Vientiane Times Lao

ທ່ານ ນາຍົກ ແນະນຳໃຫ້ ຄຊພຊ ເລັ່ງປັບປຸງການສຶກສາ

ເນື່ອງໃນໂອກາດເຂົ້າຮ່ວມເປັນປະທານ ກອງ ປະຊຸມສະໄໝສາມັນຄົບຄະນະກຳມາທິການ ແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນ ມະນຸດ (ຄຊພຊ) ຄັ້ງທີ 8 ປະຈຳປີ 2019 ທີ່ ໄດ້ຈັດຂຶ້ນໃນບໍ່ດົນມານີ້ ທີ່ນະຄອນຫຼວງ ວຽງ ຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກ…

ລັດຖະບານນອກແວຊ່ວຍເຫຼືອການເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຄໍາມ່ວນ

ປະຈຸບັນລະເບີດບໍ່ທັນແຕກຢູ່ລາວຍັງເປັນໄພຂົ່ມຂູ່ ແລະ ເປັນອຸປະສັກຕໍ່ການສ້າງສາພັດທະນາປະເທດຊາດຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ, ສະນັ້ນເພື່ອເຫັນໄດ້ໃນວຽກງານດັ່ງກ່າວ ລັດຖະບານ ນອກແວ ໄດ້ເຊັນບົດບັນທຶກການຊ່ວຍເຫຼືອ ກັບ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຢູ່ ສປປລາວ (ຄຊກລ) ໃນຕອນບ່າຍມື້ນີ້ ວັນທີ 30 ມັງກອນ 2020, ລວມມູນຄ່າການຊ່ວຍເຫຼືອຫຼາຍກວ່າ 620,000 ໂດລາສະຫະລັດ. ເງິນຈຳນວນດັ່ງກ່າວ…

ທະນາຄານໂລກ ໃຫ້ທຶນ 50 ລ້ານໂດລາຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ທະນາຄານໂລກ ໄດ້ຕົກລົງສະໜອງທຶນຊ່ວຍເຫຼືອ ຈໍານວນ 50 ລ້ານໂດລາສະຫະລັດ ຫຼື ປະ­ມານ 443,89 ຕື້​ກີບ ໃຫ້ລັດຖະບານ ແຫ່ງສປປ ລາວ ເພື່ອສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດອາຊີຕາເວັນອອກສ່ຽງໃຕ້ ຢູ່ ສປປ ລາວ ແລະ ໂຄງການຂະແໜງການຂົວທາງໄລຍະ…

ບຸນ­ປີ­ໃໝ່​ຜູ້­ໄທ ເນັ້ນຮັກສາຮີດຄອງປະເພນີ ແລະ ວັດທະນາທໍາອັນດີງາມຂອງຊົນເຜົ່າຜູ້ໄທ

ງານ​ບຸນ​ປະ­ເພ­ນີ​ໄຂ​ປະ​ຕູເລົ້າ ຫຼື ບຸນ­ປີ­ໃໝ່​ຜູ້­ໄທ ປີ 2020 ຈະໄດ້ຈັດຂື້ນໃນວັນເສົາ ວັນທີ 1 ກຸມພາ ທີ່ຈະມາເຖິງນີ້ ຢູ່ສວນ​ຜູ້­ໄທ​ທີ​ຣະ ບ້ານ​ໜອງ​ແປນເໜືອ, ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຜູ້ທ່ຽວຊົມຈະໄດ້ສໍາພັດກັບຮີດຄອງປະເພນີ ດ້ານວັດທະນະທໍາຕ່າງໆ ຂອງຊົນເຜົ່າຜູ້ໄທ. ໃນມື້ເປີດງານ ຄືວັນເສົາ ວັນ​ທີ…

ນັກໂທດ 54 ຄົນ ຢູ່ແຂວງອັດຕະປືໄດ້ຮັບການອະໄພຍະໂທດ 

ອົງການໄອຍະການປະຊາຊົນແຂວງ ອັດຕະປື ແຈ້ງໃຫ້ຮູ້ວ່າ :  ປີ 2019 ແຂວງອັດຕະປື ມີນັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ, ຫລຸດຜ່ອນໂທດມີທັງໜົດ 54 ຄົນ (ຍິງ 13 ຄົນ) ແລະ ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ປ່ອຍຕົວ ມີຈຳນວນ 4 ຄົນ,…

ກະຊວງຈະກວດຄືນຄວາມພ້ອມໃນການຮັບມື ກັບພະຍາດ ໂຄໂຣນາໄວຣັດ ໃນທົ່ວປະເທດ

ກະຊວງສາທາລະນະສຸກ ຈະກວດຄືນການກຽມ ຄວາມພ້ອມໃນການຮັບມືກັບພະຍາດອັກເສບ ປອດຈຸລະໂລກສາຍພັນໃໝ່ (NCOV). ກະຊວງດັ່ງກ່າວໄດ້ລາຍງານໃນມື້ນີ້ 29 ມັງກອນ 2020 ວ່າ ກົມປິ່ນປົວຂອງກະຊວງສາທາລະ ນະສຸກ ຈະກວດຄືນການກະກຽມຄວາມພ້ອມ ດັ່ງກ່າວກັບບັນດາແພດ, ພະຍາບານ, ພະນັກງານ ວິເຄາະ ແລະ ພະນັກງານຂັບລົດ ຢູ່ໂຮງໝໍຂອງ…

ຊຽງຂວາງ ກຽມນໍາເຂົ້າແຕ່ໝາກໄມ້ ເພື່ອຮັບໃຊ້ 3 ເຫດການໃຫ່ຍຂອງຊາດ 2020

ແຂວງ ຊຽງຂວາງ ຈະນໍາເຂົ້າແຕ່ປະເພດໝາກໄມ້ເທົ່ານັ້ນ ເພື່ອຮັບໃຊ້ 3 ເຫດການສໍາຄັນຂອງຊາດໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ທີ່ຈະມາເຖິງນີ້ ຄື: ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ແຂ່ງຂັນກິລາແຫ່ງຊາດຄັ້ງທີ…

ການບິນລາວຍົກເລີກຫຼາຍຖ້ຽວບິນໄປຈີນຊົ່ວຄາວ

ບໍລິສັດການບິນລາວ ໄດ້ອອກແຈ້ງການ ໃນບໍ່ດົນມານີ້ກ່ຽວ ກັບການຍົກເລີກຖ້ຽວບິນຊົ່ວຄາວ ຫຼາຍສາຍ ຈາກ ນະຄອນຫຼວງວຽງຈັນ ໄປ ຫາ ສປ ຈີນ ປະກອບມີ 3 ເສັ້ນທາງຄື: ວຽງຈັນ-ຊາງໂຈ (Vientiane-Changzhou) ເລີ່ມຕັ້ງແຕ່ວັນທີ 08 ກຸມພາ 2020…

ນະຄອນຫຼວງ ຕັ້ງເປົ້າ 82 ຫຼຽນຄໍາ ຫວັງທວງແຊ໋ມເຈົ້າຫຼຽນຄໍາ ໃນງານກິລາແຫ່ງຊາດ 2020

ນະຄອນຫຼວງວຽງຈັນ ກຽມພ້ອມສົ່ງທັບນັກກິລາ ຈຳນວນ 424 ຄົນ, ຍິງ 169 ຄົນ ຈາກ 28 ປະເພດກິລາ ພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນໃຫ້ໄດ້ ຢ່າງໜ້ອຍ 82 ຫຼຽນຄຳ ຈາກການຊິງໄຊທັງໝົດ 385 ຫຼຽນຄຳ ເພື່ອ ຫັວງທວງແຊ໋ມເຈົ້າຫຼຽນຄໍາ…

ແຈ້ງການເລື່ອນຈັດງານບຸນດອກງິ້້ວບານຄັ້ງທີ 20 ແບບບໍ່ມີກໍານົດ

ຫ້ອງວ່າການປົກຄອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກແຈ້ງການມື້ເຊົ້ານີ້ ວັນທີ 28 ມັງກອນ ເຖິງບັນດາອໍານາດການປົກຄອງ ຕະຫຼອດຮອດພໍ່ແມ່ປະຊາຊົນວ່າ: ງານບຸນດອກງິ້້ວບານຄັ້ງທີ 20 ຢູ່ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ກຸມພາ 2020 ນີ້ ແມ່ນຈະເລື່ອນການຈັດງານໂດຍບໍ່ມີກໍານົດ ເນື່ອງຈາກສະພາບການລະບາດຂອງໄວຣັສ…