ປ້ອງກັນຕົນເອງບໍ່ໃຫ້ຕິດເຊື່ອພະຍາດໂຄວິດ-19 ຢ່າງຖືກວິທີ ແລະ ມາດຕະການຕ່າງໆທີ່ລັດຖະບານວາງອອກ ເຖິງວ່າຢູ່ ສປປ ລາວ ຈະເປັນມື້ທີ 15 ແລ້ວກໍ່ຕາມທີ່ບໍ່ພົບຜູ້ຕິດເຊື້ອເພີ່ມໃໝ່. ພ້ອມນີ້ ຄະນະສະເພາະກິດ ກໍ່ໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ບົດຮຽນໃນຫຼາຍປະເທດ ທີ່ໄດ້ປະກາດການຢຸດຕິການລະບາດຂອງພະຍາດໂຄວິດ-19 ໄປແລ້ວ ແຕ່ວ່າມີບາງປະເທດໄດ້ກັບມາລະບາດໃນຮອບທີ 2 ແລະ…

ສູນຝຶກອົບຮົມວິຊາຊີບແມ່ຍິງແຂວງສາລະວັນ ຜະລິດຜ້າອັດປາກເພື່ອຕ້ານໂຄວິດ-19

ສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງ ແຂວງສາລະວັນ ຜະລິດຜ້າອັດປາກ-ດັງ ເພື່ອມອບໃຫ້ສູນຈໍາກັດບໍລິເວນ ແລະ ປະຊາຊົນຜູ້ຂາດເຂີນ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍອອກໄປສູ່ວົງກ້ວາງ. ອີງຕາມແຫຼ່ງຂ່າວຈາກສື່ມວນຊົນທ້ອງຖີ່ນຂອງແຂວງສາລະວັນ ໃຫ້ຮູ້ວ່າ ສະຫະພັນແມ່ຍິງແຂວງ ໄດ້ມີການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງເປັນຕົ້ນແມ່ນຄະນະສະເພາະກິດຂັ້ນແຂວງ, ພະແນກສາທາແຂວງ ແລະ ໂຮງໝໍແຂວງ ເພື່ອເປັນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ຂັ້ນຕ້ອນຕ່າງໆຂອງວຽກງານຜະລິດຜ້າອັດປາກ-ດັງ.…

ສູນເລືອດແຫ່ງຊາດ ຮຽກຮ້ອງໃຫ້ຊ່ວຍກັນບໍລິຈາກເລືອດເພື່ອຊ່ວຍສັງຄົມ

ສູນເລືອດແຫ່ງຊາດ ຮຽກຮ້ອງໃຫ້ຮ່ວມໃຈກັນບໍລິຈາກເລືອດ ເພື່ອເປັນຄັງແຮສະສົມໄວ້ ສໍາລັບຊ່ວຍສັງຄົມໃນເວລາສຸກເສີນຕ່າງໆ ແລະ ກຽມພ້ອມໃນການຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19.    ອີງຕາມການລາຍງານຂອງສູນເລືອດແຫ່ງຊາດໃນມື້ນີ້ ໃຫ້ຮູ້ວ່າປະຈຸບັນ ຖົງເລືອດຢູ່ສູນເລືອດແຫ່ງຊາດ ຍັງເຫຼືອປະມານ 100 ກວ່າຖົງເທົ່ານັ້ນ, ແຕ່ຄວາມຕ້ອງຈາກຄົນເຈັບຢູ່ໂຮງໝໍຕ່າງໆແມ່ນ 100 ຖົງຕໍ່ມື້ ຖືວ່າບໍ່ພຽງພໍກັບຄວາມຕ້ອງການ. ພ້ອມດຽວກັນ…

ລັດ ຮຽກຮ້ອງໃຫ້ສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນຍ ຈົນຮອດວັນທີ 3 ພຶດສະພາ

ຄະນະສະເພາະກິດ ກໍ່ຄືລັດຖະບານ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມືເປັນເຈົ້າການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 3 ພຶດສະພາ 2020. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ…

ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ ຈາກຜົນກວດທັງໝົດ 74 ຄົນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19 ຖະແຫຼງໃນຕອນບ່າຍມື້ນີ້ໃຫ້ຮູ້ວ່າ ບໍ່ພົບຜູ້ຕິດເຊື້ອເພີ່ມໃໝ່ ຈາກຜົນກວດທັງໝົດ 74 ຄົນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການ…

ຮ່ວມກັນໄຫວ້ອາໄລເປັນຄັ້ງສຸດທ້າຍແດ່ດວງວິນຍານ ກິ ດາວເພັດ

ແຟນເພງຈະມີໂອກາດຮ່ວມກັນໄຫວ້ອາໄລ ເປັນຄັ້ງສຸດທ້າຍເຖິງດວງວິນຍານຂອງນັກຮ້ອງຂວັນໃຈມະຫາຊົນ ທັງພາຍໃນ ແລະ ຕ່າງປະເທດ ກິ ດາວເພັດ ໜູຫ່ວງ, ເນື່ອງຈາກວ່າຈະມີພິທີຊາປະນະກິດສົບໃນວັນທີ 27 ເມສາ 2020 ນີ້ ທີ່ວັດສົມສະຫງັດ ເຂດເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ອີງຕາມຂໍ້ມູນຈາກເຟສບຸກ ຂອງວົງດົນຕີໜຸ່ມໂກສິນໃຫ້ຮູ້ວ່າ ກິ…

ສະຫວັນນະເຂດ ສືບຕໍ່ສົ່ງເສີມການຜະລິດເພື່ອແກ້ໄຂຜົນກະທົບຈາກໂຄວິດ-19

ຄະນະສະເພາະກິດ ຕິດຕາມຜົນກະທົບທາງດ້ານເສດຖະກິດ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ແຂວງສະຫວັນນະເຂດ ໄດ້ລົງສຳຫຼວດພື້ນຖານການຜະລິດ, ການປູກຝັງ ແລະ ການລ້ຽງສັດ ຂອງປະຊາຊົນ ຢູ່ບັນດາຕົວເມືອງຕ່າງໆ ໃນວັນທີ 24 ເມສາ 2020 ເພື່ອສົ່ງເສີມການຮອງຮັບດ້ານສະບຽງອາຫານໃຫ້ພຽງພໍກັບການປ້ອນຕະຫຼາດ ພາຍໃນແຂວງ. ທ່ານ ທ່ອນແກ້ວ ພຸດທະໄກຍະລາດ…

ລັດຖະບານ ສືບຕໍ່ກຽມສູນຈໍາກັດບໍລິເວນສໍາລັບຜູ້ທີ່ຈະເດີນທາງເຂົ້າມາລາວ

ລັດຖະບານ ມີແຜນສືບຕໍ່ກະກຽມສູນຈໍາກັດບໍລິເວນ ເພື່ອສັງເກດອາການ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19. ສູນດັ່ງກ່າວແມ່ນຈະມີຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ ເພື່ອຮອງຮັບຜູ້ທີ່ຈະເດີນທາງມາແຕ່ຕ່າງປະເທດ ເຂົ້າມາ ສປປ ລາວ, ເຊິ່ງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃນວັນທີ 24 ເມສາ 2020 ເພື່ອໃຫ້ກະກຽມສູນ…

ສປ ຈີນ ສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຕ້ານພະຍາດໂຄວິດ-19

ຄະນະຊ່ຽວຊານການແພດ ຈາກ ສປ ຈີນ ພ້ອມດ້ວຍອຸປະກອນການແພດ ໄດ້ມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນວັນທີ 24 ເມສາ 2020 ເພື່ອສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຕ້ານການແຜ່ລະບາດຂອງອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19. ສໍາລັບຄະນະຊ່ຽວຊານການແພດ ທີ່ເດີນທາງມາຊ່ວຍເຫຼືອ…

ບໍລິສັດລາວເວີນ ມອບໜ້າກາກອະນາໄມ ເພື່ອນໍາໃຊ້ປ້ອງກັນໂຄວິດ-19

ສູນກາງແນວລາວສ້າງຊາດ ຮ່ວມກັບບໍລິສັດລາວເວີນ ມະຫາຊົນ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ນຳໜ້າກາກອະນາໄມ ປະມານ 560 ອັນມາມອບໃຫ້ 6 ໂຮງໝໍສູນກາງໃນນະຄອນຫຼວງວຽງຈັນ ໃນວັນທີ 24 ເມສາ 2020 ລວມມູນຄ່າທັງໝົດ 208 ລ້ານກີບ.…