ສື່່ມວນຊົນລາວ ຍົກລະດັບຄວາມຮູ້ວຽກງານສິດທິເດັກ ແລະ ໂຄສະນາປ້ອງກັນພະຍາດໂຄວິດ-19
ສື່ມວນຊົນລາວໃນຂອບເຂດທົ່ວປະເທດສືບຕໍ່ປະກອບສ່ວນໂຄສະນາວຽກງານປ້ອງກັນເດັກ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ເພື່ອໃຫ້ຄວາມຮູ້ ຄວາມເຂົ້າໃຈແກ່ສັງຄົມໃນວຽກງານດັ່ງກ່າວ. ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປະຈໍາປີ ມື້ເຊົ້ານີ້ ວັນທີ 29 ກໍລະກົດ 2020 ທີ່ແຂວງອຸດົມໄຊ ກ່ຽວກັບວຽກງານຂອງສື່ມວນຊົນທົ່ວປະເທດໃນການຂຽນຂ່າວ ຫຼື…

