Vientiane Times Lao

ເຕືອນ! ປະຊາຊົນ ທີ່ຢູ່ເຂດເຂື່ອນໄຟຟ້ານໍ້າອູ1,2, 3 ໃຫ້ເຝົ້າລະວັງລະດັບນໍ້າເພີ່ມຂຶ້ນ ໃນໄລຍະນີ້

ບັນດາພໍ່ແມ່ປະຊາຊົນ ທີ່ຢູ່ເຂດລຸ່ມເຂື່ອນໄຟຟ້ານໍ້າອູ1, ເຂື່ອນໄຟຟ້ານໍ້າອູ2 ແລະ ເຂື່ອນໄຟຟ້ານໍ້າອູ3, ເຂດໃກ້ຄຽງແມ່ນໍ້າອູ ໃຫ້ມີສະຕິລະມັດລະວັງລະດັບນໍ້າເພີ່ມຂຶ້ນ, ກຽມພ້ອມປ້ອງກັນ ແລະ ຮັບມືກັບໄພພິບັດທໍາມະຊາດ ທີ່ອາດຈະເກີດຂຶ້ນໄດ້ທຸກເວລາ. ເນື່ອງຈາກບໍລິສັດເຂື່ອນໄຟຟ້ານໍ້າອູ ໄດ້ຮັບຜົນກະທົບຈາກພາຍຸໃຕ້ຝຸ່ນ, ຄາດວ່າພາຍໃນໜຶ່ງອາທິດຕໍ່ໜ້າຈະມີຝົນຕົກໜັກຢ່າງຕໍ່ເນື່ອງ ຈະເຮັດໃຫ້ປະລິມານນໍ້າທີ່ ໄຫຼເຂົ້າເຂື່ອນໄຟຟ້ານໍ້າອູ1, ເຂື່ອນໄຟຟ້ານໍ້າອູ2 ແລະ ເຂື່ອນໄຟຟ້ານໍ້າອູ3 ເພີ່ມຂື້ນ…

ໂຄງການພະລັງງານໄຟຟ້າ ແສງຕາເວັນຢູ່ແຂວງອຸດົມໄຊ ໂດຍລວມສໍາເລັດແລ້ວ 45%

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີລາວ ຈຳກັດ ຮອດປັດຈຸບັນສໍາເລັດແລ້ວ 45% ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງແຕ່ປີ 2024,ໃນນີ້, ວຽກຂຸດດິນຂອງສະຖານີ ເນື້ອທີ່ 3,32 ເຮັກຕາ; ວຽກການຕອກເສົາເຂັມ 45…

ລັດຖະມົນຕີກະຊວງການຕ່າງປະເທດ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ  ສປປ ລາວ  ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-26 ກໍລະກົດ 2025, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານ ປຣາກ…

ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ 866 ລາຍການ

ຄະນະຮັບຜິດຊອບອາຫານ ແລະ ຢາ ຫ້ອງການສາທາລະນະສຸກເມືອງຕະໂອ້ຍ ແຂວງສາລະວັນ ໄດ້ລົງເກັບກໍາຂໍ້ມູນ ແລະ ໄດ້ລົງເຄື່ອນໄຫວກວດກາສິນຄ້າປະເພດເຄື່ອງບໍລິໂພກ-ອຸປະໂພກທີ່ເສຍທາດ, ເສື່ອມຄຸນນະພາບ, ສິນຄ້າເກືອດຫ້າມ ເມື່ອມໍ່ໆມານີ້ຢູ່ 30 ຮ້ານໃນເທສະບານເມືອງຕະໂອ້ຍ, ໃນນັ້ນ ມີ 21 ຮ້ານທີ່ໄດ້ກວດພົບ ແລະ ຢຶດສິນຄ້າໝົດອາຍຸປະເພດ ເຂົ້າໜົມ,…

ແຂວງພາກເໜືອ ແລະ ພາກກາງ ຈະມີຝົນຕົກຕິດຕໍ່ກັນຫຼາຍວັນໃນ 1-2ວັນຕໍ່ໜ້ານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ແຂວງວຽງຈັນ,…

ພາກລັດ ແລະ ເອກະຊົນ ຊຸກຍູ້ສົ່ງເສີມງານແຂ່ງຂັນສີມືແຮງງານພາຍໃນ ແລະ ລະດັບອາຊຽນ

ທ່ານ ພິລາວັນ ສໍພາບມີໄຊ ຜູ້ອໍານວຍການໃຫຍ່ທະນາຄານສົ່ງເສີມກະສິກຳ ຈໍາກັດ ພ້ອມຄະນະ ໄດ້ນໍາເອົາເງິນຈຳນວນ 509 ກວ່າລ້ານກີບ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດບໍລິການຈັດຫາງານ ຈຳນວນ 120 ລ້ານກີບ ແລະ ກະຊວງ ອຸດສາຫະກໍາ ແລະ…

ລາວ-ເບລາຣຸດຊີ ຮັດແໜ້ນການພົວພັນຮ່ວມມືວຽກງານຫຼາຍດ້ານ

ສປປ ລາວ ແລະ ສາທາລະນະລັດ ເບລາຣຸດຊີ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືທີ່ດີນໍາກັນໃນຫຼາຍດ້ານເຊັ່ນ: ການຮ່ວມມື ລະຫວ່າງ ສອງພັກການເມືອງ, ສະພາແຫ່ງຊາດ, ດ້ານຄວາມໝັ້ນຄົງ ແລະ ປ້ອງກັນຊາດ, ດ້ານການເງິນ-ການທະນາຄານ, ດ້ານເສດຖະກິດ ແລະ ການຄ້າ, ການສຶກສາ, ວັດທະນະທໍາ, ທ່ອງທ່ຽວ,…

ເຈົ້າໜ້າທີ່ໄດ້ຊ່ວຍເຫຼືອຍິງສາວລາວ ຈາກການຄ້າມະນຸດ 1 ຄົນ ແລະ ກັກຕົວ ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ 8 ຄົນ

ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ຊ່ວຍເຫຼືອຍິງສາວລາວ ທີ່ສົງໄສຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເມື່ອມໍ່ໆມານີ້ຢູ່ສະໜາມບິນສາກົນວັດໄຕ ຈຳນວນ 01 ຄົນ ຊື່ ນາງ ແພງ (ນາມສົມມຸດ) ອາຍຸ 21 ປີ ເກີດຢູ່ບ້ານ ສີວິໄລ ເມືອງຈຳພອນ ແຂວງ ສະຫວັນນະເຂດ…

ປະຊາຊົນ3 ບ້ານຢູ່ເມືອງເງິນ ໄດ້ຮັບຜົນກະທົບຈາກນໍ້າປ່າໄຫຼຊຸ

ມື້ເຊົ້ານີ້, ປະຊາຊົນ 3 ບ້ານ ປະກອບມີບ້ານທອງ, ບ້ານໂຮມໄຊ, ບ້ານປາກແຄນຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກນໍ້າປ່າໄຫຼຊຸເຂົ້າເຮືອນຍ້ອນຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງໃນຄືນຂອງວັນທີ 16-17 ກໍລະກົດ 2025 ທີ່ຜ່ານມານີ້, ນອກນັ້ນເສັ້ນທາງຫຼວງແຫ່ງຊາດ ເລກທີ 2 WU ຖືກຕັດຂາດລະຫວ່າງເມືອງເງິນ-ເມືອງປາກແບງ ແຂວງອຸດົມໄຊ ປັດຈຸບັນຍັງບໍ່ສາມາດສັນຈອນໄປມາຫາສູ່ກັນໄດ້.…

ແຂວງ​ຈຳ​ປາ​ສັກ ອະ​ນຸ​ຍາດ ໃຫ້​ນັກ​ລົງ​ທຶນ​ຫວຽດ​ນາມ ປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ເມືອງປາກຊ່ອງ

ແຂວງ​ຈຳ​ປາ​ສັກ ໄດ້​ອ​ະ​ນຸ​ຍາດ​ໃຫ້ ບໍລິສັດ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ ສຳ​ປະ​ທານ ໂຄງ​ການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ໃນ​ເນື້ອ​ທີ 50.4 ເຮັກ​ຕາ ຢູ່ບ້ານໜອງແລະ ເມືອງປາກຊ່ອງ. ​ພິ​ທີ​ເຊັນ​ສັນ​ຍາ​ສຳ​ປະ​ທານໂຄງການດັ່ງ​ກ່າວ ລະ​ຫວ່າງ…